ນາຍທະຫານໜຸ່ມ ຫວຽດນາມ - ລາວ ຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມສະຫງົບຊາຍແດນ

ນາຍທະຫານໜຸ່ມ ຫວຽດນາມ - ລາວ ຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມສະຫງົບຊາຍແດນ

ໃນຂອບເຂດລາຍການພົບປະແລກປ່ຽນນາຍທະຫານໜຸ່ມທະຫານຊາຍແດນຫວຽດນາມ ແລະນາຍຕໍາຫຼວດໜຸ່ມປ້ອງກັນຄວາມສະຫງົບ ລາວ, ຕອນບ່າຍວັນທີ 9 ກໍລະກົດ, ຢູ່ນະຄອນກອນຕຸມ, ແຂວງກອນຕຸມ ໄດ້ດໍາເນີນການໂອ້ລົມສົນທະນາ ດ້ວຍເນື້ອໃນເພີ່ມທະວີການຮ່ວມມື, ຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມສະຫງົບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ສອງຟາກຊາຍແດນ.

ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ- ກຳປູເຈຍ

ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ- ກຳປູເຈຍ

ຍສໝ - ​ເພີ່ມ​ທະວີ​ວຽກງານຊາວ​ໜຸ່ມ​ສາກົນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ຄະນະຊາວໜຸ່ມແຂວງໃຫ້​ຄວາມ​ສົນ​ໃຈ, ຮັກສາຕະຫຼອດໄລຍະໃນການປະຕິບັດງານຂອງຄະນະ​ ແລະ ຂະບວນການ​ຊາວ​ໜຸ່ມ. ບັນດາ​ໂຄງການ, ການເຄື່ອນໄຫວໄດ້ປະກອບສ່ວນ​ຢືນຢັນ ​ແລະ ຍົກ​ສູງທີ່​ຕັ້ງ​ຂອງ​ຊາວ​ໜຸ່ມ ຫວຽດນາມ ​ໃນ​ເວທີ​ສາກົນ, ​ເພີ່ມ​ທະວີການ​ເປີດກ້ວາງແນວໂຮມສາມັກຄີ, ​ເຕົ້າ​ໂຮມ​ຊາວ​ໜຸ່ມ.

ລາວ​ກາຍ: ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກມີ

ລາວ​ກາຍ: ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກມີ"​ແມ່ອຸປະຖຳ" ທີ່ຮັກແພງເບິ່ງແຍງດູແລ

ຍສໝ - ປ້ອມປ້ອງກັນຊາຍແດນ ອີ່ຕິ໋, ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ລາວ​ກາຍ ຫາ​ກໍ່​ເປີດ​ຕົວຮູບ​ແບບ “​ແມ່​ອຸປະຖຳ" ໃຫ້​ນັກຮຽນ​ກ່ຳພ້າ, ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກ, ເຊິ່ງແມ່ນປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ​ຢູ່​ເຂດ​ຊາຍ​ແດນ.

ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ -ລາວ

ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ -ລາວ

ຍສໝ - ທ່ານພັນຕີ ຫງວຽນວັນບັ່ງ, ຮອງຫົວໜ້າການເມືອງ ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ໃຫ້ຮູ້ວ່າ: ຍ້ອນສະພາບພູມສັນຖານມີຄວາມຫຍຸ້ງຍາກ, ແຫຼ່ງນ້ຳທຳມະຊາດຂາດແຄນຫຼາຍ, ສະນັ້ນ ບໍ່ຕອບສະໜອງໄດ້ຄວາມຕ້ອງການດໍາເນີນຊີວິດໃຫ້ຊາວບ້ານມາລາຍປູນ. ສະນັ້ນ, ທາງກົມກອງໄດ້ເປັນເຈົ້າການສົມທົບກັບຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊໊າຍບິ່ງ ມອບເງິນໜູນ ເພື່ອໜູນຊ່ວຍປະຊາຊົນປັບປຸງຄຸນນະພາບຊີວິດການເປັນຢູ່.

ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ຍສໝ - ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນ ຮ່ວມກັນ. ໃນຕະຫຼອດໄລ​ຍະ​ປະຫວັດສາດ, ຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູລວມ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ເປີດ​ຊຸດ​ອົບຮົມ​ວຽກງານເອກະສານໃຫ້​ແກ່​ພະນັກງານ-ລັດຖະກອນກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ

ເປີດ​ຊຸດ​ອົບຮົມ​ວຽກງານເອກະສານໃຫ້​ແກ່​ພະນັກງານ-ລັດຖະກອນກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ

ຍສໝ - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມ ວຽກງານເອກະສານ ໃຫ້ພະນັກງານກະຊວງປ້ອງກັນປະເທດລາວ ປີ 2024.

ລັດຖະບານລາວ “ເປີດໄຟຂຽວ” ໃຫ້ແກ່ໂຄງການພະລັງງານລົມ 1,200 ເມກາວັດ

ລັດຖະບານລາວ “ເປີດໄຟຂຽວ” ໃຫ້ແກ່ໂຄງການພະລັງງານລົມ 1,200 ເມກາວັດ

ຍສໝ - ລັດຖະບານລາວ ຫາກໍລົງນາມໃນຂໍ້ຕົກລົງການພັດທະນາໂຄງການ (PDA) ໄຟຟ້າແຮງລົມທີ່ມີສະມັດຕະພາບສູງເຖິງ 1.200 ເມກາວັດ ຢູ່ເມືອງ ເຊໂປນ ແຂວງ ສະວັນນະເຂດ ທາງພາກກາງຂອງ ລາວ ທີ່ຕິດກັບ ຫວຽດນາມ.

ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຍສໝ - ຫວ່າງແລ້ວນີ້, ທີ່ເຂດບູຊະນີຍະສະຖານປະຫວັດສາດ ກູຈີ (ນະຄອນ ໂຮ່ຈີມິງ), ລາຍການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ

ເພີ່ມທະວີເພື່ອການພັດທະນາຂອງແມ່ຍິງ

ເພີ່ມທະວີເພື່ອການພັດທະນາຂອງແມ່ຍິງ

ຍສໝ - ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ໃນໄລຍະທີ່ ຄະນະຜູ້ແທນສະຫະພັນແມ່ຍິງ, ນັກທຸລະກິດຍິງ ລາວ ແລະກໍາປູເຈຍ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນບົດຮຽນຢ່າງເລິກເຊິ່ງ ແລະຮູບແບບທີ່ດີ, ພ້ອມທັງເຊື່ອມຕໍ່ນັກທຸລະກິດຍິງ 3 ປະເທດ ເພື່ອໃຫ້ແມ່ຍິງ ເວົ້າລວມ, ເວົ້າສະເພາະແມ່ນນັກທຸລະກິດຍິງ ສືບຕໍ່ມີການປະ ກອບສ່ວນອັນສໍາຄັນເຂົ້າໃນກິດຈະການສ້າງສາ, ພັດທະນາຂອງແຕ່ລະປະເທດ ແລະຂອງພາກພື້ນ.

ສປປ.ລາວ ໄດ້ຕີລາຄາສູງການຮ່ວມມືກັບຫວຽດນາມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ

ສປປ.ລາວ ໄດ້ຕີລາຄາສູງການຮ່ວມມືກັບຫວຽດນາມໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ບ່າຍ​ວັນ​ທີ 29 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໂດຍ​ທ່ານ​ລັດຖະມົນຕີ​ ຮ່ວາງ​ແທງ​ດາດ ນຳ​ໜ້າ​ໄດ້ເຂົ້າຢ້ຽມຂ່ຳນັບ​ ​ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີລາວ.

ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

ຍສໝ - ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ສົມທົບ, ໜູນຊ່ວຍກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນ ລາວ ຢ່າງເປັນປະຈໍາ ເພື່ອຮັບປະກັນໃຫ້ດ່ານຊາຍແດນສາກົນເກົ່າແຈວ ມີຄວາມປອດໄພ, ໄປມາສະດວກ.

ຕັ້ງໜ້າຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ ກັບຄືນເມືອບ້ານເກີດເມືອງນອນ

ຕັ້ງໜ້າຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ ກັບຄືນເມືອບ້ານເກີດເມືອງນອນ

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດກອງປະຊຸມຄັ້ງທີ XXIX ກ່ຽວກັບການສືບຕໍ່ຊອກຫາ, ​​ທ້ອນ​ໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມກັບຄືນເມືອບ້ານເກີດເມືອງນອນ, ລະດູແລ້ງ ປີ 2024 – 2025.

ຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ

ຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ

ຍສໝ - ໃນປີ 2024, ສະມາຄົມວາງເປົ້າໝາຍຮັບເອົາສະມາຊິກຕື່ມອີກຢ່າງໜ້ອຍສຸດແມ່ນ 70 ຄົນ, ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງປະຕິບັດໂຄງການ “ເສີມສ້າງສາຍພົວພັນມິດຕະພາບ” ຢ່າງມີປະສິດທິຜົນ, ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ ມາຢ້ຽມຢາມແຂວງ ບັກຢາງ...

ແນວຄວາມຄິດສ້າງຕັ້ງເຂດເສດຖະກິດການຄ້າຂ້າມຊາຍແດນ ຫວຽດນາມ - ລາວ

ແນວຄວາມຄິດສ້າງຕັ້ງເຂດເສດຖະກິດການຄ້າຂ້າມຊາຍແດນ ຫວຽດນາມ - ລາວ

ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.

ຄໍາແນະນໍາສໍາລັບ​ນັກ​ທ່ອງ​ທ່ຽວທີ່ມາຢ້ຽມຢາມປະເທດລາວເປັນ​ຄັ້ງ​ທໍາ​ອິດ​

ຄໍາແນະນໍາສໍາລັບ​ນັກ​ທ່ອງ​ທ່ຽວທີ່ມາຢ້ຽມຢາມປະເທດລາວເປັນ​ຄັ້ງ​ທໍາ​ອິດ​

ຍສໝ - ລາວ, ປະເທດບ້ານເຮືອນຄຽງທີ່ຄຸ້ນເຄີຍ, ມີສິ່ງຕ່າງໆທີ່ຫນ້າສົນໃຈຫຼາຍຢ່າງທີ່ຍັງບໍ່ທັນໄດ້ຄົ້ນກາ ແລະ ຍັງລໍຖ້າຜູ້ທີ່ມັກຮັກການທ່ອງທ່ຽວມາຢ້ຽມຢາມ. ຖ້າທ່ານມາຮອດ "ດິນແດນລ້ານຊ້າງ" ຄັ້ງທໍາອິດ, ສິ່ງທີ່ຄວນເອົາໃຈໃສ່ລຸ່ມນີ້ຈະເປັນຄໍາແນະນໍາທີ່ຫນ້າສົນໃຈເພື່ອເຮັດໃຫ້ການເດີນທາງຂອງທ່ານມີຄວາມສຸກ ແລະ ສົມບູນແບບຍິ່ງຂຶ້ນ.

ຫວຽດນາມ-ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ

ຫວຽດນາມ-ລາວ ເພີ່ມທະວີວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ

ຍສໝ - ແຕ່ລະປີ, ກົມກອງໄດ້ເປັນເສນາທິການໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ, ຄະນະພັກເມືອງ ແລະຄະນະກໍາມະການປະຊາຊົນເມືອງແທງເຈືອງ ປະກາດໃຊ້ບັນດາເອກະສານຊີ້ນຳ ນຳພາການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ແລະຈັດຕັ້ງການປະຕິບັດບັນດາເນື້ອໃນຂອງສັນຍາ, ດຳລັດ. ຄ້າຍທະຫານຊາຍແດນດ່ານຊາຍແດນແທງທຸຍ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງປ້ອງກັນຊາຍແດນຂອງລາວ, ຮັກສາວຽກງານແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ຮັກສາຊາຍແດນແຫ່ງຊາດເປັນປະຈໍາ.

​ເພີ່ມລະດັບຄວາມຮູ້​ພາສາ​ຫວຽດນາມ ໃຫ້ແກ່ນັກສຶກສາລາວ ຈາກບັນດາການເດີນທາງຕົວຈິງ

​ເພີ່ມລະດັບຄວາມຮູ້​ພາສາ​ຫວຽດນາມ ໃຫ້ແກ່ນັກສຶກສາລາວ ຈາກບັນດາການເດີນທາງຕົວຈິງ

ຍສໝ - ໄປຮຽນກຽມພາສາຫວຽດນາມ ຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລ ດານັງ, ບັນດານັກສຶກສາຕ່າງປະເທດ ໄດ້ຮັບການຝຶກອົບຮົມພ້ອມກັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ເຂົ້າ​ຮ່ວມ​ການ​ໄປ​ໄປລົງຕົວຈິງຫຼາຍຄັ້ງ... ໂດຍຜ່ານນັ້ນ ຈຶ່ງ​ຊ່ວຍ​ໃຫ້ບັນດານັກສຶກສາຕ່າງປະເທດມີ​ຄວາມໝັ້ນໃຈຕົນເອງກ່ວາໃນ​ການ​ສື່ສານ ດ້ວຍພາສາຫວຽດນາມ.

ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ຍສໝ - ສະຫະພັນ​ແມ່ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ຫາ​ກໍ່​ມອບ​ເຮືອນແຫ່ງຄວາມ​ຮັກແພງ​​ໃຫ້ 2 ຄອບຄົວທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ 2 ​ບ້ານຂຶ້ນກັບ​ເມືອງ ຫຼວງນ້ຳ​ທາ, ​ແຂວງ ຫຼວງ​ນ້ຳ​ທາ (ລາວ).

ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ

ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ

ຍສໝ - ວັນທີ 3 ກໍລະກົດ, ຢູ່ນະຄອນ ດານັງ, ສູນກາງສະພາກາແດງ ຫວຽດນາມ ໂດຍໄດ້ຮັບການໜູນຊ່ວຍຈາກບໍລິສັດຫຸ້ນສ່ວນສົ່ງເສີມການລົງທຶນ ແລະ ການພັດທະນາແບບຍືນຍົງ (SIPCO) ຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ເຮັດວຽກກັບຄະນະປະຕິບັດງານຂອງອົງການກາແດງແຫ່ງຊາດ ລາວ.

ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ

ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ

ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຫະພັນກຳມະບານ ລາວ (LFTU) ໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານ ລາວ ເປັນຫົວໜ້າຄະນະ.