ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ

22:59 | 11/09/2024

ຍສໝ - ການນຳສອງທ່ານໄດ້ເຫັນດີເປັນເອກະພາບສູງກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນທຸກຂົງເຂດ, ກໍ່ຄືໂຄງການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ
ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ-ລາວ ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງມິດຕະພາບ ຫວຽດນາມ-ລາວ

ຕອນບ່າຍວັນທີ 10 ກັນຍາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີຄວາມໝາຍສຳຄັນທີ່ສຸດ, ແມ່ນໜຶ່ງໃນບັນດາຂີດໝາຍໃນປະຫວັດສາດແຫ່ງການພົວພັນສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນແຕ່ລະປະເທດ, ກໍ່ຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: TTXVN

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສູງກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນທຸກຂົງເຂດ, ກໍ່ຄືໂຄງການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດຫວຽດນາມ-ລາວ ແລະລະຫວ່າງ 3 ພື້ນຖານເສດຖະກິດ ຫວຽດນາມ-ລາວ-ກໍາປູເຈຍ, ເປັນຕົ້ນແມ່ນການເຊື່ອມຕໍ່ລະບອບລະບຽບການ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ. ການນຳສອງທ່ານ ຍັງໄດ້ເຫັນດີເປັນເອກະພາບສຸມໃສ່ແກ້ໄຂຂໍ້ຕິດຂັດໃນການຜັນຂະຫຍາຍໂຄງການສຳຄັນ; ສືບຕໍ່ເອົາໃຈໃສ່, ຍູ້ແຮງການຮ່ວມມືດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການທະນາຄານ, ແຮງງານ ແລະການພົບປະແລກປ່ຽນປະຊາຊົນ.

ໃນສະພາບການສາກົນ ແລະພາກພື້ນມີການຜັນແປຢ່າງສັບສົນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານຢ່າງເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ເປັນຕົ້ນແມ່ນອາຊຽນ, ສະຫະປະຊາຊາດ ແລະກົນໄກອະນຸພາກພື້ນ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ພາບ: TTXVN

ວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ມີການພົບປະກັບທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ.

ທ່ານອະດີດເລຂາທິການໃຫຍ່ ຫງວຽນດຶກແມ້ງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ, ຜູ້ທີ່ເປັນເພື່ອນມິດສະຫາຍ, ເປັນອ້າຍນ້ອງທີ່ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະຊົມເຊີຍບັນດາຜົນງານເຊິ່ງ ລາວ ບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມປິຕິຊົມຊື່ນ ແລະເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງຫວຽດນາມ-ລາວ ຈະນັບມື້ນັບພັດທະນາອັນດີງາມຂຶ້ນຕື່ມ.

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕອນເຊົ້າວັນທີ 11 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ໄປວາງພວງມາລາ, ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ. ພວງມາລາຂອງຄະນະມີແຖວໜັງສື: ປະທານໂຮ່ຈີມິນຍືນຍົງຄົງຕົວໃນພາລະກິດແຫ່ງການປະຕິວັດຂອງພວກເຮົາຕະຫຼອດໄປ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄປວາງພວງມາລາຢູ່ສຸສານ ປະທານໂຮ່ຈີມິນ. ພາບ: TTXVN

ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ເຂດອານຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ. ພວງມາລາຂອງຄະນະມີແຖວໜັງສືຂຽນວ່າ: ຈົດຈຳວິລະກຳຂອງບັນດານັກຮົບປະຕິວັດ ຫວຽດນາມ ໄປຊົ່ວກາລະນານ.

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຍສໝ -​ ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Shawn Steil, ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ, ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ສິງຫາ ຢູ່ ຮ່າ​ໂນ້ຍ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ອົງການ ActionAid ສືບຕໍ່ຮ່ວມມືໃນຂົງເຂດພັດທະນາ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ອົງການ ActionAid ສືບຕໍ່ຮ່ວມມືໃນຂົງເຂດພັດທະນາ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ແລກປ່ຽນ​ລະຫວ່າງ ​ທ່ານ ຫງວຽນຫ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ (VUFO) ​ແລະ ທ່ານ​ນາງ Hellen Grace Akwii-Wangusa, ປະທານ​ສະພາຄຸ້ມຄອງບໍລິຫານ​ສາກົນ​ ຂອງອົງການ ActionAid, ​ໃນ​ວັນ​ທີ 31 ກໍລະກົດ ຢູ່ ​ຮ່າ​ໂນ້ຍ.

ແສງເດືອນ

ເຫດການ
302 Found

Found

The document has moved here.