ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄປຢ້ຽມຢາມພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ

22:27 | 11/09/2024

ຍສໝ - ໃນບັນຍາກາດທີ່ສະໜິດສະໜົມ, ທ່ານນາງ ນາລີ ສີສຸລິດ ໄດ້ສະແດງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາງ ໂງທິເມິ້ນ ແລະຄອບຄົວ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພິເສດ ແລະດີເລີດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແລະມີການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາການພົວພັນຫວຽດນາມ - ລາວ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 10 ກັນຍາ, ຢູ່ເຮືອນສ່ວນຕົວຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຖະໜົນ ທ່ຽນກວາງ, ຮ່າໂນ້ຍ, ທ່ານນາງ ນາລີ ສີສຸລິດ, ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມທ່ານນາງ ໂງທິເມິ້ນ, ພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະໄດ້ຈູດທູບໃຕ້ທຽນອາໄລຫາທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄປຢ້ຽມຢາມພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານນາງ ນາລີ ສີສຸລິດ ມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນບັນຍາກາດທີ່ສະໜິດສະໜົມ, ທ່ານນາງ ນາລີ ສີສຸລິດ ໄດ້ສະແດງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາງ ໂງທິເມິ້ນ ແລະຄອບຄົວ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພິເສດ ແລະດີເລີດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແລະມີການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາການພົວພັນຫວຽດນາມ - ລາວ.

ທ່ານນາງ ນາລີ ສີສຸລິດ ກໍຢື້ຢາມຖາມຂ່າວສຸຂະພາບຂອງທ່ານນາງ ໂງທິເມິ້ນ ພ້ອມດ້ວຍຄອບຄົວ; ສະແດງການແບ່ງປັນຕໍ່ການເສຍຫາຍຈາກພາຍຸນ້ຳຖ້ວມກໍ່ຂຶ້ນໃນຊຸມວັນຜ່ານມາຢູ່ບາງທ້ອງຖິ່ນຂອງຫວຽດນາມ ແລະມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ ດ້ວຍຄຳອວຍພອນສຸຂະພາບ, ໂຊກດີ ແລະສະຫງົບສຸກ.

ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

​ໃນ​ຈົດໝາຍ​ທີ່​ເຕັມໄປດ້ວຍນ້ຳໃຈ​ພິ​ເສດ​ຫຼາຍ​ຢ່າງ, ທ່ານ​ນາງ ນາ​ລີ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ສະເທືອນໃຈ, ​ໂສກ​ເສົ້າ​ເສຍດາຍຢ່າງສຸດຊຶ້ງ ​ເມື່ອ​ໄດ້​ຍິນ​ສາມີ​ຂອງ​ຕົນບອກຂ່າວ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ວ່າ: “ເອື້ອຍ​ ເມິ້ນ ​ເອີຍ, ​ໃນ​ເວລານັ້ນ ນ້ອງ​​ຕົກ​ໃຈ​ ຕົກຕະລຶງ ປາກບໍ່ອອກ ແລະ ນ້ອງບໍ່​ສາ​ມາດກັ້ນນ້ຳ​ຕາເອົາໄວ້ໄດ້​​!

(...) ເອື້ອຍ​ ເມິ້ນ ທີ່ຮັກແພງເອີຍ, ທຸກຄົນຢູ່ ຫວຽດນາມ ແລະ ຫຼາຍໆຄົນຢູ່ ລາວ ຮູ້ຊື່ສຽງຮຽງນາມອ້າຍ ຈ້ອງ, ຮູ້ວ່າ ຕະຫຼອດຊີວິດຂອງເພິ່ນ ເພິ່ນໄດ້ອຸທິດທຸກສິ່ງຢ່າງເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ຫວຽດນາມ ຢ່າງລືມຄວາມອິດເມື່ອຍຈົນເຖິງນາທີສຸດທ້າຍຂອງຊີວິດເພິ່ນ”.

ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄປຢ້ຽມຢາມພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ

ຈົດໝາຍຂຽນດ້ວຍມືຂອງທ່ານນາງ ນາລີ ສີສຸລິດ ເຖິງ ທ່ານນາງ ໂງ​ທິ​ເມິ້ນ.

ຕາມ​ພັນ​ລະ​ຍາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ ລາວ ແລ້ວ: "ເປັນເວລາຫຼາຍປີຜ່ານມາ ໃນການເປັນຜູ້ນຳຂອງເພິ່ນ ເຖິງວ່າພາລະກິດຂອງເພິ່ນຢູ່ປະເທດ ຫວຽດນາມ ແຕ່ລະມື້ຈະມີຢ່າງຫຼວງຫຼາຍ (ຮ້ອຍວຽກພັນວຽກງານ) ກໍ່ຕາມ ແຕ່ເພິ່ນກໍ່ຍັງແບ່ງປັນເວລາຄິດເຖິງປະເທດລາວ ແລະ ຄົນລາວຢ່າງບໍ່ລົດລະ ເພິ່ນໄດ້ຊ່ວຍເຫຼືອລາວ ຂອງພວກນ້ອງທັງຄວາມຄິດສະຕິປັນຍາບົດຮຽນ ລວມທັງວັດຖູປັດໄຈຕ່າງໆ…. ອ້າຍຈ້ອງ ເຄີຍເວົ້າວ່າ “ຊ່ວຍເພື່ອນກໍ່ຄືຊ່ວຍຕົນເອງ”.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ

ຍສໝ - ໃນວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຢ້ຽມຢາມ ແລະ ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ການໂອ້ລົມໄດ້ຖ່າຍທອດສົດທີ່ຊ່ອງ VTV1, ສະຖານີໂທລະພາບຫວຽດນາມ.

ສື່ມວນຊົນປະເທດລາວ ຕີລາຄາສູງຕໍ່ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສື່ມວນຊົນປະເທດລາວ ຕີລາຄາສູງຕໍ່ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ຍສໝ - ໜ້າທຳອິດຂອງບັນດາໜັງສືພິມໃຫຍ່ຂອງປະເທດລາວ ໃນວັນທີ 30 ມິຖຸນາ ໄດ້ພ້ອມກັນລົງບົດຂຽນ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ - ລັດ ລາວ; ຢືນຢັນວ່າ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງກວ່າເກົ່າ ແລະ ...

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.