![]() | ທະຫານເຮືອ ເຂດ 1 ກຽມພ້ອມຈັດຕັ້ງການຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ |
![]() | ອາຊີ ສຸມກຳລັງແຮງເຂົ້າໃນການກູ້ໄພ, ຮັບມືກັບພາຍຸ Yagi |
ຕາມນັ້ນແລ້ວ, ໄດ້ມີການຂໍ້ມູນວ່າ ພາຍຸເລກທີ 3 (Yagi) ໄດ້ພັດເຂົ້າຫວຽດນາມ ໃນວັນທີ 6 – 7 ກັນຍານີ້, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມ, ວັນທີ 9 ກັນຍານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ຮ່ວມກັນສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
![]() |
ພາຍຸເລກທີ 3 ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ບັນດາແຂວງ, ນະຄອນທາງພາກເໜືອຂອງຫວຽດນາມ. ພາບ: VGP |
ໃນໂທລະເລກ, ບັນດາສະຫາຍການນຳຂັ້ນສູງຂອງລາວ ໄດ້ສົ່ງຄຳຢ້ຽມຢາມອັນຈິງໃຈ ແລະ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງບັນດາສະຫາຍການນຳຂັ້ນສູງຂອງຫວຽດນາມ, ກໍຄືເຖິງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ພິເສດແມ່ນອຳນາດການປົກຄອງ ແລະ ຄອບຄົວຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດຄັ້ງນີ້.
ບັນດາສະຫາຍການນຳຂັ້ນສູງຂອງລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ລັດຖະບານ ຫວຽດນາມ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ປະຊາຊົນ ຫວຽດນາມ ອ້າຍນ້ອງ, ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເຂດປະສົບໄພທຳມະຊາດຈະມີສະຖຽນລະພາບ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
![]() | ພາຍຸ Yagi ພັດຖະຫຼົ່ມນະຄອນ ຫາຍຟ່ອງ ແລະ ແຂວງກວາງນີງ ດ້ວຍແຮງລົມລະດັບ 13 ຍສໝ - ຕອນທຽງວັນທີ 7 ກັນຍາ ພາຍຸ Yagi ໄດ້ພັດເຂົ້າເຂດກວາງນິງ, ນະຄອນ ຫາຍຟ່ອງ, ພາໃຫ້ເກີດຝົນຕົກໜັກ, ລົມແຮງລະດັບ 11-12, ແລະ ແຮງລົມສູນກາງພາຍຸລະດັບ13, ຄວາມໄວລົມ ສູງສຸດປະມານ 133 ກິໂລແມັດ ຕໍ່ຊົ່ວໂມງ. |
![]() | ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ລາວ, ວັນທີ 7 ມິຖຸນາ, ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ນຳໂດຍສະຫາຍ ເລກັວກມິນ, ກຳມະການສູນກາງພັກ, ບັນນາທິການໃຫຍ່ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ບຸນທອງ ຈິດມະນີ, ຜູ້ປະຈຳຄະນະເລຂາທິການ, ... |
ມິງດຶກ (ແປຕາມ hanoimoi.vn)