ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ

23:09 | 10/09/2024

ຍສໝ - ​ໂດຍ​​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນລະຍາ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ພັນລະຍາ ໄດ້​ໄປ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 10 – 13 ກັນຍາ 2024. ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ມີການຕອບສຳພາດກັບນັກຂ່າວກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ບັນດາຈຸດສຸມໃນການພົວພັນສອງຝ່າຍລະຫວ່າງສອງປະເທດ.

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ
ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

- ຂໍຮຽນທ່ານນາງເອກ​ອັກ​ຄະ​ລັດ​ຖະ​ທູດ ໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄປຍັງ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ?

ການ​ຢ້ຽມຢາມ​ຄັ້ງ​ນີ້ ໄດ້​ດຳ​ເນີນ​ໃນ​ສະພາບ​ທີ່​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ພວມ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄັ້ງ​ທີ 11 ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ຄັ້ງ​ທີ 13, ກະກຽມ​ໃຫ້​ບັນດາ​ກອງ​ປະຊຸມ​ໃຫຍ່ຂັ້ນ​ຮາກຖານກ້າວໄປເຖິງ​​ກອງ​ປະຊຸມ​ໃຫຍ່ຜູ້ແທນທົ່ວປະເທດໃນ​ຕົ້ນ​ປີ 2026.

ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ (ເບື້ອງຂວາ) ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເມື່ອທ່ານໄປຢ້ຽມຢາມ ສປປ ລາວ ໃນເດືອນ ກໍລະກົດ 2024 ໃນຖານະເປັນຜູ້ນຳໜ້າຂອງລັດຖະບານ. (ພາບ: TTXVN)

ພິ​ເສດ, ການ​ຢ້ຽມຢາມ​ ໄດ້​ດຳ​ເນີນ​ໄປ​ໃນເວລາທີ່​ສອງ​ປະ​ເທດ​ໄດ້​ຈັດ​ຕັ້ງຫຼາຍພິທີ​ສະ​ເຫຼີ​ມສະຫຼອງຂີດໝາຍສຳຄັນ ເຊັ່ນ: ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື (18 ກໍລະກົດ 1977), 62 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ​ລາວ ​- ຫວຽດນາມ (5 ກັນຍາ 1962), 49 ປີແຫ່ງວັນສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ 79 ປີແຫ່ງວັນສ້າງຕັ້ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

- ທ່ານເລຂາທິການໃຫຍ່, ປະທານປະເທດລາວ ມີບັນດາການເຄື່ອນໄຫວຕົ້ນຕໍໃດແດ່ໃນການຢ້ຽມຢາມຄັ້ງນີ້, ຂໍຮຽນທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ?

ໃນການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ມີ​ການ​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ ​ຫວຽດ​ນາມ ຢູ່ ຮ່າ​ໂນ້ຍ. ນັ້ນ​ແມ່ນ: ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິງຈິງ, ທ່ານປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ້ວັນຈ໋ຽນ ແລະ ການ​ນຳ​ສູນກາງສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ; ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລະ​ຫວ່າງ​ສອງ​ກົມການ​ເມືອງ​ ລາວ - ຫວຽດ​ນາມ; ​ພົບ​ປະ​ກັບ​ນັກ​ຮົບ​ເກົ່າອາ​ສາ​ສະ​ໝັກ​, ນັກ​ຊ່ຽວ​ຊານ ແລະ ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ ແລະ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳ ປີ 2025.

- ຂໍຮຽນທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານນາງສາມາດໃຫ້ຮູ້ບັນດາ​ເນື້ອ​ໃນ​ສຳຄັນກ່ຽວກັບການ​ພົບ​ປະ​ລະຫວ່າງ​ການ​ນຳ​ຂອງ​ສອງ​ປະ​ເທດ​ກັບນັກ​ຮົບ​ເກົ່າອາ​ສາ​ສະ​ໝັກ​, ນັກ​ຊ່ຽວ​ຊານ ແລະ ລຸ້ນ​ໜຸ່ມ ຫວຽດນາມ - ລາວ ໄດ້ບໍ?

ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ມິດຕະພາບແບບພິເສດລະຫວ່າງ ລາວ-ຫວຽດນາມ. ພິ​ເສດ​ແມ່ນ​ການ​ເສຍ​ສະຫຼະ​ອັນ​ສູງ​ສົ່ງ​ຂອງ​ບັນດາ​ນັກຮັບເກົ່າອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ​ໃນ​ວິວັດການ​ຊ່ວຍ​ເຫຼືອ ​ລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທົບທວນຄືນມູນເຊື້ອອັນດີງາມຂອງມູນເຊື້ອຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ, ເຊິ່ງໄດ້ສ້າງຂຶ້ນ ແລະ ປົກປັກຮັກສາໃນຫຼາຍປີຜ່ານມາ ໂດຍບັນດາຜູ້ນຳທີ່ຍິ່ງໃຫຍ່ແມ່ນ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ. ນັ້ນແມ່ນມໍລະດົກອັນໜຶ່ງ ທີ່​ໄດ້ສືບ​ຕໍ່​ຜ່ານ​ບັນດາ​ໄລຍະ​ປະຫວັດສາດ​ທີ່​ເຕັມ​ໄປ​ດ້ວຍ​ການ​ເສຍສະຫຼະ, ການຕໍ່ສູ້ ​ແລະ ຈິດ​ໃຈ​ປະຕິວັດ​ຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. (ພາບ: ສະຖານທູດລາວ ປະຈໍາ ຫວຽດນາມ)

- ພວກເຮົາຄາດຫວັງຫຍັງຈາກການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ແລະ ພັນລະຍາ, ຂໍຮຽນທ່ານນາງເອກ​ອັກ​ຄະ​ລັດ​ຖະ​ທູດ ?

ການ​ໄປຢ້ຽມຢາມຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ​ແລະ ພັນ​ລະ​ຍາ ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ ໃຫ້ນັບ​ມື້​ນັບເລິກ​ເຊິ່ງ, ໃກ້ຊິດຕິດແທດກັນກ່ວາອີກ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ, ນະ​ໂຍບາຍ ​ແລະ ມາດ​ຕະການ​ ເພື່ອຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ສອງ​ປະ​ເທດ​ກໍ່ຈະ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

- ພາຍຫຼັງການໄປຢ້ຽມຢາມຄັ້ງນີ້, ສະຖານທູດ ລາວ ຈະສຸມໃສ່ບັນດາຈຸດສຸມຫຍັງ ເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ?

ພວກຂ້າພະເຈົ້າ ຈະສຸມໃສ່ເຂົ້າໃນ 8 ຈຸດສຸມ:

ທີໜຶ່ງ, ສືບ​ຕໍ່​ຊຸກຍູ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ລາວ ​ແລະ ຫວຽດນາມ ​ໃນ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງສອງປະ​ເທດ ​ແລະ ​ຂໍ້​ຕົກລົງ​ການຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງ​ລັດ, ລະຫວ່າງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ນັແຕ່ສູນ​ກາງ ແລະ ທ້ອງ​ຖິ່ນ​ທີ່ໄດ້ລົງ​ນາມໃນຂໍ້ຕົກລົງໃນປີກາຍນີ້. ພ້ອມ​ກັນ​ນັ້ນ,ກໍ່ກວດກາ​ຄືນບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ເພື່ອດັດປັບ, ​ເພີ່ມ​ເຕີມ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່.

ທີສອງ, ເສີມຂະຫຍາຍການ​ຮ່ວມ​ມື​ດ້ານ​ການ​ເມືອງ​ໃຫ້ນັບມື້ນັບ​ແໜ້ນ​ແຟ້ນ ​ແລະ ກ້າວເຂົ້າສູ່ລວງເລິກ. ພິເສດແມ່ນສືບຕໍ່ສົມທົບກັນ, ຮ່ວມມືໃນບັນດາບັນຫາຍຸດທະສາດຂອງສອງປະເທດ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ສອງພັກ, ສອງລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນໄດ້ພົບປະ, ແລກປ່ຽນໃນຫຼາຍຮູບຫຼາຍແບບ, ມີປະສິດທິຜົນນັບມື້ນັບທີ່ສູງກ່ວາ.

ທີ​ສາມ, ສົມທົບ​ກັນ​ການຮ່ວມມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບ ເພື່ອຮັບມືກັບບັນດາ​ສິ່ງ​ທ້າ​ທາຍ​ໃໝ່, ຊຸກຍູ້ໃຫ້ສອງຝ່າຍ ຈັດ​ຕັ້ງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ປ້ອງກັນຄວາມສະຫງົບ 2 ປະ​ເທດ​ໄດ້​ລົງ​ນາມ.

ທີສີ່, ສົມທົບ​ກັນ ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການຢູ່ສູນ​ກາງ ​ແລະ ທ້ອງ​ຖິ່ນເພື່ອໃຫ້​​ບັນລຸ​ປະສິດທິ​ຜົນ​ສູງ, ແທດ​ເໝາະ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ຂອງ​ສອງ​ປະ​ເທດ.

ທີ​ຫ້າ, ຊຸກຍູ້​ການ​ກໍ່ສ້າງ, ສ້ອມແປງເສັ້ນທາງ ​ແລະ ດ່ານ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ໃຫ້​ໄດ້​ມາດຕະຖານ​ທັງດ້ານ​ພື້ນຖານ​ໂຄງ​ລ່າງ, ຖັນແຖວພະນັກງານ, ລະບົບ​ພາສີ... ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ການ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ 2 ປະ​ເທດ​ມີ​ຄວາມ​ສະດວກ, ປະຢັດລາຍຈ່າຍ.

ທີ​ຫົກ, ຊຸກຍູ້​ການ​ເຊື່ອມໂຍງພື້ນຖານ​ໂຄງ​ລ່າງ, ການທ່ອງທ່ຽວ, ພະລັງງານ, ກະສິກຳ​ສີຂຽວ... ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​ຊ່ວຍ​ໃຫ້​ສອງ​ປະ​ເທດ​ພັດທະນາ, ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ມີ​ປະສິດທິ​ຜົນ.

ທີ​ເຈັດ, ສືບ​ຕໍ່​ຊຸກຍູ້​ບັນດາ​ກົນ​ໄກ​ປະສານ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ແລກປ່ຽນ, ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຢ່າງເປັນ​ປະຈຳ.

ທີ​ແປດ, ຍູ້ແຮງວຽກງານໂຄສະນາ​ເຜີຍ​ແຜ່ ແລະ ບຳລຸງ​ກ່ຽວກັບ​ມູນເຊື້ອນ້ຳໃຈຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ ​ລາວ-ຫວຽດນາມ ​ໃຫ້​ແກ່​ຖັນແຖວພະນັກງານ, ລັດຖະກອນ, ປະຊາຊົນ, ກໍ່ຄືໄວ​ໜຸ່ມ​ຂອງ​ສອງ​ປະ​ເທດ.

- ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!

ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

ຍສໝ - ທະນາຄານ Maybank ໃຫ້ຮູ້ວ່າ: ປະເທດສະມາຊິກອາຊຽນ 6 ປະເທດ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ຄາດຄະເນວ່າ ຈະບັນລຸ 4,5 – 4,7% ໃນ ປີ 2024 ແລະ ...

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຍສໝ - ຕອນ​ບ່າຍ​ວັນ​ທີ 13 ມີຖຸນາ, ຢູ່​ສຳນັກງານ​ກະຊວງ​ຍຸຕິ​ທຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ເລແທງລອງ ​ໄດ້​ໃຫ້ການ​ຕ້ອນຮັບ ແລະ ໂອ້ລົມເຈລະຈາກັບ ​ທ່ານ​ລັດຖະມົນຕີ LEE Wan-kyu ພ້ອມດ້ວຍຄະນະ​ຜູ້​ແທນ​ກະຊວງ​ນິຕິບັນຍັດລັດຖະບານ ສ.​ເກົາຫຼີ.

ມີງດຶກ

ເຫດການ
302 Found

Found

The document has moved here.