ພາຍຫຼັງໄດ້ຮັບການຈັດຕັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ມີການເຄື່ອນໄຫວດ້ວຍເປົ້າໝາຍ ແລະ ໜ້າທີ່ແມ່ນໂຄສະນາ, ຂົນຂວາຍ, ເຊື່ອມຕໍ່ການພົວພັນຊ່ວຍປະຊາຊົນແຂວງ ແທງຮວາ ແລະ ປະຊາຊົນຍີ່ປຸ່ນ ຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ, ແບບແຜນການດຳລົງຊີວິດດ້ານເສດຖະກິດ ສັງຄົມ, ວິທະຍາສາດ - ເຕັກນິກ ຂອງແຕ່ລະປະເທດ. ຜ່ານນັ້ນກໍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.
ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ ຕາມເວລາທ້ອງຖິ່ນ, ຢູ່ນຄອນ La Haye, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທ່າງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຝລັ່ງ, ແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ.
ຍສໝ - ວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມດ້ວຍຫົວເລື່ອງກ່ຽວກັບວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ.
ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.
ໂດຍຢັ້ງຢືນບົດບາດສຳຄັນຂອງພະລັງງານຜະລິດຄືນໃໝ່ຕໍ່ວິວັດການພັດທະນາແບບຍືນຍົງຢ່າງຈະແຈ້ງ, ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີຫຼາຍນະໂຍບາຍ, ຍຸດທະສາດ ແລະ ຄຳໝັ້ນສັນຍາຢ່າງແຮງ, ພ້ອມທັງຜັນຂະຫຍາຍການປະຕິບັດໃນຕົວຈິງຫຼາຍແຜນການທີ່ມີຄວາມມຸ່ງມາດປາດຖະໜາກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່. ມາຮອດປັດຈຸບັນ, ຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ ພວມບັນລຸໄດ້ໝາກຜົນຫຼາຍຢ່າງທີ່ມີຄວາມປະທັບໃຈ ໂດຍບັນດານັກຊ່ຽວຊານ ແລະ ອົງການວິຊາສະເພາະສາກົນຮັບຮູ້ ແລະ ຕີລາຄາສູງ.
ທ່ານ ອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນຖືວ່າ: ນະຄອນໂຮ່ຈີມິນ ແລະ ລັດ Styria ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ ໃນຂົງເຂດ ທີ່ລັດ Styria ມີທ່າແຮງ ແລະ ນະຄອນໂຮ່ຈີມິນ ມີຄວາມສົນໃຈຄືການພັດທະນາພະລັງງານຜະລິດຄືນໃໝ່, ຄົມມະນາຄົມສີຂຽວ, ຫັນເປັນດີຈີຕອນ.
ຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Pierre – Yves Jeholet, ລັດຖະມົນຕີ - ຜູ້ວ່າການລັດຖະບານ ປະຊາຄົມຊາວແບນຊິກ ເວົ້າພາສາ ຝລັ່ງ Wallonie- Bruxelles ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 15 – 21 ຕຸລາ.
ຍສໝ - Good Neighbors International ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍໂຄງການ “ພັດທະນາວຽກງານສັງຄົມ ແລະ ໃຫ້ຄຳປຶກສາດ້ານຈິດໃຈໃນໂຮງຮຽນໄລຍະ 2022 - 2024”.
ໃນລະຫວ່າງນັທີ 3 – 7 ຕຸລາ ຢູ່ເຊີແນວ (ສະວິດ) ໄດ້ດຳເນີນສັບປະດາສ້າງຂົວເຊື່ອມຕໍ່ (BBW) 2022 ໂດຍສຸມໃສ່ເຂົ້າຫົວຂໍ້ລະດົມການເງິນໃຫ້ແກ່ການອະນຸລັກຮັກສາທຳມະຊາດ ແລະ ບັນດາເປົ້າໝາຍດິນຟ້າອາກາດ.
ຍສໝ - ທີ່ກອງປະຊຸມ, ບັນດາປະເທດສ່ວນຫຼາຍລ້ວນແຕ່ມີຂໍ້ສັງເກດວ່າ ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນຂະນະດຽວກັນ, ເຊິ່ງສົ່ງຜົນສະທ້ອນຫຍໍ້ທໍ້ຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເຊັ່ນ: ການປະທະກັນ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ການຂາດຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ສິ່ງທ້າທາຍດ້ານເສດຖະກິດ, ການເງິນ ແລະ ໜີ້ສິນສາທາລະນະ.
ຍສໝ - ຈາກດຽນບຽນຈົນຮອດກອມຕຸມ, ຫວຽດນາມ ແລະ ລາວມີຄູ່ດ່ານຊາຍແດນສາກົນ 10 ແຫ່ງ ລວມມີ: ໄຕຈາງ - ສົບຮຸນ, ລ໊ອງເຊິບ - ປາຮ່າງ, ນາແມວ - ນ້ຳໂສຍ, ນ້ຳກັ່ນ - ນ້ຳການ, ເກົ່າແຈວ - ນ້ຳພາວ, ຈາລໍ່ - ນາພາວ, ລາໄລ - ລາໄລ, ລາວບາວ - ແດນສະຫວັນ, ນາມຢາງ - ດັກຕາອອກ ແລະ ເບີອີ - ພູເກືອ. ຢູ່ລຽບຕາມເສັ້ນຊາຍແດນສອງປະເທດຍັງມີເຂດອະນຸລັກທຳມະຊາດ, ປ່າສະຫງວນແຫ່ງຊາດ, ຖ້ຳ, ນ້ຳຕົກຕາດຫຼາຍແຫ່ງທີ່ມີທິວທັດທຳມະຊາດໃຫຍ່ໂຕມະໂຫຖານ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ ບັນຫາພັດທະນາສັງຄົມ, ປະຕິບັດວິໄສທັດ ອາຊຽນ 2023, ແຜນການກະທຳ ຮ່າໂນ້ຍ ແລະ ບັນດາເອກະສານທີ່ກ່ຽວຂ້ອງຕ່າງໆຂອງ ອາຊຽນ ເພື່ອແນໃສ່ສ້າງປະຊາຄົມ ອາຊຽນທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ - 19”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດ ແລະ ການຄ້າໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການທີ່ມີລັກສະນະທົ່ວໂລກ, ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ.
ຫວ່າງແລ້ວນີ້, ຢູ່ບ້ານ ລາຍຈ໋າຍ 1, ຕາແສງ ຄຸນຮ່າ, ເມືອງ ຕາມເດືອງ, ແຂວງ ລາຍເຈົາ ໄດ້ດຳເນີນກອງປະຊຸມສຳມະນາກ່ຽວກັບການພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບ ເຕັກໂນໂລຢີ (Metaverse) ດ້ວຍຫົວຂໍ້ “ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄວາມຄາດຫວັງບືນໄປໄກ”.
ຍສໝ - ເວັບໄຊ Moderndiplomacy.eu ຫາກໍ່ລົງບົດຂຽນຕີລາຄາກ່ຽວກັບການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນ 50 ປີຜ່ານມາ.
ຍສໝ - ໃນໄລຍະຈະມາເຖິງ, ຮ່າໂນ້ຍ - ວຽງຈັນ ຈະຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງນະຄອນໃຫ້ແທດຈິງ, ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກກວ່າອີກ; ສືບຕໍ່ເປີດກວ້າງໄລຍະພັດທະນາໃໝ່, ຂະຫຍັນຂັນເຄື່ອນ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ; ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ ຂອງພາກພື້ນ.
ຍສໝ - CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມ ມືລະຫວ່າງລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).
ຍສໝ - ຕອນເຊົ້າວັນທີ 11 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໄດ້ໃຫ້ການຕ້ອນຮັບທ່ານ Tan See Leng ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ.