ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ນັບ​ມື້​ນັບ​ມີ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

00:00 | 12/08/2023

ຍ​ສ​ໝ - ຫວຽດນາມ ແລະ ອົດສະຕາລີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ກຸມພາ 1973, ພາຍຫຼັງ ທີ່ສົນທິສັນຍາ Paris ວ່າດ້ວຍການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ ໄດ້ຮັບການລົງນາມ 2 – 3 ວັນ. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນລະຫວ່າງສອງປະເທດມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການເມືອງ, ເສດຖະກິດ - ການຄ້າ.

ການ​ຄ້າ​ທາງ​ລົດ​ໄຟ​ລະ​ຫວ່າງ ຈີນ ແລະ ລາວ ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ ການ​ຄ້າ​ທາງ​ລົດ​ໄຟ​ລະ​ຫວ່າງ ຈີນ ແລະ ລາວ ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ
ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ
ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ນັບ​ມື້​ນັບ​ມີ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ
ພາບ​ປະ​ກອບ: baoquocte

ປີ 2009, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານ ແລະ ມາຮອດປີ 2018, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນສອງຝ່າຍ. ຜ່ານ 5 ທົດສະວັດແຫ່ງການພັດທະນາ ດ້ວຍຫຼາຍກາລະໂອກາດ ກໍ່ຄືຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ໃນການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງຂອງສະພາບການໃນພາກພື້ນ ແລະ ໂລກ, ຫວຽດນາມ ແລະ ອົດສະຕາລີ ໄດ້ກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນນັບທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ. ໂດຍໃຫ້ຂໍ້ສັງເກດກ່ຽວກັບການພົວພັນລະຫວ່າງສອງປະເທດໃນປັດຈຸບັນ, ທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຢັ້ງຢືນວ່າ:

ບໍ່ມີຍາມໃດໃນປະຫວັດສາດ ເຊິ່ງການພົວພັນລະຫວ່າງສອງປະເທດພວກເຮົາພັດສະໜິດແໜ້ນ ແລະ ມີການພັດທະນາອັນດີງາມຄືໃນປັດຈຸບັນ. ການພົວພັນສອງຝ່າຍໄດ້ຮັບການກໍ່ສ້າງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງແຮງກໍ່ຄືການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ນັ້ນແມ່ນການຮ່ວມມືດ້ານປ້ອງກັນຊາດ, ການສຶກສາ, ການຄ້າ ຫຼືການພົວພັນແລກປ່ຽນປະຊາຊົນ - ແມ່ນການເຊື່ອມຕໍ່ສຳຄັນລະຫວ່າງປະຊາຊົນສອງປະເທດ.

ສອງຝ່າຍໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍທຸກເສົາຄ້ຳຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ. ຫວຽດນາມ ແລະ ອົດສະຕາລີກໍ່ແມ່ນຄູ່ຮ່ວມມືທາງດ້ານການຄ້ານອນໃນ top 10 ປະເທດຂອງກັນ, ດ້ວຍວົງເງິນການຄ້າສອງສົ້ນໃນປີ 2022 ບັນລຸ 15,7 ຕື້ USD, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບໄລຍະກ່ອນທີ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ການຮ່ວມມືໃນໄລຍະ 50 ປີຜ່ານມາສະແດງໃຫ້ເຫັນການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ນຳຜົນປະໂຫຍດຢ່າງຈະແຈ້ງ, ລະອຽດ ແລະແທດຈິງທີ່ສຸດໃຫ້ແກ່ທັງສອງປະເທດ. ປັດຈຸບັນພວມມີຫຼາຍກາລະໂອກາດ ເຊິ່ງສອງປະເທດຄວນກຳແໜ້ນເພື່ອນຳການພົວພັນຮ່ວມມືໃນຫຼາຍດ້ານພັດທະນາຂຶ້ນສູ່ໄລຍະໃໝ່.

ສອງປະເທດໄດ້ແບ່ງປັນຜົນປະໂຫຍດຍຸດທະສາດກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ. ພື້ນຖານເສດຖະກິດສອງປະເທດມີລັກສະນະໜູນຊ່ວຍກັນ, ເປັນຕົ້ນແມ່ນຊັບພະຍາກອນທຳມະຊາດ, ແຫຼ່ງຊັບພະຍາກອນມະນຸດ, ຄວາມສາມາດດ້ານເຕັກໂນໂລຢີ ແລະ ການເງິນ. ນອກຈາກ 3 ເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດທີ່ມີຢູ່ແລ້ວໃນປັດຈຸບັນ (ເສດຖະກິດ, ການປ້ອງກັນຊາດ, ພູມປັນຍາ ແລະ ການປ່ຽນແປງໃໝ່), ສອງປະເທດພວມພິຈາລະນາ ບາງເສົາຄ້ຳໃໝ່ເພື່ອແນໃສ່ມີຄວາມສະໜິດຕິດແທດກ່ວາອີກ. ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ຖືວ່າ ສອງປະເທດອາດຈະເພີ່ມທະວີການໂອ້ລົມສົນທະນາຍຸດທະສາດ, ສ້າງ ບາງກົນໄກໃໝ່ຕື່ມອີກ, ພ້ອມທັງພິຈາລະນາຍົກລະດັບການພົວພັນ:

ຂ້າພະເຈົ້າມີຄວາມປະເອີບໃຈທີ່ຄວາມສາມາດນີ້. ມາຮອດປັດຈຸບັນ, ຫາກໍມີ 4 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ ນັ້ນແມ່ນ ຈີນ, ລັດເຊຍ, ອິນເດຍ ແລະ ຫຼ້າສຸດແມ່ນສ.ເກົາຫຼີ. ເພາະສະນັ້ນ, ຖ້າອົດສະຕາລີ ອາດຈະແມ່ນປະເທດຕໍ່ໄປທີ່ສ້າງຕັ້ງການພົວພັນນີ້ກັບ ຫວຽດນາມ, ສິ່ງນີ້ແມ່ນດີຫຼາຍ. ຂ້າພະເຈົ້າຄິດວ່າໃນປີນີ້, ພວກເຮົາຈະແລກປ່ຽນການຢ້ຽມຢາມຂັ້ນສູງຫຼາຍຄັ້ງ, ນີ້ກໍ່ແມ່ນໂອກາດທີ່ດີເພື່ອປະກາດສິ່ງນີ້ຢ່າງເປັນທາງການ. ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນສູ່ລະດັບສູງໃໝ່, ນີ້ຈະແມ່ນກຳລັງໜູນສຳຄັນຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ ຫຼືເຕັກໂນໂລຢີສູງ…

ຫວຽດນາມ ແລະ ອົດສະຕາລີພວມຢືນຢູ່ຕໍ່ໜ້າໄລຍະການຮ່ວມມືໃໝ່ ເຊິ່ງບັນດາຜົນສຳເລັດຂອງການຮ່ວມມືໃນໄລຍະ 5 ທົດສະວັດທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າສອງປະເທດບໍ່ພຽງແຕ່ມີຄວາມສະໜິດຕິດພັນກັນເທົ່ານັ້ນ ຫາກຍັງແມ່ນ 2 ປະເທດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດອີກດ້ວຍ. ປີ 2023 ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ - ອົດສະຕາລີຫວນຄືນຜົນສຳເລັດທີ່ບັນລຸໄດ້ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ສອງປະເທດມຸ່ງໄປເຖິງອະນາຄົດຂອງການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດທີ່ນັບມື້ນັບເລິກເຊິ່ງກ່ວານີ້ອີກດ້ວຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.