ຍູ້ແຮງ​ການ​​ສ້າງ​ລະ​ບອບ​ລະ​ບ​ຽບ​ການ, ນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ

08:26 | 20/12/2022

ວັນທີ 17 ທັນວາ, ກອງປະຊຸມສຳມະນາວັດທະນະທຳ ປີ 2022 ໄດ້ດຳເນີນຢູ່ແຂວງບັກນິງ ດ້ວຍຫົວຂໍ້ “ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ”.

ຊາ​ປາ​ ລອດເຂົ້າທອັບ 10 ແຫຼ່ງ​ທ່ອງ​ທ່ຽວ​ຊົມ​ຫິມະຕົກ​ທີ່​ຈັບອົກຈັບ​ໃຈ​ຢູ່​ອາ​ຊີ ຊາ​ປາ​ ລອດເຂົ້າທອັບ 10 ແຫຼ່ງ​ທ່ອງ​ທ່ຽວ​ຊົມ​ຫິມະຕົກ​ທີ່​ຈັບອົກຈັບ​ໃຈ​ຢູ່​ອາ​ຊີ
ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ
ພາບປະກອບ: TTXVN
ພາບປະກອບ: TTXVN

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ວັດທະນະທຳມີທີ່ຕັ້ງ, ບົດບາດ, ຄວາມໝາຍສຳຄັນທີ່ສຸດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ.

ໃນຕະຫຼອດໄລຍະປະຫວັດສາດ ພັກ ແລະ ລັດ ຍາມໃດກໍ່ຖືບົດບາດ, ທີ່ຕັ້ງຂອງວັດທະນະທຳເປັນສຳຄັນທີ່ສຸດ. ຫວ່າງມໍ່ໆມານີ້, ກອງປະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ XIII (ປີ 2021) ໄດ້ກຳນົດການພັດທະນາຄົນຢ່າງຮອບດ້ານ, ສ້າງວັດທະນະທຳທີ່ກ້າວໜ້າ ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ພັດທະນາວັດທະນະທຳໃຫ້ກາຍເປັນກຳລັງແຮງພາຍໃນ ແລະ ເປັຍກຳລັງແຮງພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ.

ໄຊພອນ

ເຫດການ