ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

08:09 | 05/01/2023

ຍ​ສ​ໝ - ໃນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ທີ່​ມີ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້າ​ນ​ວັດ​ທະ​ນະ​ທຳຮູບ​ປະ​ທຳ ແລະ ນາມ​ມະ​ທຳ​ຂອງ​ແຂວງ ຕິດ​ພັນ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ.

ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ
SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ພາບ​ປະ​ກອບ: vnexpress.net
ພາບ​ປະ​ກອບ: vnexpress.net

ເລິມ​ດົ່ງ - ໂດຍ​ແມ່ນ​ແຂວງນອນ​ຢູ່​ທາງ​ທິດ​ໃຕ້​ໄຕ​ງວຽນ ແມ່ນ​ເຂດ​ດິນ​ແດນ​ບັນ​ຈຸ​ຊັບ​ພະ​ຍາ​ກອນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ດ້ວຍ​ຮີດຄອງ​ປະ​ເພ​ນີ, ​ສີສັນ​ແຜ່ນ​ແຜ​ພື້ນ​ເມືອງ, ການ​ສະ​ແດງ​ສິ​ລະ​ປະ​ສະຖາ​ຖະ​ປັດ​ຕະ​ຍາ​ກຳ, ວັນ​ບຸນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ…ຂອງ 47 ຊົນ​ເຜົ່າ​ອ້າຍນ້ອງ. ໃນ​ນັ້ນ, ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພໍ່​ແມ່​ປະ​ຊາ​ຊ​ົນ​ໃນ​ທ້ອງ​ຖິ່ນ​ໄດ້ມີ​ກຳ​ລັງ​ແຮງ​ດຶງ​ດູດ ຕໍ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ.

ເລິມ​ດົ່ງ​ມີ​ກ່​ວາ 25,7% ປະ​ຊາ​ກອນ​ແມ່ນ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ໄປ​ຄຽງ​ຄູ່​ກັນ​ນັ້ນ ດ້ວຍ​ທ່າ​ໄດ້​ປຽບ​ທີ່​ມີ​ທິ​ວ​ທັດ​ທຳ​ມະ​ຊາດ, ອາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບ​າຍ, ບັນ​ດາ​ແມ່​ນ້ຳ, ນ້ຳ​ຕົກ​ຕ​າດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ເລິມ​ດົ່ງ​ມີ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ເຜົ່າ​ສ່ວນ​ໜ້ອຍ​ທ້ອງ​ຖິ່ນ​ທີ່​ອຸ​ດົມ​ສົມ​ບູນ, ເປັນຫຼາຍ​ຮູບ​ແບບ​ຄື​ທິວ​ທັດ​ທຳ​ມະ​ຊາດ​ໝູ່​ບ້ານ, ສິລະປະ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ເປັ​ນ​ເອ​ກະ​ລັກ​ສະ​ເພາະ, ອາ​ຊີບ​ຫັດ​ຖະ​ກຳ, ຊຸດ​ອາ​ພອນ, ອາ​ຫານ​ການ​ກິນ, ສິ​ລະ​ປະ​ພື້ນ​ເມືອງ, ວັນ​ບຸນທີ່​ມີ​ແຕ່​ດົນ​ນານ... ນີ້​ແມ່ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

ສ່ວ​ນຫຼາຍ​ແຂ​ກ​ທ່ອງ​ທ່ຽວ​ມາ​ດ່າ​ລາດ ເລິມ​ດົງ, ມັກ​ຕັດ​ສິນ​ໃຈ​ກັບ​ມາ​ອີກ​ຄັ້ງ​ຍ້ອນ​ຄວາມ​ດຶງ​ດູດ​ໃຈ​ຈາກວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ຢູ່​ແຫ່ງ​ນີ້. ໄລຍະ​ຜ່ານ​ມາ, ເລິມ​ດົ່ງ​ຜັນ​ຂະ​ຫຍາຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ​ດີ​ເດັ່ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທາງ​ແຂວງ​ໄດ້​ເປີດ ຫ້ອງ​ຮຽນ 63 ຫ້ອງ​ສອນ​ຕີ​ຄ້ອງ​ ໃຫ້​ແກ່​ຊາວ​ໜຸ່ມ, ເຍົາ​ວະ​ຊົນ​ເຜົ່າ​ຕ່າງໆ​ຢູ່​ໄຕ​ງວຽນ 1,600 ຄົນ, ກວດ​ກາ ແລະ ຮັບ​ຮອງ​ເອົາ 17 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ, ຈັດ​ຕັ້ງ​ວັນ​ບຸນ​ວັດ​ທະ​ນະ​ທຳ​ຕີ​ຄ້ອ​ງ​ຂັ້ນ​ແຂວງ 15 ຄັ້ງ, ເຊີດ​ຊູ​ນັກ​ສິ​ລະ​ປະ​ການ​ຕີ​ຄ້ອງ​ດີ​ເດັ່ນເກືອບ 100 ຄົນ, ຮັບໃຊ້ວັນ​ບຸນ​ນັບ​ຮ້ອຍ​ຄັ້ງ, ຮັບ​ຮອງ​ເອົາ​ໝູ່​ບ້ານ​ທີ່​ເປັນ​ມູນ​ເຊື້ອ 33 ແຫ່ງ...

ໂດຍ​ກຳ​ນົດ​​ວ່າ​ ຂະ​ແໜງ​ທ່ອງ​ທ່ຽວ​ແມ່ນ​ຂະ​ແໜງ​ເສດ​ຖະ​ກິດ​ກຳ​ລັງ​ໜູນ​ຂອງ​ແຂວງ, ທາງ​ແຂວງ​ເລິມ​ດົ່ງ ໄດ້​ປະ​ກາດ​ໃຊ້​ມະ​ຕິສະ​ເພາະຫຼາຍ​ສະ​ບັບ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ຊີ້​ນຳ​ບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ສ້າງ​ໂຄງ​ການ​ກະ​ທຳ, ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂ​ອງ​ແຕ່​ລະ​ທ້ອງ​ຖິ່ນ​ຢ່າງ​ທັນ​ການ ກໍ່​ຄື​ດຶງ​ດູດ​ບັນ​ດາ​ໂຄງ​ການຈຸດ​ສຸມ​ສ້າງ​ບາ​ດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ຫຼ້າ​ສຸດ​ແມ່ນ​ມະ​ຕິ​ເລກ​ທີ 18 (25 ກໍ​ລະ​ກົດ 2022) ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຮອດ​ປີ 2025, ກຳ​ນົດ​ທິດ​ຮອດ​ປີ 2030 ໃນ​ບໍ​ລິ​ເວນ​ແຂວງ.

ໃນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ທີ່​ມີ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້າ​ນ​ວັດ​ທະ​ນະ​ທຳຮູບ​ປະ​ທຳ ແລະ ນາມ​ມະ​ທຳ​ຂອງ​ແຂວງ ຕິດ​ພັນ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເລິມ​ດົ່ງ ກໍ່​ໄດ້​ປະ​ກາດ​ໃຊ້​ແຜນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ “ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ເພງ​ພື້ນ​ເມືອງ, ບົດ​ຟ້ອນ​ຂອງ​ບັນ​ດາ​ເຜົ່າ​ສ່ວ​ນ​ໜ້ອຍ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ​ໄລ​ຍະ 2021 - 2030” ໃນ​ບໍ​ລິ​ເວນ​ແຂວງ, ພ້ອມ​ກັບ​ໂຄງ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ​ທ້ອງ​ຖິ່ນ, ໄລ​ຍະ 2022 – 2030.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.