ການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

00:00 | 05/08/2023

ຍ​ສ​ໝ - ຕາມ​ບົດ​ລາຍ​ງານ​ລາຍ​ງານ​ວຽກ​ງານ​ປີ 2022 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2023 ຂອງ VUFO ໂດຍ​ທ່ານ​ຮອງ​ປະ​ທານ ເລ​ຂາ​ທິ​ການ​ VUFO ຟານ​ແອັງ​ເຊີນ ສະ​ເໜີ​ຢູ່ກອງ​ປະ​ຊຸມ, ປີ 2022 VUFO ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ບັນ​ດາ​ຂົງ​ເຂດ ແລະ ເປົ້າ​ໝາຍ​ວຽກ​ງານ.

VUFO ຈະ​ໜູນ​ຊ່ວຍ​ທ້າຍ​ບິ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ VUFO ຈະ​ໜູນ​ຊ່ວຍ​ທ້າຍ​ບິ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ
VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ
ການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ
ທ່ານ​ນາງ​ປະ​ທານ VUFO ຫ​ງວຽນ​ເຟືອງ​ງາ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

ວັນ​ທີ 28 ທັນ​ວາ, ຢູ່ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2022 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2023 ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ ຫວຽດ​ນາມ (VUFO), ທ່ານ​ນາງ​ປະ​ທານ VUFO ຫ​ງວຽນ​ເຟືອງ​ງາ ໃຫ້​ຮູ້​ວ່າ ການ​ທູດ​ປະ​ຊາ​ຊົນ ຮັບ​ໃຊ້​ການພັດ​ທະ​ນາເສດ​ຖະ​ກິດ - ສັງ​ຄົມ…

ຕາມ​ບົດ​ລາຍ​ງານ​ລາຍ​ງານ​ວຽກ​ງານ​ປີ 2022 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2023 ຂອງ VUFO ໂດຍ​ທ່ານ​ຮອງ​ປະ​ທານ ເລ​ຂາ​ທິ​ການ​ VUFO ຟານ​ແອັງ​ເຊີນ ສະ​ເໜີ​ຢູ່ກອງ​ປະ​ຊຸມ, ປີ 2022 VUFO ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ບັນ​ດາ​ຂົງ​ເຂດ ແລະ ເປົ້າ​ໝາຍ​ວຽກ​ງານ.

ກ່ຽວ​ກັບ​ວຽກ​ງານ​ສັນ​ຕິ​ພາບ, ຄວາມສາ​ມັກ​ຄີ, ມິດ​ຕະ​ພາບ, VUFO ໄດ້​ສຳ​ເລັດ​ແຜນ​ການ​ທາງ​ການ​ທູດ ປີ 2022, ບັນ​ດາ​ການ​ເຄື່ອນ​ໄຫວຫຼາຍ​ຮູບ​ແບບ​ກ່ຽວ​ກັບ​ຮູບ​ແບບ ແລະ ເນື້ອ​ໃນ, ເຂົ້າ​ສູ່​ລວງ​ເລິກ, ສານ​ການ​ເມືອງ ໄດ້​ສົມ​ທົບ​ກັບ​ບັນ​ດາການ​ເຄື່ອນ​ໄຫວ. ວຽກ​ງານ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ກ່​ວາ. ວຽກ​ງານ​ຖະ​ແຫຼງ​ຂ່າ​ວ​ທາງ​ການ​ທູດ ໄດ້​ຫັນ​ເປັນ​ມື​ອາ​ຊີບ, ຫຼາຍ​ຮູບ​ແບບກ່ຽວ​ກັບ​ເນື້ອ​ໃນ ແລະ ຮູບ​ແບ​ບ​ສະ​ແດງອອກ, ມີກຳ​ລັງ​ແຜ່​ຂະ​ຫຍາຍ ແລະ ສ້າງ​ຈຸດ​ພົ້ນ​ເດັ່ນ. ວຽກ​ງານ​ເປັນ​ເສ​ນາ​ທິ​ການ, ຄົ້ນ​ຄ້​ວາໄດ້ມີ​ລວ​ງ​ເລິກ, ທັນ​ການ ແລະ ມີ​ຄຸນ​ນະ​ພາບ. ວຽກ​ງານ​ພາຍ​ໃນ​ໄດ້​ຮັບ​ການ​ເພີ່ມ​ທະວີ ແລະ ປັບ​ປຸງ.

ປີ 2022, VUFO ມີ​ຄວາມ​ເປັນ​ກຽດ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​ໃບ​ຍ້ອງ​ຍໍ​ຍ້ອນ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ປີ 2021, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ກໍ່​ສ້າງ​ລັດ​ທິ​ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ໃບ​ຍ້ອງ​ຍໍ​ຍ້ອນ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ວັກ​ຊິນ ປີ 2021.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງ​ງາ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ວຽກ​ງານ ທີ່ VUFO ​ບັນ​ລຸ​ໄດ້​ໃນ​ປີ 2022, ພ້ອມ​ທັງ​ສະ​ເໜີ​ໃຫ້​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ 10 ຈຸດ​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2022.

ກ່ຽວ​ກັບ​ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2023, ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງ​ງາ ຊີ້​ແຈ້ງວ່າ: ຫົວ​ຂໍ້​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2023 ແມ່ນການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

ຕາມ​ນັ້ນ​ແລ້ວ, ປີ 2023, ທົ່ວ​ລະ​ບົບ​ສະ​ຫະ​ພັນ​ຕິດ​ແທດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ທູດ ແລະ ການ​ຕ່າງ​ປະ​ເທດ​ເພື່ອ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ທາງ​ການ​ທູດ, ປະ​ຕິ​ບັດ​ສຳ​ເລັດ​ແຜນ​ການ​ປະ​ຕິ​ບັດ​ງານ​ທີ່ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ບັນ​ດາ​ເຫດ​ການ​ໃຫຍ່​ໃນ​ການ​ສະ​ເຫຼີມ​ສະຫຼອງ 50 ແຫ່ງ​ສົນ​ທິ​ສັນ​ຍາ Paris, ການພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ສາ​ກົນ 2023 ຢູ່ ລາວ​ກາຍ…

ກ່ຽວ​ກັບ​ວຽກ​ງານ​ສັນ​ຕິ​ພາບ, ຄວາມສາ​ມັກ​ຄີ, ມິດ​ຕະ​ພາບ, ຫັນ​ຂອບ​ເຂດ​, ເປົ້າ​ໝາຍ​, ກຳ​ລັງເປັນຫຼາຍ​ຮູບ​ແບບ,​ ປັບ​ປຸງ ແລະ ເປີດກວ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ຫັນ​ເປັນ​ດີ​ຈີ​ຕອນ.

ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ຂົນ​ຂວາຍ​ການ​ອຸ​ປະ​ຖຳ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໄລ​ຍະ 2019 – 2025 ແລະ ຜັນ​ຂະ​ຫຍາຍ​ມະ​ຕິຂອງ​ລັດ​ຖະ​ບານວ່າດ້ວຍການ​ຈົດ​ທະ​ບຽນ ແລະ ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດຢູ່ ຫວຽດ​ນາມ ເພື່ອ​ລະ​ດົມ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ. ວຽກ​ງານ​ບໍ່​ຂຶ້ນກ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ຕ້ອງ​ຕິດ​ພັນ​ກັບ​ການ​ເມືອງ, ການ​ທູດ, ແຜນ​ການ​ຂົນ​ຂວາຍ​ອຸ​ປະ​ຖຳ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ສ້າງ​ຂໍ້​ມູນ​ກ່ຽວ​ກັ​ບ​ຄວາມ​ຕ້ອງ​ການ​ໃນ​ການ​ໜູນ​ຊ່ວຍ.

ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ທູດ​ປະ​ຊາ​ຊົນ, ໂຄ​ສະ​ນາ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ໃນ​ທຸກ​ດ້ານ​ຂອງ ຫວຽດ​ນາມ, ຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ, ເພີ່​ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ໃນ​ວຽກ​ງານ​ຖະ​ແຫຼງ​ຂ່າ​ວ​ການ​ຕ່າງ​ປະ​ເທດ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສ​ະ​ໄໝ, ນຳ​ໃຊ້ຫຼາຍ​ພາ​ສາ.

ໂດຍ​ເປັນ​ເສ​ນາ​ທິ​ການ, ຄົ້ນ​ຄ້​ວາ​ການ​ກຳ​ນົດ​ທິດ​ການ​ພັດ​ທະ​ນາ VUFO ຮອດ​ປີ 2030, ວຽກ​ງານ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ແລະ ຂະ​ບວນ​ການ​ປະ​ຊາ​ຊົນ​ທົ່ວ​ໂລກ. ສືບ​ຕໍ່​ສ້​າງ ແລະ ພັດ​ທະ​ນາ​ລະ​ບົບ, ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນລະ​ຫວ່າງ​ສະ​ຫະ​ພັນ​ສູນ​ກາງ ແລະ ສະ​ຫະ​ພັນ​ບັນ​ດາ​ທ້ອງ​ຖິ່ນ, ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢູ່​ບິ່ງ​ດິ່ງ, ຍູ້​ແຮງວຽກ​ງານ​ບຳ​ລຸງ​ສ້າງ, ປະ​ຕິ​ບັດ​ສຳ​ເລັດ​ກົດ​ລະ​ບຽບ, ກະ​ຕິ​ກາ ແລະ ແຜນ​ຮ່າງ​ຕຳ​ແໜ່ງ​ເຮັດ​ວຽກ.

ຢູ່ກອງ​ປະ​ຊຸມ, ຄະ​ນະ​ປະ​ທານ VUFO ໄດ້​ຈັດ​ຕັ້ງ​ການ​ຍ້ອງ​ຍໍ​ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄະ​ນະ, ຫົວ​ໜ່ວຍ ແລະ ສ່ວນ​ບຸກ​ຄົນ ທີ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ປະ​ຕິ​ບັດ​ງານ ປີ 2022. ໃນ​ນັ້ນ ກໍ່ໄດ້ມອບ​ທຸງ​ແຂ່ງ​ຂັນ​ໃຫ້​ແກ່ 3 ໝູ່​ຄະ​ນະ, ມອບ​ນາ​ມ​ມະ​ນົດ​ແຮງ​ງານ​ດີ​ເດັ່ນ​ໃຫ້​ແກ່ 6 ໝູ​່​ຄະ​ນະ, ມອບ​ນາມ​ມະ​ຍົດໝູ່​ຄະ​ນະ​ແຮງ​ງານ​ກ້າວ​ໜ້າ​ໃຫ້​ແກ່ 3 ໝ​ູ່​ຄະ​ນະ.

ຄະ​ນະ​ປະ​ທານ VUFO ກໍ່​ໄດ້​ມອບ​ນາມ​ມະ​ຍົດ​ນັກ​ຮົບ​ແຂ່ງ​ຂັນ​ລະ​ດັບ​ສະ​ຫະ​ພັນ​ໃຫ້​ແກ່ ສ່ວນ​ບຸກ​ຄົນ 1 ຄົນ, ນາມ​ມະ​ຍົດ​ນັກ​ຮົບ​ແຂ່ງ​ຂັນ​ຂັ້ນ​ຮາກ​ຖານ ໃຫ້​ແກ່​ສ່ວນ​ບຸກ​ຄົນ 16 ຄົນ, ນາມ​ມະ​ຍົດ​ແຮງ​ງານ ກ້າວ​ໜ້າ​ໃຫ້​ແກ່​ສ່ວນ​ບຸກ​ຄົນ 126 ຄົນ.

ວາ​ລະ​ສານ​ຍຸກ​ສະ​ໄໝ​ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ນາມ​ມະ​ຍົດ​ໝູ່​ຄະ​ນະ​ແຮງ​ງານ​ດີ​ເດັ່ນ​ຍ້ອນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ປີ 2022, ໃບ​ຍ້ອງ​ຍໍ​ຂອງ​ຄະ​ນະ​ປະ​ທານ VUFO ເພື່ອ​ມີ​ຜົນ​ສຳ​ເລັດ​ດີ​ເດັ່ນ​ໃນ​ວຽກ​ງານ​ຖະ​ແຫຼງ​ຂ່າວ ໂຄ​ສະ​ນາ​ກ່ຽວ​ກັບ​ເຫດ​ການ​ຂອງ VUFO ໃນ​ປີ 2022.

ໃນ​ວັນ​ດຽວ​ກັນ, ອົງ​ຄະ​ນະ​ພັກ VUFO ກໍ່​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ ປີ 2022 ແລະ ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2023

ບຸນ​ຄົງ

ເຫດການ
302 Found

Found

The document has moved here.