AUF ປາດຖະໜາຢາກຮ່ວມ​ມື​ກັບ VUFO ​ໃນ​ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ເວົ້າ​ພາ​ສາ​ຝ​ລັ່ງ

08:30 | 16/01/2023

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ Laurent Francois Yves - Marie Michael Jacques Sermet ໃຫ້​ຮູ້​ວ່າ: ຈຳ​ນວນ​ຜູ້​ເວົ້າ​ພາ​ສາ​ຝ​ລັ່ງ​ຢູ່ ຫວຽດ​ນາມ ແລະ ອາ​ຊີບ ບໍ່ຫຼາຍ ແລະ ພວມ​ມີ​ທ່າ​ອ່ຽງຫຼຸດ​ລົງ. AUF ມີ​ຄວາມ​ຫວັງ​ຢາກ​ເຮັດ​ວຽກ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ເພີ່ມ​ຈຳ​ນວນ​ຜູ້​ເວົ້າ​ພາ​ສາ​ຝ​ລັ່ງ ຢູ່​ອາ​ຊີ, ອາບ​ຟ​ຼິກ​ກາ, ຜ່ານ​ນັ້ນ ກໍ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ, ປັບ​ປຸງ​ການ​ພົວ​ພັນ​ຂອງ​ອົງ​ການ​ກັບ​ບັນ​ດາ​ປະ​ເທດ ອາ​ຊີ, ອາບ​ຟ​ຼິກ​ກາ.

ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
AUF ປາດຖະໜາຢາກຮ່ວມ​ມື​ກັບ VUFO ​ໃນ​ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ເວົ້າ​ພາ​ສາ​ຝ​ລັ່ງ

ທ່ານນາງ ຫງວຽນ​ເຟືອ​ງາ ປະ​ທານ​ສະ​ມາ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດນາມ ພົບ​ປະ​ກັບ ທ່ານ Laurent Francois Yves - Marie Michael Jacques Sermet ຫົວ​ໜ້າຜູ້ຕາງໜ້າ​ອົງ​ການ​ຈັດ​ຕັ້ງ AUF

AUF ປາດຖະໜາຢາກຮ່ວມ​ມື​ກັບ VUFO ​ໃນ​ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ເວົ້າ​ພາ​ສາ​ຝ​ລັ່ງ

ວັນ​ທີ 11 ມັງ​ກອນ​ຢູ່​ຮ່າ​ໂນ້ຍ, ທ່ານນາງ​ປະ​ທານ​ສະ​ມາ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດນາມ ໄດ້​ພົບ​ປະ​ກັບ​ທ່ານ Laurent Francois Yves - Marie Michael Jacques Sermet ຫົວ​ໜ້າຜູ້ຕາງໜ້າ​ອົງ​ການ​ຈັດ​ຕັ້ງ AUF (ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ ພາ​ສາ​ຝ​ລັ່ງ) ຢູ່ ຫວຽດ​ນາມ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ດ້ານ​ພາ​ສາ.

ທີ່​ການ​ຕ້ອນ​ຮັບ, ທ່ານ Laurent Francois Yves - Marie Michael Jacques Sermet ໃຫ້​ຮູ້​ວ່າ: ຈຳ​ນວນ​ຜູ້​ເວົ້າ​ພາ​ສາ​ຝ​ລັ່ງ​ຢູ່ ຫວຽດ​ນາມ ແລະ ອາ​ຊີ ຍັງບໍ່ທັນຫຼາຍ ແລະ ພວມ​ມີ​ທ່າ​ອ່ຽງຫຼຸດ​ລົງ. AUF ມີ​ຄວາມ​ຫວັງ​ຢາກ​ເຮັດ​ວຽກ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ເພີ່ມ​ຈຳ​ນວນ​ຜູ້​ເວົ້າ​ພາ​ສາ​ຝ​ລັ່ງ ຢູ່​ອາ​ຊີ, ອາບ​ຟ​ຼິກ​ກາ, ຜ່ານ​ນັ້ນ ກໍ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ, ປັບ​ປຸງ​ການ​ພົວ​ພັນ​ຂອງ​ອົງ​ການ​ກັບ​ບັນ​ດາ​ປະ​ເທດ ອາ​ຊີ, ອາບ​ຟ​ຼິກ​ກາ. ປັດ​ຈຸ​ບັນ, AUF ພວມ​ພິ​ຈາ​ລະ​ນາ​ສ້າງ​ປະ​ຊາ​ຄົມນຳ​ໃຊ້​ພາ​ສາ​ຝ​ລັ່ງ​ຢູ່​ເຂດ​ອາ​ຊີ.

ສ່ວນ​ທ່ານ​ນາງ ຫງວຽ​ນ​ເຟືອງ​ງາ ຢັ້ງ​ຢືນ​ວ່າ ໂດຍ​ແມ່ນ​ສະ​ມາ​ຊິກ​ຂອ​ງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ພາ​ສາ​ຝ​ລັ່ງ, ຫວຽດ​ນາມ ໄດ້ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ເພີ່ມ​ທະ​ວີ​ຈຳ​ນວນ​ຜູ້​ເວົ້າ​ພາ​ສາ​ຝ​ລັ່ງ. ທ່ານ​ນາງປະ​ທານ VUFO ຖື​ເປັນ​ສຳ​ຄັນ​ການ​ປະ​ກອບ​ສ່ວ​ນຂອງ AUF ຢູ່ ຫວຽດນາມ ໃນ​ຂົງ​ເຂດ​ການ​ສິດ​ສອນ, ຄົ້ນ​ຄ້​ວາ​ດ້ວຍ​ພາ​ສາ​ຝ​ລັ່ງ​ເວົ້າ​ສະ​ເພາະ ແລະ ການ​ສຶກ​ສາ, ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ເວົ້າ​ລວມ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະຮ່ວມ​ມື​ໃນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຝ​ລັ່ງ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດໃນ​ຂົງ​ເຂດ​ການ​ທູດ, ກົດ​ໝາຍ​ສາ​ກົນ, ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ລະ​ຫວ່າງ ຫວຽດ​ນາມ ແລະ ປະ​ຊາ​ຄົມ​ເວົ້າ​ພາ​ສາ​ຝ​ລັ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.