ສວຍ​ໃຊ້​ທຸກ​ກາ​ລະ​ໂອ​ກາດ, ຂົນ​ຂວາຍ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

16:53 | 05/01/2023

ຍ​ສ​ໝ - ປີ 2022, ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່ວ​ພັກ, ທົ່ວ​ປະ​ຊາ​ຊົນ, ທົ່ວ​ກອງ​ທັບ, ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ມີ​ການ​ຟື້ນ​ຟູ​ຢ່າງ​ຕັ້ງ​ໜ້າ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ, ມີ​ຄວາມ​ຮອບ​ດ້ານ​ພໍ​ສົມ​ຄວນ ໃນ​ທຸກ​ຂົງ​ເຂດ, ໃນ 15 ເປົ້າ​ໝາຍ​ແຜນ​ການຫຼັກ, ບັນ​ລຸ ແລະ ລື່ນ​ກາຍ​ໄດ້ 13 ເປົ້າ​ໝາຍ ແລະ ​ໜຶ່ງ​ເປົ້າ​ໝາຍ​ເກືອບ​ບັນ​ລຸ ແລະ ມີ​ໜຶ່ງ​ເປົ້າ​ໝາຍ​ບໍ່​ບັນ​ລຸ.

ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022 DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
ສວຍ​ໃຊ້​ທຸກ​ກາ​ລະ​ໂອ​ກາດ, ຂົນ​ຂວາຍ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ
​ກອງ​ປະ​ຊຸມ​ທາງ​ໄກ​ຂອງ​ລັດ​ຖະ​ບານ​ກັບທ້ອງ​ຖິ່ນ (ພາບ: VGP)

ສວຍ​ໃຊ້​ທຸກ​ກາ​ລະ​ໂອ​ກາດ, ຂົນ​ຂວາຍ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ປີ 2023, ເຖິງ​ວ່າ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ແຕ່​ລັດ​ຖະ​ບານ​ຈະ​ສືບ​ຕໍ່​ມີ​ຄວາມ​ຕັດ​ສິນ​ໃຈ​ມີ​ການ​ກະ​ທຳ​ຢ່າງ​ສູງ​ສຸດ, ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງ​ຍາກ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຂົນ​ຂວາຍ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ຍູ້​ແຮງ​ການ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົ້ນ​ເອງ​ຕິດ​ພັນ​ກັບ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ.

ປີ 2022, ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ, ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ມີ​ການ​ຟື້ນ​ຟູ​ຢ່າງ​ຕັ້ງ​ໜ້າ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ, ມີ​ຄວາມ​ຮອບ​ດ້ານ​ພໍ​ສົມ​ຄວນ ໃນ​ທຸກ​ຂົງ​ເຂດ, ໃນ 15 ເປົ້າ​ໝາຍ​ແຜນ​ການຫຼັກ, ສາມາດບັນ​ລຸ ແລະ ລື່ນ​ກາຍ​ໄດ້ 13 ເປົ້າ​ໝາຍ ແລະ ​ໜຶ່ງ​ເປົ້າ​ໝາຍ​ເກືອບ​ບັນ​ລຸ ແລະ ມີ​ໜຶ່ງ​ເປົ້າ​ໝາຍ​ບໍ່​ບັນ​ລຸ.

ອາດ​ຈະ​ເວົ້າ​ເຖິງ​ບັນ​ດາ​ຜົນ​ງາ​ນ​ທີ່​ບັນ​ລຸ​ໄດ້​ໃນ​ປີ 2022 ສູງ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ປີ 2021 ແມ່ນ​ພິ​ສູດ​ໃຫ້​ເຫັນ​ກຳ​ລັງ​ກຸ່ມ​ກ້ອນ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຮ່ວມ​ແຮງ​ຮ່​ວມ​ໃຈ, ມີ​ຄວາມຕັດ​ສິນ​ໃຈສູງ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ພາຍ​ໃຕ້​ການ​ຊີ​ນຳ​ຂອງ​ພັກ ໂດຍ​ຜູ້​ນຳ​ໜ້າ​ແມ່ນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ” ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ທາງ​ໄກ​ຂອງ​ລັດ​ຖະ​ບານ​ກັບທ້ອງ​ຖິ່ນ​ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ມັງ​ກອນ.

ຕັດ​ສິນ​ໃຈ​ກະ​ທຳ, ຫັນ​ຄວາມ​ສ່ຽງ​ກາຍ​ເປັນ​ກາ​ລະ​ໂອ​ກາດ

ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ຍັງ​ຄາດ​ຄະ​ເນວ່າ ​ຈະມີການ​ຜັນ​ແປຫຼາຍ​ຢ່າງ, ລັດ​ຖະ​ບານ​ກຳ​ນົດ​ຕ້ອງ​ສາ​ມັກ​ຄີ, ມາ​ນະ​ພະ​ຍາ​ຍາມ, ມີຄວາມຕັດ​ສິນ​ໃຈ​ສູງ​​ສຸດ​ເພື່ອ​ຮັບ​ມືກັບ​ສະ​ພາບ​ການ​ຢ່າງ​ມີ​ໄຫວ​ພິບ, ມີ​ປະ​ສິດ​ທິ​ຜົນ​ ​​ຫັນ​ຄວາມ​ສ່ຽງໃຫ້​ກາຍ​ເປັນ​ກາ​ລະ​ໂອ​ກາດ.

ຕາມ​ນັ້ນ​ແລ້ວ, ລັດ​ຖະ​ບານ ຫວຽດ​ນາມ ຈະ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ໄຈ້​ແຍກ, ການ​ຄາດ​ຄະ​ເນ, ເປັນ​ເຈົ້າ​ການ​ສ້າງ​ແຜນງານ, ວິ​ທີ​ການ​ຮັບ​ມື​ຢ່າງ​ມີ​ປະ​ສ​ິດ​ທິ​ຜົນ. ໃນ​ຂົງ​ເຂດ​​ເງິນຕາ, ຫວຽດ​ນາມ ສືບ​ຕໍ່​ປະ​ຕິ​ບັດ​ນະໂຍ​ບາຍ​​ເງິນຕາ​ໃຫ້​ແນ່ນອນ, ມີ​ຄວາມ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ, ມີ​ປະ​ສິດ​ທິ​ຜົນ. ພ້ອມ​ກັນ​ນັ້ນ​ແມ່ນ​ການ​ສົມ​ທົບ​​ກັບ​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ ແລະ ບັນ​ດານະ​ໂຍ​ບາຍ​ຕ່າງໆ​ຢ່າງ​ຄົບ​ຊຸດ ແລະ ຮັດ​ກຸມ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງ​ທັນ​ການ, ມີ​ຄວາມ​ດຸ່ນດ່​ຽງ, ເໝາະ​ສົມ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ກັບ​ດອກ​ເບ້ຍ, ລະ​ຫວ່າງ ດອກ​ເບ້ຍກັບ​ໄພ​ເງິນ​ເຟີ້; ລະ​ຫວ່າງ​​ການ​ຄວບ​ຄຸມໄພ​ເງິນ​ເຟີ້ກັບ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ທາງ​ໄກ ສະ​ຫຼຸບ​ການ​ປະ​ຕິ​ບັດ​ວຽກ​ງານ​ໃນ​ປີ 2022 ແລະ ຜັນ​ຂະ​ຫຍາຍ​ແຜນ​ການ​ໃນ​ປີ 2023 ລະ​ຫວ່າງ ລັດ​ຖະ​ບານ ກັບ​ບັນ​ດາ​ທ້ອງ​ຖິ່ນ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 3 ມັງ​ກອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽນ​ດາມ ຟ້າມ​ມິງ​ຈິງ ໄດ້​ເນັ້ນ​ໜັກ​ເຖິງຄຸນ​ນະ​ທາດ, ຄວາມ​ເປັນ​ເຈົ້າ​ການ, ​ການ​ມີໄຫວ​ພິບ, ການ​ປະ​ດິດ​ຄິດ​ສ້າງ​ໃນ​ການ​ຊີ້​ນຳ​ນຳ​ພາ​ບໍ​ລິ​ຫານ, ຍາມ​ໃດ​ກໍ່​ຮັບ​ຟັງ ແລະ ມີ​ປະ​ຕິ​ກິ​ລິ​ຍາ​ນະ​ໂຍ​ບາຍ​ໂດຍ​ໄວ, ທັນ​ການ, ມີ​ປະ​ສິດ​ທິ​ຜົນ.

ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ ຈົ່ງພ້ອມ​ກັນ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ເຫັນ​ດີ​ເປັນ​ເອ​ກະ​ພາບ, ຖື​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ເປັນ​ກຳ​ລັງ​ໜູນ​ເພື່ອ​ບືນ​ຕົວ​ຂຶ້ນ. ຍົກ​ສູງ​ຈິດ​ໃຈ​ເພິ່ງ​ຕົນ​ເອງສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ອີງ​ໃສ່​ກຳ​ລັງ​ພາຍ​ໃນ​ເປັນຫຼັກ, ກຳ​ລັງ ​ພາຍນອກ​ແມ່ນ​ຄວາມຈຳ​ເປັນ ແລະ ສຳ​ຄັນ.

ລັດ​ຖະ​ບານ ຫວຽດ​ນາມ ກໍ່​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ ແລະ ຕັດ​ສິນ​ໃຈ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ໜ້າ​ທີ່​​ເປັນປະ​ຈຳ, ບັນ​ດາ​ບັນ​ຫາຄົງຄ້າງ​ທີ່​ແກ່​ຍາວຢ່າງ​ມີ​ປະ​ສິດ​ທິ​ຜົນ, ທັງ​ຮັບ​ມື​ກັບ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ສັ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ທີ່​ມີ​ລັກ​ສະ​ນະ​ພື້ນ​ຖານ​ໃນ​ໄລ​ຍະ​​ກາງ ແລະ ໄລ​ຍະ​ຍາວ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຈະ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ມີ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ຜະ​ລິດ​, ດຳ​ເນີນ​ທຸ​ລະ​ກິດຢ່າງ​ທັນ​ການ ແລະ ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ການປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານຢ່າງ​ຄົບ​ຊຸດ, ປະ​ກອ​ບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ​ສັງ​ຄົມ​ໂດຍ​ໄວ ແລະ ຍືນ​ຍົງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.