ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ - ກາ​ນາ​ດາ ຍັງ​ມີ​ຊ່ອງ​ຫວ່າງ​ເພື່ອ​ພັດ​ທະ​ນາ

00:00 | 22/09/2023

ຍສໝ - ການເຈລະຈານະໂຍບາຍປ້ອງກັນຊາດແມ່ນພື້ນຖານສຳຄັນເພື່ອປະຕິບັດການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ເຂົ້າສູ່ລວງເລິກ.

ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ມາ​ຢ້ຽມ​ຢາມ​ຫວຽດ​ນາມ: ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແບບ​ພິ​ເສດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ມາ​ຢ້ຽມ​ຢາມ​ຫວຽດ​ນາມ: ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແບບ​ພິ​ເສດ

ຕອນບ່າຍວັນທີ 21 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດການາດາ, ຢູ່ນະຄອນ Ottawa, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Bill Matthews, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ໄດ້ເປັນປະທານຮ່ວມການພົບປະເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ການາດາ ຄັ້ງທີ 2.

ທີ່ການພົບປະເຈລະຈາ, ຫົວໜ້າຄະນະສອງປະເທດໄດ້ຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ, ເໝາະສົມກັບບັນດາຂົງເຂດ ເຊິ່ງການນຳຂອງສອງປະເທດ ແລະກະຊວງປ້ອງກັນປະເທດສອງປະເທດ ເອົາໃຈໃສ່ຊຸກຍູ້ໃນຂອບເຂດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ເຊິ່ງ ໄດ້ລົງນາມໃນປີ 2019 ແລະແຜນການຮ່ວມມືດ້ານປ້ອງກັນຊາດໄລຍະ 3 ປີ (2021-2023), ບັນລຸໄດ້ໝາກຜົນແທດຈິງໃນບັນດາຂົງເຂດ ຄື: ການພົບປະຂັ້ນສູງ ແລະການແລກປ່ຽນຄະນະ, ການເຈລະຈາ - ປຶກສາຫາລື, ບຳລຸງສ້າງ, ຮັກສາສັນຕິພາບ ສະຫະປະຊາຊາດ...

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ - ກາ​ນາ​ດາ ຍັງ​ມີ​ຊ່ອງ​ຫວ່າງ​ເພື່ອ​ພັດ​ທະ​ນາ

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ - ກາ​ນາ​ດາ ຍັງ​ມີ​ຊ່ອງ​ຫວ່າງ​ເພື່ອ​ພັດ​ທະ​ນາ

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ສອດຄ່ອງກັບບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມ ແລ້ວ, ສຸມໃສ່ເຂົ້າຂົງເຂດແລກປ່ຽນຄະນະຜູ້ແທນ; ຮັກສາປະສິດທິຜົນບັນດາກົນໄກພົບປະເຈລະຈາ-ປຶກສາຫາລື ທີ່ໄດ້ສ້າງຕັ້ງແລ້ວ; ຍົກສູງປະສິດທິຜົນ ແລະຄຸນນະພາບການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ ກວ່າອີກ; ຊຸກຍູ້ການຮ່ວມມືໃນວຽກງານຮັກສາສັນຕິພາບ ສະຫະປະຊາຊາດ; ...

ກ່ຽວກັບສະພາບການໂລກ ແລະພາກພື້ນ, ສອງຝ່າຍໄດ້ແບ່ງປັນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ຝ່າຍການາດາ ຕີລາຄາສູງບົດບາດ, ຖານະທີ່ຕັ້ງຂອງອາຊຽນ ແລະຂອງຫວຽດນາມ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນບັນດາກົນໄກໂດຍອາຊຽນ ຊັກນຳ; ຢືນຢັນຄວາມສຳຄັນຂອງການຮັບປະກັນຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ຫວຽດນາມ ມີນະໂຍບາຍສະເໝີຕົ້ນສະເໝີປາຍນັ້ນແມ່ນການພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ; ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ; ຮັກສາຫຼັກການ "4 ບໍ່"; ເດັດດ່ຽວ ແລະຢຶດໝັ້ນແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍ ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ແລະແຜນການຮ່ວມມື 3 ປີ ໄລຍະ 2024-2026, ເພື່ອເປັນພື້ນຖານກຳນົດທິດທາງຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ຕ່າງຝ່າຍຕ່າງມີຄວາມຕ້ອງການ ແລະທ່າແຮງບົ່ມຊ້ອນໃນໄລຍະຈະມາເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.