ນະ​ຄອນ​ໂຮ່​ຈີ​ມິນ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຮ່ວມ​ມື​ພັດ​ທະ​ນາຫຼາຍ​ຂະ​ແໜງ

00:00 | 21/07/2023

ຍສໝ - ເພື່ອຍູ້ແຮງການຮ່ວມມື, ເກິ່ນເທີ ແລະ ນະຄອນໂຮ່ຈີມິນ ຕ້ອງເຊື່ອມຕໍ່ກັນ, ພັດທະນາສວນກ້າເບ້ຍນຳໃຊ້ເຕັກໂນໂລຢີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ

ນະ​ຄອນ​ໂຮ່​ຈີ​ມິນ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຮ່ວມ​ມື​ພັດ​ທະ​ນາຫຼາຍ​ຂະ​ແໜງ
ທ່ານປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ເຈິ່ນວຽດເຈື່ອງ ກ່າວຄຳເຫັນທີ່ກອງປະຊຸມ ( ພາບ : vov)

ການຮ່ວມມືພັດທະນາລະຫວ່າງ ເກິ່ນເທີ ແລະ ນະຄອນໂຮ່ຈີມິນ ແມ່ນທິດກ້າວເດີນພື້ນຖານ, ຖືກຕ້ອງ, ສ້າງກຳລັງໜູນໃຫ້ແກ່ການຊຸກຍູ້ພັດທະນາ, ກໍ່ຄືເປີດໂອກາດຮ່ວມມືລະຫວ່າງບັນດາວິສາຫະກິດ, ນັກລົງທຶນລະຫວ່າງສອງທ້ອງຖິ່ນ. ນີ້ແມ່ນການຢັ້ງຢືນຂອງທ່ານປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ເຈິ່ນວຽດເຈື່ອງ ໃນຂອບເຂດກອງປະຊຸມປະກາດແຜນການຜັນຂະຫຍາຍຂໍ້ຕົກລົງການຮ່ວມມືພັດທະນາເສດຖະກິດ - ສັງຄົມ ລະຫວ່າງນະຄອນໂຮ່ຈີມິນ ແລະ ກັບບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ປີ 2023 ແລະ ໄລຍະ 2024 – 2025 ທີ່ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ 21 ກໍລະກົດ ຢູ່ເກິ່ນເທີ. ເພື່ອຍູ້ແຮງການຮ່ວມມື, ເກິ່ນເທີ ແລະ ນະຄອນໂຮ່ຈີມິນ ຕ້ອງເຊື່ອມຕໍ່ກັນ, ພັດທະນາສວນກ້າເບ້ຍນຳໃຊ້ເຕັກໂນໂລຢີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ, ລົງທຶນກໍ່ສ້າງຜະລິດຕະພັນການທ່ອງທ່ຽວແບບໃໝ່ຕິດພັນກັບຜະລິດຕະພັນການທ່ອງທ່ຽວແບບເກົ່າ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ. ທ່ານເຈິ່ນວຽດເຈ່ືອງຊີ້ແຈ້ງວ່າ:

ກອງປະຊຸມເຊື່ອມຕໍ່ການແລກປ່ຽນຄ້າຂາຍລະຫວ່າງນະຄອນໂຮ່ຈີມິນ ກັບນະຄອນເກິ່ນເທີ ຈະພັດທະນາບັນດາລະບົບການຄ້າການບໍລິການ, logictis ທີ່ທັນສະໄໝ, ເຊື່ອມຕໍ່ການພັດທະນາອຸດສາຫະກຳ ລະຫວ່າງບັນດາວິສາຫະກິດ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ນະຄອນໂຮ່ຈີມິນ, ໜູນຊ່ວຍສ້າງເງື່ອນໄຂໃຫ້ແກ່ບັນດາຜະລິດຕະພັນ OCOP ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເຂົ້າບັນດາຊ່ອງທາງຈຳໜ່າຍຢູ່ນະຄອນໂຮ່ຈີມິນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.