ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​

20:19 | 11/12/2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທ່າງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຝລັ່ງ, ແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher  (ພາບ: TTXVN)
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີ ໃຫ້ສອງຝ່າຍສືບຕໍ່ຊຸກຍູ້ເພື່ອນຳການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຍຸດທະສາດໄປສູ່ໄລຍະພັດທະນາໃໝ່, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດໃນທຸກຂົງເຂດ ແລະ ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສ່ວນທ່ານປະທານສະພາສູງ Gerard Larcher ຕີລາຄາສູງຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດທີ່ພວມພັດທະນາຢ່າງເຂັ້ມແຂງ ແລະ ເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ; ພ້ອມທັງຢັ້ງຢືນວ່າ ຝລັ່ງ ຖືທີ່ຕັ້ງ, ບົດບາດຂອງ ຫວຽດນາມ ແລະ ການພົວພັນ ຝລັ່ງ - ຫວຽດນາມ ເປັນສຳຄັນ. ທ່ານປະທານສະພາສູງ ຝລັ່ງ ກໍສະແດງຄວາມປາດຖະໜາຢາກເຮັດໃຫ້ສາຍພົວພັນນີ້ເລິກເຊິ່ງກວ່າອີກ ໂດຍຜ່ານການຊຸກຍູ້ໃນຂົງເຂດຮ່ວມມືໃນໄລຍະຈະມາເຖິງ, ຄື: ເຕັກໂນໂລຢີດີຈີຕອນ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານຜະລິດຄືນໃໝ່, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນຊາດ, ການພົວພັນແລກປ່ຽນລະຫວ່າງປະຊາຊົນ… ການນຳສອງທ່ານກໍແລກປ່ຽນບາງບັນຫາຢູ່ພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ໃນການພົບປະກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານສະພາສູງ ຝລັ່ງ ຕີລາຄາສູງ ຫວຽດນາມ ໃນສະພາບການປັດຈຸບັນ, ແຕ່ຍັງມີການປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ບົນເວທີສາກົນ. ທ່ານກໍເນັ້ນໜັກວ່າ ຝລັ່ງ ຢາກປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບນີ້. ພ້ອມດຽວກັນນັ້ນ, ຝລັ່ງກໍສະໜັບສະໜູນສິດເສລີໃນການເດີນເຮືອ ແລະ ເດີນບິນຢູ່ເຂດທະເລຕາເວັນອອກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.