ຍສໝ - ກອງປະຊຸມໃຫຍ່ຄັ້ງທີ 22 ສະມັດຊາໃຫຍ່ ສັນຕິພາບ ໂລກແມ່ນໂອກາດເພື່ອໃຫ້ ຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈສາມັກຄີ, ການສະໜັບສະໜູນຂອງປະຊາຊົນໂລກຕໍ່ການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືພາລະກິດແຫ່ງການກໍ່ສ້າງປະເທດໃນປັດຈຸບັນ ຂອງ ຫວຽດນາມ. ພ້ອມທັງໂຄສະນາບັນດາຜົນສຳເລັດໃນການປ່ຽນແປງໃໝ່, ປະເທດຊາດ ແລະ ຊາວຫວຽດນາມ...
ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຂອບອົກຂອບໃຈການໜູນຊ່ວຍທີ່ສະພາສັນຕິພາບໂລກ ສະຫງວນໃຫ້ແກ່ປະຊາຊົນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ, ສັນຕິພາບ ແລະ ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ແລະ ໃນພາລະກິດແຫ່ງການສ້າງສາ ແລະ ປ້ອງກັນປະເທດຊາດໃນປະຈຸບັນ.
ນັບແຕ່ປີ 2015 ມາຮອດປັດຈຸບັນ, ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ ໄດ້ຕ້ອນຮັບ ແລະ ບຳລຸງສ້າງ ນັກສຶກສາລາວເກືອບ 1000 ຄົນ.
ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ແລະ ບັນດາສະມາຊິກໃນກຸ່ມ ໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະ ຮຸງກາຣີ ໄດ້ມີການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນໄລຍະເວລາຈະມາເຖິງ, ຫວຽດນາມ ແລະ ຮຸງກາຣີ ຈະເພີ່ມທະວີການເຄື່ອນໄຫວໃນບັນດາຂົງເຂດຕື່ມອີກ, ພິເສດແມ່ນບັນດາຂົງເຂດດົນຕີ, ຟ້ອນ, ຮູບເງົາ...
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຮະລອງ, ແຂວງກ໋ວາງນິງ, ສະຖາບັນຄົ້ນຄ້ວາສາກົນ ແລະ ການທູດປະຊາຊົນ ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງຊຸດຝືກອົບຮົບກ່ຽວກັບການ “ຍົກສູງກຳລັງຄວາມສາມາດໃນການນຳພາ ແລະ ຄຸ້ມຄອງໃຫ້ແກ່ພະນັກງານຂັ້ນຄະນະຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ”.
ຍສໝ - ທ່ານນາງ ເລທູຮ່າ, ປະທານສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ: ລາຍການ “ລະດູໃບໄມ້ຫຼົ່ນຮ່າໂນ້ຍ” ຈະກາຍເປັນກິດຈະກຳປະຈຳປີຂອງສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ຢູ່ ຮ່າໂນ້ຍ.
ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີຊາຍແດນຕິດຈອດກັນຍາວຢຽດແຕ່ເໜືອຕະຫຼອດໃຕ້ຂັ້ນກັນພຽງສາຍພູຫຼວງ, ສອງປະເທດມີມູນເຊື້ອມິດຕະພາບອັນດີງາມຕໍ່ກັນໄດ້ຄຽງບ່າຄຽງໄຫຼ່ຜ່ານເສັ້ນທາງແຫ່ງປະຫວັດສາດຂອງຕົນມາຢ່າງຊ້ານານ, ໂດຍສະເພາະເກືອບໜື່ງສະຕະວັດຜ່ານມາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຖືກຮັດແໜ້ນຍິ່ງໆຂຶ້ນດ້ວຍອຸດົມການ ແລະ ແນວທາງການປົກຄອງເດີນຕາມເສັ້ນທາງກ້າວສູ່ສັງຄົມນິຍົມອັນດຽວກັນ.
ຍສໝ - ປີ 2022 ແມ່ນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງໃນປີນີ້ປະຊາຊົນທັງສອງປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 45 ປີ.
ຕອນບ່າຍວັນທີ 9 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ອາລູນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ລາຍການພົບປະມິດຕະພາບ ຊາວໜຸ່ມຫວຽດນາມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບ ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຈະດຳເນີນຢູ່ບາງແຂວງ, ນະຄອນຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 – 18 ກັນຍາ ປີ 2022.
ຜ່ານງານວາງສະແດງ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນຖັນແຖວພະນັກງງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດແຫ່ງການກໍ່ສ້າງ ແລະ ພັດທະນາ ການພົວພັນພິເສດ ຫວຽດນາມ - ລາວ, ແທງຮວາ - ຫົວພັນ ໃນຂະບວນການຕໍ່ສູ້ປົດປ່ອຍຊາ.
ທ່ານເອກອັກຄະລັດຖະທູດ Ory Csaba ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ.
ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.
ຍສໝ - ແຕ່ວັນທີ 14 – 15 ກໍລະກົດ, ມີການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຫຼາຍຢ່າງລະຫວ່າງເມືອງ ເກວ້ຟອງ (ແຂວງ ເງ້ອານ) ແລະ ເມືອງ ເມືອງກວັນ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ).
ຄາດວ່າງານວາງສະແດງຈະຈັດຂຶ້ນໃນເດືອນ ກັນຍາ 2022 ແລະ ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ; ຜ່ານນັ້ນ ຢັ້ງຢືນການຮັກສາ, ປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ຢືນຢັນວ່າ VUFO ຈະສົມທົບກັນຢ່າງຕັ້ງໜ້າກັບສະຖານທູດ Algeria ປະຈຳ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ຄື: ກອງປະຊຸມສຳມະນາ, ໂອ້ລົມສົນມະນາ, ແລກປ່ຽນວັດທະນະທຳ, ສິລະປະ, ສະເຫຼີມສະຫຼອງເຫດການສຳຄັນຂອງສອງປະເທດ...
ຍສໝ - ສະມາຄົມເທັນນິດ ຫວຽດນາມ ຢູ່ ລັດເຊຍ (ViTAR) ໄດ້ຈັດຕັ້ງການແຂ່ງຂັນເທັນນິດມິດຕະພາບ ລະດູຮ້ອນເປີດກວ້າງ ຄັ້ງທີ 14 – ViTAR Open 2022 ຢູ່ສູນ tennis Spartak (Moskva), ເພື່ອແນໃສ່ພົບປະແລກປ່ຽນ, ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ແລະ ເອີລົບ.
ຍສໝ - ວັນທີ 8 ມິຖຸນາ, ຢູ່ດົ່ງນາຍ ໄດ້ດຳເນີນກອງປະຊຸມຄະນະບໍລິຫານງານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ຄັ້ງທີ 7, ຊຸດທີ II. ເຂົ້າຮ່ວມກອງປະຊຸມມີທ່ານຮອງປະທານ - ເລຂາທິການ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຟານແອັງເຊີນ.
ເນື່ອງໃນການຢ້ຽມຢາມມິດຕະພາບ ສປປ.ລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ວັນທີ 17 ພຶດສະພາ, ໜັງສືພິມ, ວິທະຍຸກະຈ່າຍສຽງ - ໂທລະພາບ ແລະ ໜັງສືພິມເອເລກໂຕນິກ ຂອງ ລາວ ສືບຕໍ່ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ.