ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ

10:15 | 18/01/2023

ຍ​ສ​ໝ - ວັນ​ທີ 15 ມັງ​ກອນ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ອຽນ​ບ໊າຍ ໃຫ້​ຮູ້​ວ່າ ທາງ​ແຂວງ​ຫາ​ກໍ່​ສົມ​ທົບ​ກັບ​ອົງ​ການ​​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ Apollo ປະ​ຕິ​ບັດ​ໂຄງ​ການມອບ​ຂອງ​ຂ​ວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງໆ​ນັກ​ຮຽນ ຢູ່ 4 ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ເມືອງ ຈ້າມ​ເຕົາ.

ອົງ​ການ​ຈັດ​ຕັ້ງ KSSA (ສ.ເກົາຫຼີ) ໜູນ​ຊ່ວຍ​ການ​ການ​ເຫຼືອ​ສັງ​ຄົມ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 50 ຕື້​ດົ່ງ​ຢູ່​ແຂວງ ວິງ​ລອງ ອົງ​ການ​ຈັດ​ຕັ້ງ KSSA (ສ.ເກົາຫຼີ) ໜູນ​ຊ່ວຍ​ການ​ການ​ເຫຼືອ​ສັງ​ຄົມ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 50 ຕື້​ດົ່ງ​ຢູ່​ແຂວງ ວິງ​ລອງ
ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ ​ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ

ຫວ່າງ​ມໍ່​ມາ​ນີ້, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ອຽນ​ບ໊າຍ ໄດ້​ສົມ​ທົບ​ກັບ​ບັນ​ດາ​ຜູ້​ອຸ​ປະ​ຖຳ ​ປະ​ຕິ​ບັດ​ໂຄງ​ການມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ​ໃນ​ບໍ​ລິ​ເວນ​ເມືອງ ຈ້າມ​ເຕົາ ແລະ ເມືອງ ວັນ​ອຽນ.

ວັນ​ທີ 15 ມັງ​ກອນ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ອຽນ​ບ໊າຍ ໃຫ້​ຮູ້​ວ່າ ທາງ​ແຂວງ​ຫາ​ກໍ່​ສົມ​ທົບ​ກັບ​ອົງ​ການ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ Apollo ປະ​ຕິ​ບັດ​ໂຄງ​ການມອບ​ຂອງ​ຂ​ວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງໆ​ນັກ​ຮຽນ ຢູ່ 4 ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ເມືອງ ຈ້າມ​ເຕົາ.

ລະ​ອຽດ​, ນັກ​ຮຽ​ນ​ແຕ່​ລະ​ຄົນ ຈະ​ໄດ້​ຮັບ​ຊຸດ​ເສື້ອ​ກັນ​ໜາວ 1 ຊຸດ ແລະ ຂອງ​ຂວັນ​ບຸ​ນ​ເຕັດ 1 ພູດ (ລວມ​ມີ: ເຂົ້າ​ໜົມ, ນົມ, ເຄື່ອງ​ປຸງ…) ໃນ​ນັ້ນ ຂອງ​ຂວັນ 220 ພູດ​ໄດ້​ມອບ​ໃຫ້​ບັນ​ດາ​ນ້ອງໆ​ນັກ​ຮຽນ​ຢູ່​ອະ​ນຸ​ບານ ຮ​ວາ​ມາຍ, 420 ພູດ​ໄດ້​ມອບ​ໃຫ້​ໂຮງ​ຮຽນ​​ເຄິ່ງ​ກິນນອນຊົນ​ເຜົ່າ​ ປະ​ຖົມ ແລະ ​ມັດ​ທະ​ຍົມ​ຕອນ​ຕົ້ນ​ ຟິ່ງ​ໂຮ່, ຕາ​ແສງ ​ຟິ່ງ​ໂຮ່, 500 ພູດ​ຢູ່​ໂຮງ​ຮຽນ​​ກິນນອນຊົນ​ເຜົ່າ ​ປະ​ສົມ ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ​ ລາງ​ຍີ, ຕາ​ແສງ ລາງ​ຍີ, 500 ພູດ​ໃຫ້​ແກ່​ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າ ປະ​ຖົມ​ບ້ານ​ໝູ່, ຕາ​ແສງ ບ້ານ​ໝູ່ ດ້ວຍຍອດ​ມູນ​ຄ່າ​ແມ່ນ ກ່​ວາ 560 ລ້ານ​ດົ່ງ.

ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 11 ມັງ​ກອນ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ ​ໄດ້​ສົມ​ທົບ​ກັບ​ອົງ​ການຈັດ​ຕັ້ງ Samaritan's Purse International Relief (SPIR) ອາ​ເມ​ລິ​ກາ ມອບ​ຂອງ​ຂວັນເຊິ່ງແມ່ນ ເສື້ອ​ກັນ​ໜາວ 1.200 ຜືນ ​ມີ​ມຸນ​ຄ່າ​ເກືອບ 230 ລ້ານ​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ໂຮງ​ຮຽນ​ປະ​ຖົມ​ ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ ຊວນ​ເຕິມ, ຕາ​ແສງ​ຊວນ​ເຕິມ ແລະ ໂຮງ​ຮຽນກິນນອນ​ຊົນ​ເຜົ່າ​ ປະ​ຖົມ ຟອງ​ຢຸ​ເທື້ອງ, ຕາ​ແສງ ຝອງ​ຢຸເຖຶ້ອງ ຂອງເມືອງ ວັນ​ອຽນ​, ແຂວງ ອຽນ​ບ໊າຍ.

ຜູ້​ຕາງ​ໜ້າ​ການ​ນຳ​ຫ້ອງການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ​ເມືອງວັນ​ອຽນ ໃຫ້​ຮູ້​ວ່າ ຍາມລະ​ດູ​ໜາວ​ຢູ່​ເຂດ​ພູ​ສູງ ນ້ອງ​ນ້ອຍຫຼາຍ​ຄົນ​ໄປ​ໂຮງ​ຮຽນມີ​ແຕ່​​ນຸ່ງເສື້ອ​ບາງ​ທ່າມ​ກາງ​ອາ​ກາດ​ໜາວ​ຈັດ. ເສື້ອ​ກັນ​ໜາວ​ຂອງ​ຄະ​ນະ​ປະ​ຕິ​ບັດ​ການ​ກຸ​ສົນ​ ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ແທດ​ຈິງ, ຊ່ວຍ​ໃຫ້​ນ້ອງໆ​ນັກ​ຮຽນ​ມີ​ເສື້ອ​ກັນ​ໜາວ​ເພື່ອ​ຜ່ານ​ຜ່າ​ລະ​ດູ​ໜາວ, ຮັບ​ປະ​ກັນ​ສຸ​ຂະ​ພາບ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ຂອງ​ໂຮງ​ຮຽນ

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.