ພົບ​ປະ​ກັບ​ຫວຽດ​ນາມ: ​ບ່ອນ​ພົບ​ປະ, ເພີ່ມພູນຄູນສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບເພື່ອນມິດສາ​ກົນ

13:59 | 28/11/2022

ຍສໝ - ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໄດ້​ຂອບ​ອົກ​ຂອບ​ໃຈການໜູນ​ຊ່ວຍ​ທີ່ສະພາ​ສັນຕິພາບ​ໂລກ ສະຫງວນ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຍາດເອົາ​ເອກະລາດ, ອິດສະຫຼະພາບ, ສັນຕິພາບ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບໃນເມື່ອກ່ອນ ແລະ ໃນພາລະກິດແຫ່ງການສ້າງສາ ​ແລະ ປ້ອງ​ກັນ​ປະ​ເທດຊາດ​ໃນ​ປະຈຸ​ບັນ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ
ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງລາຍການ “ພົບປະກັບຫວຽດນາມ” ເພື່ອແນໃສ່ສະໜອງບາງຂໍ້ມູນຂ່າວສານໂດຍສັງເຂບຢູ່ຫວຽດນາມ ໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ການ​ພົບ​ປະ​ໂດຍ​ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ແລະ ທ່ານ Iraklis Tsavdaridis, ​ເລຂາຜູ້ປະຈໍານການ​ສະພາ​ສັນຕິພາບ​ໂລກ ເປັນປະທານຮ່ວມ.

ພົບ​ປະ​ກັບ​ຫວຽດ​ນາມ: ​ບ່ອນ​ພົບ​ປະ, ເພີ່ມພູນຄູນສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບເພື່ອນມິດສາ​ກົນ

ຄູ່​ຮ່ວມ​ມື​ທີ່​ໄວ້ເນື້ອເຊື່ອໃຈ, ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ

ທີ່ການຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່ມາຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ​ສະພາ​ສັນຕິພາບ​ໂລກ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໄດ້​ຂອບ​ອົກ​ຂອບ​ໃຈການໜູນ​ຊ່ວຍ​ທີ່ສະພາ​ສັນຕິພາບ​ໂລກ ສະຫງວນ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຍາດເອົາ​ເອກະລາດ, ອິດສະຫຼະພາບ, ສັນຕິພາບ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບໃນເມື່ອກ່ອນ ແລະ ໃນພາລະກິດແຫ່ງການສ້າງສາ ​ແລະ ປ້ອງ​ກັນ​ປະ​ເທດຊາດ​ໃນ​ປະຈຸ​ບັນ.

ທີ່​ການ​ພົບ​ປະ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໄດ້​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວສານໂດຍ​ສັງເຂບ​ກັບ​ບັນດາ​ຜູ້​ແທນ ກ່ຽວ​ກັບ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແລະ ​ແນວທາງ​ພັດທະນາ​ຂອງ​ປະ​ເທດ​ໃນ​ໄລຍະ​ຈະມາເຖິງ.

Gặp gỡ Việt Nam: Trao đổi cởi mở, tin cậy về tình hình Việt Namທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: ທູຮ່າ).

ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ເປີດກ້ວາງ ແລະ ເຊື່ອມໂຍງ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງຄື: ເສດຖະກິດ-ສັງຄົມທີຄວາມສະຖຽນລະພາບ ແລະ ນັບມື້ນັບພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຢ່າງຈະແຈ້ງທັງດ້ານມາດຖານຊີວິດການເປັນຢູ່ ແລະ ຄຸນນະພາບຊີວິດ; ລະບົບການເມືອງໄດ້ຮັບການກໍ່ສ້າງ ແລະ ປັບປຸງຢ່າງໝັ້ນຄົງເຂັ້ມແຂງ; ​ການ​ປ້ອງ​ກັນຊາດ-ປ້ອງກັນຄວາມສະຫງົບ​ໄດ້​ຮັບ​ການ​ຮັກ​ສາ ​ແລະ​ເພີ່ມທະວີ; ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ບົດບາດ ​ແລະ ທີ່​ຕັ້ງ​ສາກົນ​ຂອງ ຫວຽດນາມ ​ນັບມື້ນັບໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ຫວຽດນາມ ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຫັນເປັນຫຼາຍຮູບຫຼາຍແບບ, ​ຫຼາຍ​ຝ່າຍ, ເປັນເຈົ້າການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີ​ປະສິດທິ​ຜົນ, ​ເປັນ​ເພື່ອນ​ມິດ​ ຄູ່​ຮ່ວມ​ມື​ທີ່​ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ. ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ​ຂອງ​ຫວຽດນາມ ​ໄດ້​ສືບ​ຕໍ່​ເປີດ​ກວ້າງ ​ແລະ ເຂົ້າສູ່ລວງ​ເລິກ​, ສ້າງ​ຂອບ​ເຂດ​ການ​ພົວພັນທີ່ໝັ້ນຄົງ ແລະ ຍືນຍົງກັບບັນດາ​ຄູ່​ຮ່ວມ​ມື​ ​ທັງ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ບົນ​ພື້ນຖານ 3 ​ເສົາ​ຄ້ຳ​ການພົວພັນຕ່າງປະເທດຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ​ບັນລຸ​ໄດ້ຜົນງານທີ່ສໍາຄັນຫຼາຍຢ່າງ.

ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ 190/193 ປະ​ເທດ​ສະມາຊິກ ສປຊ, ​ໃນ​ນັ້ນ​ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 17 ປະ​ເທດ, ຄູ່​ຮ່ວມ​ມື​ຮອບດ້ານ​ກັບ 13 ປະ​ເທດ. ຫວຽດນາມ ມີ​ການ​ພົວພັນ​ກັບ 247 ພັກ​ການ​ເມືອງ​ໃນ 111 ປະ​ເທດ. ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສ້າງ ​ແລະ ເພີ່ມພູນຄູນສ້າງ​ການ​ພົວພັນ​ກັບ​ບັນດາ​ລັດຖະສະພາ, ສະພາ​ແຫ່ງ​ຊາດ​ຂອງ 140 ກວ່າ​ປະ​ເທດ​ໃນ​ໂລກ.

Gặp gỡ Việt Nam: Trao đổi cởi mở, tin cậy về tình hình Việt Namບັນດາຜູ້ແທນເຂົ້າຮ່ວມການພົບປະ. (ພາບ: ທູຮ່າ).

ບັນດາ​ອົງການຈັດຕັ້ງ​ປະຊາຊົນ​ຫວຽດນາມ ຕັ້ງໜ້າສ້າງຕັ້ງການພົວພັນ​ກັບ​ບັນດາ​ອົງການ​ຈັດ​ຕັ້ງປະຊາຊົນ ​ແລະ ອົງການ​ບໍ່​ຂຶ້ນກັບ​ລັດຖະບານຕ່າງປະເທດ ​ນັບ​ພັນ​ອົງການ, ປະກອບສ່ວນ​ສ້າງ​ເຄືອ​ຂ່າຍ​ສາຍ​ພົວພັນທີ່ໝັ້ນຄົງເຂັ້ມແຂງກັບຄູ່ຮ່ວມມືດັ້ງເດີມ ແລະ ຄູ່​ຮ່ວມ​ມື​ໃໝ່.

ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ສະມາຊິກ​ຂອງ​ກ່ວາ 70 ອົງການ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ (​ເຊັ່ນ: ສະຫະ​ປະຊາ​ຊາດ, ອາ​ຊຽນ, APEC, ASEM, WTO). ໃນຕະຫຼອດ 10 ປີຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມເຂົ້າຮ່ວມບັນດາລະບອບລະບຽບການສາກົນ, ປະຕິບັດຫຼາຍໜ້າທີ່ສຳຄັນ; ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຢ່າງ​ແທດຈິງ​ເຂົ້າ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຂອງ​ບັນດາ​ພັກ​ການ​ເມືອງ, ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມ​ສາກົນ​ເພື່ອ​ຊຸກຍູ້​ການ​ປອງ​ດອງ​ກັນ, ​ແກ້​ໄຂ​ການປະທະກັນ, ສ້າງ​ສັນສັນຕິພາບ...

ນັບ​ແຕ່​ປີ 2014, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ.

ລະດົມກໍາລັງໃຈ ​ແລະ ເພີ່ມພະລັງແຮງ​ໃຫ້ ຫວຽດນາມ ບັນລຸ​ໄດ້​ບັນດາ​ຄາດໝາຍ​ທີ່​ວາງ​ອອກ

​ໂດຍ​ເຕື້ອງ​ເຖິງ​ເສັ້ນທາງ​ການ​ພັດທະນາ​ຂອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ຖື​ວ່າ ຫວຽດນາມ ຍາມ​ໃດ​ກໍ່ຕັດສິນໃຈ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສາມາດຮັບມືກັບ​ການ​ຜັນ​ແປ​ຂອງ​ພາຍ​ນອກ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງເລິກເຊິ່ງ​ກວ້າງຂວາງ, ເປັນເຈົ້າການ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ເປົ້າໝາຍແມ່ນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ, ຮອດກາງສະຕະວັດທີ 20, ກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມ.

Gặp gỡ Việt Nam: Trao đổi cởi mở, tin cậy về tình hình Việt Namທ່ານນາງ ຫງວຽນເຟືອງງາ ໂອ້ລົມກັບບັນດາຜູ້ແທນພາຍຫຼັງການພົບປະ. (ພາບ: ທູຮ່າ).

ທີ່​ການ​ພົບ​ປະ​ແລກປ່ຽນ, ບັນດາ​ຜູ້​ແທນ​ໄດ້​ຕັ້ງ​ຄຳ​ຖາມ​ຫຼາຍ​ຂໍ້​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການ​ສຶກສາ​ສາກົນ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ... ແລະໄດ້ຮັບການຕອບກັບບົນຈິດໃຈເປີດອົກເປີດໃຈ, ມີຄວາມໄວ້ເນື້ອເຊື່ອໃຈ.

ທ່ານ​ນາງປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ຫງວຽນ​ເຟືອງ​ງາ ຂອບ​ອົກ​ຂອບ​ໃຈ​ບັນດາ​ຜູ້​ແທນ​ທີ່​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່, ສະໜັບສະໜູນ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ກໍຄື​ໃນ​ພາລະກິດແຫ່ງການສ້າງສາ ແລະ ປ້ອງ​ກັນ​ປະ​ເທດ​ຊາດ​ ເຊິ່ງ​ປະຊາຊົນ​ຫວຽດນາມ ພວມ​ປະຕິບັດ.

ການ​ພົບ​ປະ​ກັບ​ຫວຽດນາມ: ​ພົບປະແລກປ່ຽນ​ຢ່າງເປີດອົກເປີດໃຈ, ມີຄວາມໄວ້ເນື້ອເຊື່ອໃຈ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຫວຽດນາມ

Gặp gỡ Việt Nam: Trao đổi cởi mở, tin cậy về tình hình Việt Namທ່ານ Iraklis Tsavdaridis, ເລຂາຜູ້ປະຈໍາການສະພາສັນຕິພາບໂລກ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. (ພາບ: ທູຮ່າ).

ທ່ານ​ນາງ​ຢືນຢັນ​ວ່າ: “ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ຜູ້​ແທນ​ແມ່ນແຫຼ່ງ​ລະກົມກໍາລັງໃຈ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ, ​ແມ່ນ​ປັດ​ໄຈ​ຕັດສິນ​ໃຈ​ເພື່ອເພີ່ມພະລັງແຮງ​ໃຫ້​ພວກ​ຂ້າພະເຈົ້າ​ບັນລຸ​ໄດ້​ບັນດາ​ເປົ້າໝາຍ​ທີ່​ວາງ​ໄວ້. ພ້ອມທັງຊ່ວຍພວກ​ຂ້າພະ​ເຈົ້າມີ​ກ້າວໜ້າທີ່ໝັ້ນຄົງກວ່າ ແລະ ກ້າວໄປໄວກວ່າໃນ​ເສັ້ນທາງ​ທີ່​ໄດ້​ເລືອກ​ເຟັ້ນ, ສ້າງປະເທດສັງຄົມ​ນິຍົມ​ຫວຽດນາມ​ທີ່​ມີ​ໝັ້ນຄົງເຂັ້ມແຂງ ​ແລະ ຮັ່ງມີ, ວັດທະນາຖາວອນ ແລະ ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ຕໍ່ສູ້ລວມຂອງ​ປະຊາຊົນ​ໂລກ ​ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ຄວາມກ້າວໜ້າທາງສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ພົບ​ປະ​ກັບ​ຫວຽດ​ນາມ: ​ບ່ອນ​ພົບ​ປະ, ເພີ່ມພູນຄູນສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບເພື່ອນມິດສາ​ກົນ
ພົບ​ປະ​ກັບ​ຫວຽດ​ນາມ: ​ບ່ອນ​ພົບ​ປະ, ເພີ່ມພູນຄູນສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບເພື່ອນມິດສາ​ກົນ

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.