ເປີດຕົວຄະນະບໍລິຫານງານຊຸດໃໝ່ຂອງສະມັດຊາໃຫຍ່ ສັນຕິພາບໂລກ | |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ສະພາສັນຕິພາບໂລກ ຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ໃນສະພາສັນຕິພາບໂລກ |
![]() |
ທ່ານອວງຈູລິວ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ (ພາບ: ເຈື່ອງຮຸງ) |
ທ່ານອວງຈູລິວ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ ໄດ້ແບ່ງປັນກັບນັກຂ່າວກ່ຽວກັບເຫດການກອງປະຊຸມຄັ້ງທີ 22 ສະມັດຊາໃຫຍ່ ສັນຕິພາບໂລກ ທີ່ໄດ້ຈັດຕັ້ງຢູ່ ຫວຽດນາມ, ໃນລະຫວ່າງວັນທີ 21 – 26 ພະຈິກ ປີ 2022.
ຮຽນທ່ານໃຫ້ຮູ້ກ່ຽວກັບ ການພົວພັນ ແລະ ບົດບາດຂອງສະມັດຊາໃຫຍ່ ສັນຕິພາບ ໂລກຕໍ່ຂະບວນການແຫ່ງສັນຕິພາບ ຫວຽດນາມ? ຄະນະກຳມະການສັນຕິພາບ ຫວຽດນາມ ມີການປະກອບສ່ວນຫຍັງຕໍ່ຂະບວນການສັນຕິພາບ ໂລກ
ສະມັດຊາໃຫຍ່ ສັນຕິພາບ ໂລກ ແລະ ຫວຽດນາມ ມີການພົວພັນທາງດ້ານປະຫວັດສາດພິເສດ ນັບແຕ່ເວລາສ້າງຕັ້ງ. ປີ 1949, ຫວຽດນາມ ໄດ້ສົ່ງຄະນະຜູ້ແທນລວມມີ 11 ຄົນ ເຂົ້າຮ່ວມກອງປະຊຸມໃຫຍ່ສ້າງຕັ້ງສະມັດຊາໃຫຍ່ ສັນຕິພາບໂລກ. ໂດຍເຫັນໄດ້ບົດບາດສຳຄັນຂອງສະພາກໍ່ຄືຄວາມຈຳເປັນໃນການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບອົງການສາກົນນີ້, ທ່ານປະທານ ໂຮ່ຈີມິນ ແລະ ພັກຫວຽດນາມ ໄດ້ຊີ້ນຳສ້າງຕັ້ງຄະນະກຳມະການປົກປ້ອງສັນຕິພາບໂລກ ຂອງ ຫວຽດນາມ (ປັດຈຸບັນແມ່ນ ຄະນະກຳມະການສັນຕິພາບ ຫວຽດນາມ).
ກ່ວາ 7 ທົດສະວັດທີ່ຜ່ານມາ, ສະມັດຊາໃຫຍ່ ສັນຕິພາບ ໂລກ ຍາມໃດກໍ່ສະຫງວນໃຫ້ ຫວຽດນາມ ນ້ຳໃຈມິດຕະພາບອັນດີງາມ, ນ້ຳໃຈສາມັກຄີສາກົນອັນສູງສົ່ງ ແລະ ການສະໜັບສະໜູນຢ່ງາແຮງໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ເພື່ອເອກະລາດ, ຄວາມເສລີຂອງປະເທດຊາດ ກໍ່ຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ປົກປັກຮັກສາ ແລະ ພັດທະນາ ປະເທດຊາດໃນປັດຈຸບັນ.
ອາດເຫັນໄດ້ການສະໜັບສະໜູນ, ຄວາມສາມັກຄີຂອງສະມັດຊາໃຫຍ່ ສັນຕິພາບ ໂລກຕໍ່ຫວຽດນາມ ຜ່ານຂີດໝາຍສຳຄັນຈຳນວນໜຶ່ງ.
ປິ 1950, ຫວຽດນາມ ໄດ້ສົ່ງຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 2 ຂອງສະມັດຊາໃຫຍ່ ສັນຕິພາບໂລກ ຢູ່ Warsaw (ໂປໂລຍ). ຢູ່ກອງປະຊຸມໃຫຍ່ຄັ້ງນີ້, ເປັນຄັ້ງທຳອິດສະມັດຊາໃຫຍ່ໄດ້ຮຽກຮ້ອງການສະໜັບສະໜູນກນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງຂອງປະຊາຊົນ ຫວຽດນາມ.
ພາຍຫຼັງການຮຽກຮ້ອງນັ້ນ, ບັນດາການເຄື່ອນໄຫວສັນຕິພາບສະໜັບສະໜູນ ຫວຽດນາມ ໄດ້ດຳເນີນຢູ່ຫຼາຍປະເທດ, ໃນນັ້ນການເຄື່ອນໄຫວດຳເນີນຢູ່ປະເທດຝລັ່ງຄືການກະທຳທີ່ກ້າຫານຂອງນັກຮົບສັນຕິພາບຝລັ່ງ ຕ້ານການຕໍ່ສູ້ - Raymonde Dien ຜູ້ນອນຢູ່ເສັ້ນທາງລົດໄຟ ເພື່ອສະກັດກັ້ນລົດໄຟຂົນສົ່ງອາວຸດໄປຍັງ ຫວຽດນາມ.
ບັນດາທັດສະນະສະໜັບສະໜູນ ຫວຽດນາມ, ການກະທຳທີ່ກ້າຫານຂອງນັກຮົບສັນຕິພາບເຮັດໃຫ້ລັດຖະບານຝລັ່ງບໍ່ເພິ່ງພໍໃຈ ກັບສະມັດຊາໃຫຍ່ສັນຕິພາບໂລກ ແລະ ໄດ້ເນລະເທດຄະນະບໍລິຫານອອກຈາກປະເທດຝລັ່ງ.
ປີ 1960 ເມື່ອກອງທັບອາເມລິກາແຊກແຊງເຂົ້າ ຫວຽດນາມ, ສະມັດຊາໃຫຍ່ ສັນຕິພາບໂລກ ພາຍໃຕ້ການຊີ້ນຳຂອງທ່ານປະທານ Romesh Chandra, ໄດ້ກຳນົດໜ້າທີ່ສາມັກຄີກັນສະໜັບສະໜູນ ຫວຽດນາມ ແມ່ນໜຶ່ງໃນບັນດາໜ້າທີ່ແຖວໜ້າຂອງສະພາ. ດ້ວຍການຮຽກຮ້ອງຂອງສະມັດຊາໃຫຍ່, ຂະບວນການສັນຕິພາບທົ່ວໂລກ ໄດ້ດຳເນີນໃນບັນດາປະເທດເກືອບທັງໝົດດ້ວຍການແຫ່ຂະບວນມິດຕິງນັບພັນຄັ້ງ, ການເຄື່ອນໄຫວດ້ານການເມືອງ, ວັດທະນະທຳ, ຮຽກຮ້ອງສ້າງກອງທຶນສາມັກຄີ, ສະໜັບສະໜູນ ຫວຽດນາມ, ມີເອກະສານ, ໃບປິວ ຄັດຄ້ານສົ່ງຄາມຮຸກຮາມຂອງ ອາເມລິກາຢູ່ ຫວຽດນາມ, ກ່າວຫາໂທດກຳຂອງພວກຈັກກາພັກອາເມລິກາ ຢູ່ ຫວຽດນາມໄດ້ຮັບການພິມຈຳໜ່າຍ...
ໃນສະໄໝ ຫວຽດນາມ ເລີ່ມດຳເນີນການປ່ຽນແປງໃໝ່, ສະມັດຊາໃຫຍ່ ສັນຕິພາບ ໂລກ ກໍ່ສາມັກຄີ, ຮ່ຽງບ່າຮ່ຽງໄລ່, ສະໜັບສະໜູນ ຫວຽດນາມ. ໃນປີ 2010, ສະມັດຊາໃຫຍ່ໄດ້ອອກມະຕິຖືວັນທີ 10 ສິງຫາ ທຸກປີແມ່ນວັນສາກົນສະມັກຄີກັນເພື່ອຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມ ຫວຽດນາມ. ສະມັດຊາໃຫຍ່ ສັນຕິພາບໂລກ ກໍ່ຈັດຕັ້ງບັນດາການເຄື່ອນໄຫວຮຽກຮ້ອງປະຊາຊົນ ໂລກ ສະໜັບສະໜູນບັນດາບັນຫາຂຶ້ນກັບຜົນປະໂຫຍດແຫ່ງຊາດ ຫວຽດນາມ ຄືບັນຫາທະເລເຕເວັນອອກ, ອະທິປະໄຕ, ສິດທິມະນຸດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ...
ອາດເວົ້າໄດ້ວ່າ, ສະມັດຊາໃຫຍ່ ສັນຕິພາບໂລກ ແມ່ນອົງການຈັດຕັ້ງນຳພາບັນດາຂະບວນການສັນຕິພາບໃນໂລກ, ສຸມໃສ່ບັນດາກຳລັງກ້າວໜ້າ, ອະທິປະໄຕເພື່ອເດັດດຽວເປົ້າໝາຍຕໍ່ສູ້, ຮັກສາສັນຕິພາບ, ບໍ່ພຽງແຕ່ໃຫ້ແກ່ ຫວຽດນາມເທົ່ານັ້ນ ຫາກຍັງແມ່ນບັນດາປະເທດໃນໂລກອີກດ້ວຍ.
ສຳລັບ ຫວຽດນາມ, ຄະນະກຳມະຫານສັນຕິພາບຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກສ້າງຕັ້ງສະມັດຊາໃຫຍ່ສັນຕິພາບໂລກ, ນັບແຕ່ນັ້ນມາຮອດປັດຈຸບັນ, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດລິເລີ່ມ, ພ້ອມທັງເຂົ້າຮ່ວມຕັ້ງໜ້າ, ເປັນເຈົ້າຕົນເອງເຂົ້າບັນດາການເຄື່ອນໄຫວຂອງສະມັດຊາໃຫຍ່.
ເປັນຫຍັງສະມັດຊາໃຫຍ່ສັນຕິພາບໂລກ ແລະ ບັນດາອົງການຈັດຕັ້ງສະມາຊິກໄດ້ຄັດເລືອກການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ຢູ່ ຫວຽດນາມ? ສິ່ງນີ້ມີຄວາມໝາຍຫຍັງຕໍ່ຄະນະກຳມະການສັນຕິພາບ ຫວຽດນາມ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ, ຮຽນທ່ານ?
ກ່ອນອື່ນໝົດ, ຕ້ອງເວົ້າວ່າ ຫວຽດນາມ ແລະ ສະມັດຊາໃຫຍ່ ສັນຕິພາບໂລກ ມີປະຫວັດສາດການພົວພັນອັນດີງາມນັບແຕ່ເວລາ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສ້າງຕັ້ງສະມັດຊາໃຫຍ່ ສັນຕິພາບໂລກ. ບົດບາດ ຂອງ ຫວຽດນາມ ຕໍ່ການເຄື່ອນໄຫວສັນຕິພາບໂລກ. ບົດບາດ ຂອງ ຫວຽດນາມ ຕໍ່ບັນດາການເຄື່ອນໄຫວສັນຕິພາບ ໂລກ ໂດຍ ເພື່ອນມິດ ສາກົນ ແລະ ບັນດາປະເທດສະມາຊິກຂອງສະມັດຊາໃຫຍ່ ຍອມຮັບ.
ທີສອງ, ຫວຽດນາມ ແມ່ນປະເທດສະຫງົບສຸກ, ເປັນມິດ, ຮັກແພງແຂກຄົນ, ສະເໝີຕົ້ນສະເໝີປາຍ, ມີນ້ຳໃຈ.
ທີສາມ, ໃນພາລະກິດ 35 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ຍາມໄດ້ຜົນສຳເລັດອັນຍິ່ງໃຫຍ່ຫຼາຍຢ່າງ, ຮອບດ້ານໃນທຸກຂົງເຂດ, ແມ່ນໜຶ່ງໃນຈຳນວນໜ້ອຍປະເທດຄວບຄຸມພະຍາດໂຄວິດ - 19 ເປັນຢ່າງດີ. ໃນ 2 ປີຜ່ານມາ, ເຖິງວ່າຫຼາຍປະເທດໃນໂລກຕົກເຂົ້າສູ່ສະພາບການວິກິດການ, ຊຸດໂຊມ, ແຕ່ສະພາບການເສດຖະກິດ - ສັງຄົມ ຫວຽດນາມຍັງບັນລຸໄດົ້ນສຳເລັດທີ່ຕັ້ງໜ້າ.
ທີສີ່, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຄະນະກຳມະການສັນຕິພາບ ຫວຽດນາມ ແມ່ນບັນດາອົງການຈັດຕັ້ງທີ່ມີຄວາມສາມາດບົ່ມຊ້ອນ ແລະ ບົດຮຽນປະສົບການບັນດາເຫດການໃຫຍ່ຂອງການທູດປະຊາຊົນຫຼາຍຝ່າຍ, ໃນນັ້ນ ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມຄະນະບໍລິຫານງານສະມັດຊາໃຫຍ່ສັນຕິພາບໂລກ.
ຮຽນທ່ານ, ຜ່ານກອງປະຊຸມຄັ້ງນີ້, ຫວຽດນາມ ມີຄວາມຫວັງຢາກສົ່ງສານຫຍັງໄປຍັງເພື່ອນມິດສາກົນ?
ສຳລັບເພື່ອນມິດສາກົນ ແລະ ບັນດາສະມາຊິກຂອງສະມັດຊາໃຫຍ່ ສັນຕິພາບ ໂລກ, ຜ່ານສະມັດຊາໃຫຍ່ຄັ້ງນີ້ ພວກເຮົາຢາກສົ່ງສານກ່ຽວກັບພາບພົດປະເທດຊາດ, ຊາວຫວຽດນາມ ໃນອະດີດ ແລະ ໃນຍຸກສະໄໝປ່ຽນແປງໃໝ່ປັດຈຸບັນ.
ພວກເຮົາຢາກສົ່ງໄປຍັງເພື່ອນມິດສາກົນ ກ່ຽວກັບນແນວທາງການຕ່າງປະເທດ ເປັນເອກະລາ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາ, ເປັນຫຼາຍຮູບແບບ, ຫັນເປັນຫຼາຍຝ່າຍ. ຫວຽດນາມ ຢາກກາຍເປັນເພື່ອນມິດຂອງທຸກປະເທດ, ບັນດາຄູ່ຮ່ວມມື ບົນພື້ນຖານບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເຄົາລົບເອກະລາດ, ເປັນເຈົ້າຕົນເອງ ກໍ່ຄືບົດບາດຂອງສະມາຊິກຕັ້ງໜ້າໃນປະຊາຄົມສາກົນ.
ກອງປະຊຸມໃຫຍ່ຄັ້ງນີ້ກໍ່ສະແດງໃຫ້ເຫັນການປະກອບສ່ວນຂອງຄະນະກຳມະການສັນຕິພາບ ຫວຽດນາມຕໍ່ຂະບວນການສັນຕິພາບໂລກ ແລະ ສະມັດຊາໃຫຍ່ສັນຕິພາບໂລກ.
ພວກຂ້າພະເຈົ້າກໍ່ຢາກ ຜ່ານກອງປະຊຸມໃຫຍ່ຄັ້ງນີ້ ສົ່ງສານທີ່ວ່າ: ຮັກສາ, ປົກປ້ອງສັນຕິພາບ ແມ່ນວຽກງານຂອງທຸກໆຄົນ, ຄືຄຳເວົ້າຂອງນັກປາດ Frédéric Joliot-Curie ເຊິ່ງແມ່ນປະທານທຳອິດຂອງສະມັດຊາໃຫຍ່ສັນຕິພາບໂລກ ເຄີຍເວົ້າ.
ບຸນຄົງ