ເພີ່ມ​ທະ​ວີກຳລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນຄະ​ນະ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ

11:46 | 16/10/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ນະ​ຄອນ​ຮະ​ລອງ, ແຂວງ​ກ໋​ວາງ​ນິງ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສາ​ກົນ ແລະ ການ​ທູດ​ປະ​ຊາ​ຊົນ ​ຂຶ້ນ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຈັດ​ຕັ້​ງ​ຊຸດ​ຝືກ​ອົບ​ຮົບ​ກ່ຽວ​ກັບ​ການ “ຍົກ​ສູງກຳລັງ​ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ ແລະ ຄຸ້ມ​ຄອງ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນ​ຄະ​ນະ​ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ”.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ແພດ​ສາດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ແພດ​ສາດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ
ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ເພີ່ມ​ທະ​ວີກຳລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນຄະ​ນະ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ແລະ​ການ​ນຳ​ທຸກ​ຂັ້ນ

ກ່າວ​ຄຳ​ເຫັນ​ໄຂ​ຊຸດ​ຝືກ​ອົບ​ຮົບ, ທ່ານ ​ຟານ​ແອັງ​ເຊີນ, ຮອງ​ປະ​ທານ - ເລ​ຂາ​ທິ​ການ​ ສະຫະພັນບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາ​ມ, ປະ​ທ​ານ​ສະ​ຖາ​ບັນ​ຄົ້ນ​ຄ້​ວາສາ​ກົນ ແລະການ​ທູດ​ປະ​ຊາ​ຊົນ ເນັ້ນ​ໜັກ​ວ່າ ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ ແລະ ຖື​ບົດ​ບາດ​ຂອງ​ພະ​ນັກ​ງານ​ຂັ້ນ​ຄະ​ນະ​ໃນ​ວຽກ​ງານ​ແຜ່​ຂະ​ຫຍາຍ, ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ປະ​ຈຳ​ເປັນ​ສຳ​ຄັນ. ດັ່ງ​ນັ້ນ, ເຖິງວ່າ​ໃນ​ຈຸດ​ເວ​ລາ​ສະ​ຫະ​ພັນ​ບັ​ນ​ດາ​ອົງ​ການ​ຈັດ​ຕັ້ງ​ມິ​ດ​ຕະ​ພາບ​ຫວຽດ​ນາມຕ້ອງ​ຜັນ​ຂະ​ຫຍາຍ​ຫຼາຍ​ວຽກ​ງານ​ສຳ​ຄັນ​ພ້ອມ​ກັນ, ແຕ່​ດ້ວຍ​ຈິດ​ໃຈ​ການ​ກໍ່​ສ້າງ​ຈັດ​ຕັ້ງ​ຮ່ຳ​ຮຽນ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສາ​ກົນ ແລະ ການ​ທູດ​ປະ​ຊາ​ຊົນ ​ໄດ້​ມາ​ນະ​ພະ​ຍາມ​ເພື່ອ​ຈັດ​ຕັ້ງ​ຊຸດ​ຝືກ​ອົບ​ຮົມ​ທີ່​ແທດ​ຈິງ​ນີ້.

ເພີ່ມ​ທະ​ວີກຳລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນຄະ​ນະ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ຊຸດ​ຝຶກ​ອົບຮົມ ກ່ຽວກັບ “​ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ຄຸ້ມ​ຄອງ​ພະນັກງານ​ຂັ້ນຄະນະ ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ”.

ຢູ່​ໃນຊຸດ​ຝືກ​ອົບ​ຮົມ, ນັກ​ສຳ​ມະ​ນາ​ກອນ​ໄດ້ຮັບການສອນຈາກ​ບັນ​ດາ​ຄູ​ສອນ​ແຖວ​ໜ້າ​ໃນ​ຂົງ​ເຂດບໍລິຫານ, ການ​ນຳ ແລະ ການຄຸ້ມ​ຄອງ​ຄື ທ່ານ​ປະ​ລິນ​ຍາ​ເອກກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຫງວຽນ​ຮຶວ​ລາມ, ທ່ານ ​ປ.ອ ຫງວຽນ​ຊີ​ຢຸງ ອະ​ດີດ​ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ແລະ ພິ​ເສດ​ແມ່ນ​ການ​ແບ່ງ​ປັນ​ຂອງ​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຫງວຽນ​ເຟືອງ​ງາ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ ຫວຽດ​ນາມ.

ຜ່ານ 2 ວັນ​ຝືກ​ອົບ​ຮົມ, ນັກ​ສຳ​ມະ​ນາ​ກອນ​ໄດ້ຮັບການຖ່າຍທອດ​ຄວາມ​ຮູ້​ທີ່​ກ້າວ​ໜ້າ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ການ​ນຳ​ພາ ກໍ​ຄືການນຳພາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ອົງ​ການ, ການ​ຊີ້​ນຳ​ປ່ຽນ​ແປງວັດ​ທະ​ນະ​ທຳ​ຈັດ​ຕັ້ງ ແລະ ການ​ນຳພາ​ໃນການສ້າງ​ການ​ຈັດ​ຕັ້ງ​ການ​ຮ່ຳ​ຮຽນ.

ເພີ່ມ​ທະ​ວີກຳລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນຄະ​ນະ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ເພີ່ມ​ທະ​ວີກຳລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນຄະ​ນະ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ທ່ານ Andreas Stoffers, ຫົວໜ້າຜູ້ຕາງໜ້າຂອງອົງການ Friedrich Naumann Stiftung Fur dieFreiheit (FNF/ເຢຍລະມັນ).

ນີ້​ແມ່ນ​ບັນ​ດາ​ຄວາມ​ຮູ້​ພື້​ນ​ຖານ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ຈິນ​ນະ​ຕາ​ການໃນວຽກ​ງານ​ຄຸ້ມ​ຄອງ, ຈາກ​ນັ້ນ ກໍ່​ຊ່ວຍ​ສ້າງວິ​ໄສ​ທັດ, ກຳລັງຄວາມ​ສາ​ມາດ ແລະ ທັກ​ສະ​ໃນ​ການ​ຄຸ້ມ​ຄອງ​ໃນອົງ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັ​ດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ຂໍ້​ມູນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​​ລັດທີ່​ທັນ​ສະ​ໄໝ ແລະ ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ລັບ​ການ​ນຳ​ພາພາກ​ລັດ ໄດ້​ຊ່ວຍ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ມີ​ການ​ສັງ​ເກດ​ຢ່າງ​ສັງ​ລວມ​ກ່ຽວ​ກັບ​ທັດ​ສະ​ນະ​ຄຸ້ມ​ຄອງ​ພາກ​ລັດ​ທີ່​ທັນ​ສະ​ໄໝ, ຈາກ​ນັ້ນ​ ກໍກຳ​ນົດ​ໄດ້ທິດ​ກ້າວ​ເດີນ​ຂອງອົງການ​ຕົນ​ທັງ​ສວຍ​ໃຊ້​ທ່າ​ອ່ຽງ​ທີ່​ດີ​ຂອງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ທັງ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

ບັນ​ດາບົດ​ຮຽນ​ຕົວ​ຈິງ​ໃນ​ຊຸດ​ຝືກ​ອົບ​ຮົມ​ນີ້​ກໍ່​ຊ່ວຍໃຫ້ການນຳ​ສາ​ມາດ​ເບິ່ງ​ຄືນ​ຕົນ​ເອງ​ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃນ​ຍຸກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຍົກ​ອອກວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່ວຽກ​ງານ​ນຳພາ, ຄຸ້ມ​ຄອງ​ຢູ່​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ.

ເພີ່ມ​ທະ​ວີກຳລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນຄະ​ນະ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ເພີ່ມ​ທະ​ວີກຳລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນຄະ​ນະ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຂຽນ​ບົດ​​ຂ່າວ, ບົດ​ລາຍ​ງານ, ສະ​ເໜີ​ໃຫ້​ແກ່​ພະ​ນັກ​ງານ, ລັດ​ຖະ​ກອນ ແລະ ຜູ້​ອອກ​ແຮງ​ງານຂອງ​ອົງ​ການ​ປະ​ຈຳ​ສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ປີ 2021.

ຊຸດ​ຝືກ​ອົບ​ຮົມແມ່ນ​ສ່ວ​ນ​ໜຶ່ງ, ແມ່ນ​ບາດ​ກ້າວ​ທຳ​ອິດ​ໃນ​ແຜນ​ການ​ສັງ​ລວມ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ລະ​ບົບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ. ການ​​ນຳ​ບັນ​ດາ​ຄະ​ນະ, ຫົວ​ໜ່ວຍ​ໄດ້​ຮັບ​ການ​ຕັ້ງຫວັງວ່າ ​ຈະ​ແມ່ນ​ຜູ້​ນຳ​ພາ, ເປັນກຳ​ລັງ​ໜູນ​ເພື່ອ​ຊຸກ​ຍູ້​ການ​ກໍ່​ສ້າງ​ອົງ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ນັມ​ມື້​ນັບ​ເປັນ​ມື​ອາ​ຊີບ, ອຸ​ທິດ​ສ່ວນ, ຕອບ​ສະ​ໜອງບັນ​ດາ​ຄວາມ​ຮ​ຽກ​ຮ້ອ​ງ​ຕ້ອງ​ການ​ຂອງວຽກ​ງານ​ການ​ທູດປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່​ໃຫ້​ນັບ​ມື້ນັບດີ​ກ່​ວາ​ອີກ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.