ເພີ່ມພູນຄູນສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ

07:58 | 13/10/2022

ຍສໝ - ທ່ານ​ນາງ ​ເລ​ທູ​ຮ່າ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ປະຈຳ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ລາຍການ “ລະດູ​ໃບ​ໄມ້​ຫຼົ່ນຮ່າ​ໂນ້ຍ” ຈະ​ກາຍ​ເປັນ​ກິດຈະກຳ​ປະຈຳ​ປີ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ຢູ່ ຮ່າ​ໂນ້ຍ.

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (ວັນທີ 10 ຕຸລາ 1954 – ວັນທີ 10 ຕຸລາ 2022) ແລະ 114 ປີ ແຫ່ງການປະກາດເອກະລາດຂອງບຸນ​ກາ​ຣີ (ວັນທີ 22 ກັນຍາ 1908 – ວັນທີ 22 ກັນຍາ 2022), ສະມາຄົມມິດຕະພາບຫວຽດນາມ - ບຸນ​ກາຣີ ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ລາຍການ “ລະດູ​ໃບ​ໄມ້ຫຼົ່ນຮ່າ​ໂນ້ຍ” ດ້ວຍ​ການ​ເຄື່ອນ​ໄຫວ​ທຳ​ອິດ​ແມ່ນ​ລາຍການ​ພົບ​ປະ​ແລກປ່ຽນ​ມິດຕະພາບ “ລະດູ​ໃບ​ໄມ້​ຫຼົ່ນ​ຮ່າ​ໂນ້ຍ”.

ເພີ່ມພູນຄູນສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ
ສະມາຄົມມິດຕະພາບຫວຽດນາມ - ບຸນ​ກາຣີ ນະຄອນ ຮ່າ​ໂນ້ຍ ຖ່າຍຮູບເປັນທີ່ລະນຶກ. ພາບ: thoidai.com.vn
ເພີ່ມພູນຄູນສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ
ເພີ່ມພູນຄູນສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ

ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ນາງ ​ເລ​ທູ​ຮ່າ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ປະຈຳ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ລາຍການ “ລະດູ​ໃບ​ໄມ້​ຫຼົ່ນ ຮ່າ​ໂນ້ຍ” ຈະ​ກາຍ​ເປັນ​ກິດຈະກຳ​ປະຈຳ​ປີ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ລາຍການ​ທີ່ໄດ້​ຮັບ​ການ​ດົນບັນດານ​ໃຈ​ຈາກນໍ້າໃຈ​ມິດຕະພາບ, ຈາກທຳ​ມະ​ຊາດ, ປະ​ເທດ​ຊາດທີ່​ສວຍ​ງາມ ​ແລະ ປະຊາຊົນ ຫວຽດນາມ - ບຸນ​ກາຣີ.

​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງຂຶ້ນ​ດ້ວຍ 3 ກິດຈະກຳ​ຕົ້ນຕໍ​ ຄື: ​ແລກປ່ຽນ​ມິດຕະພາບ, ງານ​ວາງສະ​ແດງ​ຮູບ​ພາບ “ອານຸສອນ ​ບຸນ​ກາຣີ” ​ແລະ ການ​ເຊື່ອມຕໍ່​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ບຸນ​ກາຣີ, ນຳ​ມາ​ເຊິ່ງລັກສະນະ​ທີ່ໃໝ່​ໃຫ້​ແກ່​ວຽກງານການທູດ​ປະຊາ​ຊົນ ​ກໍຄືເພີ່ມ​ທະວີ​ການພົບປະ​ແລກປ່ຽນ ​ແລະ ສະໜິດຕິດພັນລະຫວ່າງບັນດາສະມາຊິກ.

ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ນາງ Marinela Petkova - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ບຸນ​ກາຣີ ປະຈຳ ຫວຽດນາມ ຖື​ວ່າ: ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ຢູ່ ຮ່າ​ໂນ້ຍ ​ແມ່ນ​ຂົວຕໍ່ເພື່ອ​ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງສອງ ປະ​ເທດ ບຸນ​ກາຣີ ແລະ ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.