ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ແຂວງ​ຈຳ​ປາ​ສັກ (ລາວ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ

13:41 | 06/12/2022

ນະຄອນໂຮ່ຈີມິນ ແລະ ແຂວງຈຳປາສັກ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການລະຫວ່າງບັນດາພະແນກ, ຂະແໜງການ.

ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ
ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ
ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ແຂວງ​ຈຳ​ປາ​ສັກ (ລາວ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ
ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ແຂວງ​ຈຳ​ປາ​ສັກ (ລາວ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ. ພາບ: TTXVN

ຕອນບ່າຍວັນທີ 4 ທັນວາ, ໃນຂອບເຂດເຫດການ ໂອ້ລົມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ຄັ້ງທີ 1 ປີ 2022, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ ວິໄລວົງ ບຸດດາຄໍາ ເລຂາພັກ - ເຈົ້າແຂວງ ແຂວງຈຳປາສັກ, ລາວ ແລະ ພ້ອມກັນລົງນານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ ນະຄອນໂຮ່ຈີມິນ ແລະ ອຳນາດການປົກຄອງແຂວງ ຈຳປາສັກ ໄລຍະ 2022 – 2025.

ຕາມບົດບັນທຶກຊ່ວຍຈຳ, ນະຄອນໂຮ່ຈີມິນ ແລະ ແຂວງຈຳປາສັກ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການລະຫວ່າງບັນດາພະແນກ, ຂະແໜງການ, ຄະນະ, ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນປະສົບການໃນການຄຸ້ມຄອງ, ຮ່ວມມືດ້ານຊາວໜຸ່ມ, ອະນຸລັກຮັກສາມໍລະດົກວັດທະນະທຳ, ກິລາ... ສອງທ້ອງຖິ່ນກໍ່ຈະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມທາງການຄ້າ - ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດ, ສົ່ງເສີມວິສາຫະກິດສອງປະເທດ ຮ່ວມມືກັນມຸ່ງໄປເຖິງການເປີດສູນການຄ້າ ຈຳປາສັກ - ນະຄອນໂຮ່ຈີມິນ ຢູ່ ຈຳປາສັກ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.