ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ຮຸງ​ກາ​ຣີ

14:00 | 16/10/2022

ຍ​ສ​ໝ - ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ແລະ ຮຸງ​ກາຣີ ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມືຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ. ເພື່ອເສີມ​ຂະ​ຫຍາຍ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ເວ​ລາ​ຈະ​​ມາ​ເຖິງ, ຫວຽດນາມ ​ແລະ ຮຸງ​ກາຣີ ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດຕື່ມອີກ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ດົນຕີ, ຟ້ອນ, ​ຮູບ​ເງົາ...

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ແພດ​ສາດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ແພດ​ສາດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ
ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື
ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ຮຸງ​ກາ​ຣີ
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຕະ​ກວາງ​ດົງ ແລະ ທ່ານ Baloghdi Tibor ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ຮຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ (ພາບ: ເຈິ່ນ​ຮວນ)

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ,​ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດນາມ ໄດ້​ມີ​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ທ່ານ Baloghdi Tibor ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ຮຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ.

ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຕະ​ກວາງ​ດົງ ປາດ​ຖະໜາ​ວ່າ: ​ໃນ​​ອາ​ຍຸ​ການ​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ມີ​ຂໍ້​ລິ​ເລີ່​ມຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ. ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ແລະ ຮຸງ​ກາຣີ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ; ແຜນ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ກະ​ຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ຫວຽດ​ນາມ ແລະ ກະ​ຊວງແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຮົງ​ກາ​ຣີ ໄລ​ຍະ 2014-2016 ແລະ ໄລ​ຍະ 2020-2022. ສະ​ນັ້ນ, ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ກວດກາ​ຄືນ​ບັນດາ​ວຽກ​ງານ​ທີ່​ໄດ້​ລົງ​ນາມ ​ແລະ ບັນດາ​ຂໍ້​ຕົກລົງ​ໃນ​ຂົງ​ເຂດຕ່າງໆ ​ເພື່ອ​ເພີ່ມ​ເຕີມ ​ແລະ ກໍ່ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດ​ນີ້.

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ຮຸງ​ກາ​ຣີ
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຮຸງ​ກາຣີ ​ໃນ​ເດືອນ 9/2018

ໂດຍ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ຕ້ອນ​ຮັບ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ການ​ທ່ອງ​ທ່ຽວ ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຕະ​ກວາງ​ດົງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮຸງ​ກາ​ຣີ ໃຫ້​ຮູ້​ວ່າ ໃນ​ເມື່ອ​ກ່ອນ​ທ່ານ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ​ເປັນ​ເວ​ລາ 5 ປີ ແລະ ນັ້ນ​ແມ່ນ​ໄລ​ຍະ​ເວ​ລາທີ່ສວຍ​ງາມ ​ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື ​ໃນ​ນັ້ນ ມີ​ສະ​ຖາ​ບັນ​ດົນ​ຕີ​ນະ​ຄອນ​ໂຮ່​ຈີ​ມິນ ເຊິ່ງໄລຍະນັ້ນ ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຍັງ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ດົນ​ຕີ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ໃຫ້​ຮູ້​ວ່າເມື່ອ​ກັບ​​ຄືນມາ​ຮ່າ​ໂນ້ຍ, ທ່ານ​ຍາ​ມ​ໃດ​ກໍ່​ຮູ້​ສຶກ​ໄດ້​ເຖິງນ້ຳ​ໃຈ​ກໍ່​ຄື​ຄວາມ​ເປັນ​ມິດ, ຄວາມພ້ອມ​​ທີ່​ຈະ​ຊ່ວຍ​ເຫຼືອ​ຂອງຝ່​າຍ ຫວຽດ​ນາມ ແລະ ຫວັງ​ວ່າ ໃນ​ອາ​ຍຸ​ການ 4 ປີ​ຈະ​ມາ​ເຖິງ, ທ່ານ​ຈະ​ມີ​ຜົນ​ງານຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດກ່າວວ່າ “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ​ເມື່ອ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ກ່ອນ​ເປັນ​ຜູ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ຂົງ​ເຂດ​ວັດ​ທະ​ນະ​ທຳ, ໃນ​ໄລ​ຍະ​ຜ່ານ​ມາ ສະ​ຖານ​ທູດ ຮ​ຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ ໄດ້​ປະ​ຕິ​ບັດຫຼາຍ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ຕິ​ບັດ​ການ​ທູດ​ດ້ວຍ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ. ຕົວ​ຂ້າ​ພະ​ເຈົ້າເອງກໍ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ມູນ​ເຊື້ອ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງສະຖານ​ທູດ ຮຸງ​ກາ​ຣີ ແລະ ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດນາມ”.

ກ່ຽວ​ກັບ​ບັນດາ​ຂໍ້​ສະ​ເໜີ​ການ​ຮ່ວມ​ມື​ລະອຽດ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ ​ໃນ 2 ອາທິດ​ຈະ​ມາ​ເຖິງ, ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ ຮຸງ​ກາຣີ ພ້ອມ​ດ້ວຍ​ຄະນະ ຈະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຢູ່​ທີ່​ນີ້, ຄະນະ​ຜູ້​ແທນ​ຈະ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ກິລາ​ຫວຽດນາມ ​ແລະ 2 ຝ່າຍ​ຈະ​ມີ​ການ​ແລກປ່ຽນລະອຽດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ລະຫວ່າງ 2 ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຮົງ​ກາຣີ ກໍ່​ຕີ​ລາຄາ​ວ່າ ໄລ​ຍະ​ຜ່ານ​ມາ​ຍ້ອນ​ພະ​ຍາດ​ໂຄວິດ - 19, ໄດ້​ກໍ່​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ໂລກ​ ເວົ້າລວມ ​ກໍ່ຄື​ການທ່ອງທ່ຽວ​ຂອງ​ສອງ​ປະ​ເທດ ​ເວົ້າ​ສະ​ເພາະ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ນີ້ຈະ​ຜ່ານ​ໄປ​ໂດຍ​ໄວ ​ແລະ ການທ່ອງທ່ຽວ​ຈະ​ພັດທະນາ​ຄືນ​ໃໝ່, ຊາວ​ຮຸງ​ກາຣີ ຈະ​ມີ​ເງື່ອນ​ໄຂ​ເພື່ອ​ໄປ​ຢ້ຽມຢາມສະ​ຖານ​ທີ່​ທີ່​ໜ້າ​ສົນ​ໃຈ​ຄື ຫວຽດນາມ. ​ໃນ​ຂົງ​ເຂດ​ວັດທະນະທຳ, ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດົນຕີ, ຟ້ອນ, ຮູບ​ເຫງົ​າ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.