5 ໜ້າ​ທີ່​ຈຸດສຸມສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ປະຕິບັດ

5 ໜ້າ​ທີ່​ຈຸດສຸມສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ປະຕິບັດ

ຍສໝ - ວັນ​ທີ 26 ​ເມສາ​, ຢູ່​ນະຄອນ​ ບຽນ​ຮວ່າ, ແຂວງ​ ດົ່ງ​ນາຍ ໄດ້ດຳເນີນກອງ​ປະຊຸມ​ໃຫຍ່​ຜູ້ແທນສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ​ ແຂວງ ດົ່ງ​ນາຍ ​ຄັ້ງ​ທີ II, ອາຍຸການ 2024-2029.

ອົງການ Dove Fund (ອາເມລິກາ) ຊ່ວຍເຫຼືອການດູແລດວງຕາໃຫ້ນັກຮຽນ 10.000 ກວ່າຄົນຢູ່ແຂວງເທືອທ່ຽນເຫວ້

ອົງການ Dove Fund (ອາເມລິກາ) ຊ່ວຍເຫຼືອການດູແລດວງຕາໃຫ້ນັກຮຽນ 10.000 ກວ່າຄົນຢູ່ແຂວງເທືອທ່ຽນເຫວ້

ຍສໝ -ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ໄດ້​ອອກ​ຂໍ້​ຕົກລົງ​ສະບັບ​ເລກທີ 2130/QD-UBND ລົງ​ວັນ​ທີ 8 ສິງຫາ 2024 ວ່າດ້ວຍການອະນຸມັດ​ການ​ຮັບ​ເງິນ​ຊ່ວຍ​ເຫຼືອ​ລ້າ ​ 485 ກວ່າລ້ານ​ດົ່ງ​ ຈາກອົງການ Dove Fund (ອາເມລິກາ) ​ເພື່ອ​​ຊ່ວຍເຫຼືອການດູແລດວງ​ຕາ​ໃຫ້ນັກຮຽນ 10.000 ກວ່າຄົນຢູ່ເທດສະບານເມືອງເຮືອງຈ່າ.

ວາລະສານ ອາເມລິກາ: ນ້ຳຕົກ ບ້ານຢົກ ແມ່ນໜຶ່ງໃນ 21 ນ້ຳຕົກທີ່ສວຍງາມທີ່ສຸດໃນໂລກ

ວາລະສານ ອາເມລິກາ: ນ້ຳຕົກ ບ້ານຢົກ ແມ່ນໜຶ່ງໃນ 21 ນ້ຳຕົກທີ່ສວຍງາມທີ່ສຸດໃນໂລກ

ຍສໝ - ນ້ຳ​ຕົກ​ຕາດ​ ບ້ານຢົກ, ກາວ​ບັ່ງ ​ແມ່ນ​ກຸ່ມ​ນ້ຳ​ຕົກ​ຕາດ​ນ້ອຍ​ທີ່​ຕັ້ງ​ຢູ່​ລຽບ​ຕາມ​ຊາຍ​ແດນ​ ຫວຽດ​ນາມ - ຈີນ. ນ້ຳຕົກຕາດດັ່ງກ່າວໄດ້ຮັບການຄັດເລືອກຈາກວາລະສານທ່ອງທ່ຽວຂອງ ອາເມລິກາ Travel+Leisure ໃຫ້ເປັນໜຶ່ງໃນ 21 ນ້ຳຕົກຕາດທີ່ງາມທີ່ສຸດໃນໂລກ.

ທ່ານ ເຈີ່ນຮິວຟຸກ ຮັກສາຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນດ່າໜັງ

ທ່ານ ເຈີ່ນຮິວຟຸກ ຮັກສາຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນດ່າໜັງ

ຍສໝ - ໃນວັນທີ 6 ສິງຫາ ຢູ່ນະຄອນ ດ່າໜັງ, ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນດ່າໜັງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI, ອາຍຸການ 2024 – 2029.

ສະເໜີໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ

ສະເໜີໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ

ຍສໝ - ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະເໜີໃຫ້ຮູ້ເຖິງປະຕິດິລິຍາຂອງ ​ຫວຽດນາມ​ ຕໍ່ກັບ​ກະຊວງ​ການ​ຄ້າ ​ອາ​ເມ​ລິ​ກາ ​ສືບ​ຕໍ່​ກຳນົດ​ ຫວຽດນາມ​ ເປັນ​ພື້ນຖານ​ເສດຖະກິດ​ບໍ່​ເປັນ​ຕະຫຼາດ.

ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ

ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ.

ທະຫານເຮືອ ແລະກໍາລັງປ້ອງກັນຝັ່ງທະເລ ອາເມລິກາ ມາຢ້ຽມຢາມແຂວງແຄງຮວ່າ

ທະຫານເຮືອ ແລະກໍາລັງປ້ອງກັນຝັ່ງທະເລ ອາເມລິກາ ມາຢ້ຽມຢາມແຂວງແຄງຮວ່າ

ວັນທີ 8 ກໍລະກົດ, ກຳປັ່ນ USS Blue Ridge ຂອງທະຫານເຮືອອາເມລິກາ ແລະກໍາປັ່ນ Waesche ຂອງກຳລັງປ້ອງກັນຝັ່ງທະເລ ອາເມລິກາ ໄດ້ເຂົ້າທຽບທ່າກໍາປັ່ນສາກົນ ກາມແຣງ, ເລີ່ມຕົ້ນການຢ້ຽມຢາມແຂວງແຄງຮວ່າ ໃນລະຫວ່າງວັນທີ 8-12 ກໍລະກົດ ຢ່າງເປັນທາງການ.

ນັກສຶກສາ ອາເມລິກາ ຮຽນຮູ້ປະຫວັດສາດ, ນະວັດຕະກຳ ແລະ ຂະບວນການພັດທະນາຂອງຫວຽດນາມ

ນັກສຶກສາ ອາເມລິກາ ຮຽນຮູ້ປະຫວັດສາດ, ນະວັດຕະກຳ ແລະ ຂະບວນການພັດທະນາຂອງຫວຽດນາມ

ຍສໝ - ໃນ​ໄລຍະ​ຢ້ຽມຢາມ ​ແລະ ສຶກສາ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 21 ພຶດສະພາ – 12 ມິຖຸນາ 2024, ຄະນະ​ຜູ້​ແທນ​ອາຈານ ​ແລະ ນັກ​ສຶກສາ​ຂອງ​ໂຮງຮຽນ O'neil ກ່ຽວກັບ​ວຽກ​ງານ​ສາທາລະນະ ​ແລະ ສິ່ງ​ແວດ​ລ້ອມ, ມະຫາວິທະຍາ​ໄລ Indiana (ອາ​ເມ​ລິ​ກາ) ​ໄດ້​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ “ປະຫວັດສາດ, ການ​ພັດທະນາສັງຄົມ​ຂອງ​ຫວຽດນາມ ​ແລະ ​ສິ່ງ​ແວດ​ລ້ອມ ​ແລະ ​ເປົ້າ​ໝາຍ​ໃນ​ອະນາຄົດ” ​ແລະ “ຂະ​ບວນການປ່ຽນໃໝ່ຢູ່ຫວຽດນາມ ​ແລະ ທັດສະນະ​ຂອງ​ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ການ​ຫັນ​ເປັນ​ໂລກາພິວັດ”.

ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ

ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ

ຍສໝ - ວັນ​ທີ 25 ມີນາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ແລະ ທ່ານ​ລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Antony Blinken ​ໄດ້​ເປັນ​ປະທານ​​ການພົບປະສົນທະນາຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ​ຄັ້ງ​ທຳ​ອິດ.

ສະເໜີໃຫ້ອາເມລິກາ ຮັບຮູ້ສະພາບເສດຖະກິດການຕະຫຼາດຂອງຫວຽດນາມໂດຍໄວ

ສະເໜີໃຫ້ອາເມລິກາ ຮັບຮູ້ສະພາບເສດຖະກິດການຕະຫຼາດຂອງຫວຽດນາມໂດຍໄວ

ຍສໝ - ສະມາຊິກ​ສະພາ​ສູງ Kristen Gillibrand ຢືນຢັນ​ວ່າ: ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ຈາກ​ບັນດາ​ຂົງ​ເຂດ​ສຳຄັນ​ໄປ​ສູ່​ທິດ​ໃໝ່.

ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ

ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວ​ກວາງ ​ໄດ້ຕ້ອນ​ຮັບ​ທ່ານ Nitin Darbari, ຮອງ​ປະທານຂັ້ນສູງ​ກຸ່ມ​ບໍ​ລິ​ສັດ Procter & Gamble (P&G) ພາກພື້ນ ທີ່ພວມມີການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ

ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ

ຍສໝ - ທີ່​ການ​ພົບ​ປະ​ກັບ​ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ຫວໍວັນຮວ່ານ ວັນ​ທີ 26 ມັງກອນ ຢູ່​ນະ​ຄອນ ​ໂຮ່​ຈິ​ມິນ, ຄະ​ນະ​ຜູ້​ແທນ​ສະພາແຫ່ງຊາດ ອາເມລິກາ ໂດຍ​ທ່ານ​ນາງ Young Kim, ປະ​ທານ​ອະນຸກຳມະການການ​ຕ່າງ​ປະ​ເທດ​ສະພາຕ່ຳກ່ຽວກັບ ມະຫາສະໝຸດອິນ​ເດຍ - ປາ​ຊີ​ຟິກ ໃຫ້ຮູ້ວ່າ ຍາມ​ໃດ​​ກໍ່​ມີ​ຄວາມ​ສົນ​ໃຈ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມືໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງຜົນຮ້າຍຂອງສົງຄາມ ແລະ ການໄກ່ເກ່ຍພາຍຫຼັງ​ສົງຄາມ.

ຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນ 3 ຂົງເຂດທີສຳຄັນ

ຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນ 3 ຂົງເຂດທີສຳຄັນ

ຍສໝ - ວັນ​ທີ 25 ມັງກອນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິງຈິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jose Fernandez, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບການ​ເຕີບ​ໂຕ​ເສດຖະກິດ, ສິ່ງ​ແວດ​ລ້ອມ ​ແລະ ພະລັງງານ ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

4 ຈຸດສຸມວຽກງານໃນປີ 2024 ຂອງສະມາຄົມ ຫວຽດນາມ - ອາເມລິກາ

4 ຈຸດສຸມວຽກງານໃນປີ 2024 ຂອງສະມາຄົມ ຫວຽດນາມ - ອາເມລິກາ

ຍສໝ - ວັນ​ທີ 11 ມັງກອນ ຢູ່​ຮ່າ​ໂນ້ຍ, ສະມາຄົມ​ ຫວຽດນາມ - ອາ​ເມ​ລິ​ກາ​ ໄດ້​ຈັດຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2023 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ປີ 2024. ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳກອງປະຊຸມ.

ຫວຽດນາມ ພ້ອມແລ້ວທີ່ຈະຮັບບັນດາໂຄງການລົງທຶນຈາກບັນດາວິສາຫະກິດ ເຄິ່ງຊັກນຳໄຟຟ້າ ຂອງ ອາເມລິກາ

ຫວຽດນາມ ພ້ອມແລ້ວທີ່ຈະຮັບບັນດາໂຄງການລົງທຶນຈາກບັນດາວິສາຫະກິດ ເຄິ່ງຊັກນຳໄຟຟ້າ ຂອງ ອາເມລິກາ

ຍສໝ - ດ້ວຍ​ນະ​ໂຍບາຍ​ເປີດ​ກວ້າງ, ກະກຽມ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ລະມັດລະວັງ, ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ..., ຫວຽດນາມ ພ້ອມ​ແລ້ວ​ກັບ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ເອົາ​ບັນດາ​ໂຄງການ​ລົງທຶນ​ ຈາກ​ບັນດາ​ວິ​ສາ​ຫະກິດເຄິ່ງຊັກນຳໄຟຟ້າ ອາ​ເມ​ລິ​ກາ.

ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ

ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ

ຍສໝ - ວັນ​ທີ 21 ທັນວາ, ຄະນະຜູ້ແທນການທູດ ອາ​ເມ​ລິ​ກາ​ ປະຈຳ​ ຫວຽດນາມ​ ​ໄດ້​ແຈ້ງການການຄັດ​ເລືອກໂຮງຮຽນ​ເພື່ອ​ຮັບ​ຜູ້​ຊ່ວຍ​ການ​ສອນ​ພາສາ​ອັງກິດ Fulbright ​ໃນ​ສົກ​ຮຽນ 2024 - 2025. ບັນດາຜູ້ຊ່ວຍສອນມີໜ້າທີໃນການສອນທັກສະການຟັງ ແລະ ການເວົ້າ. ພ້ອມ​ກັນ​ນັ້ນ ກໍ​ແມ່ນບັນດານັກການທູດ​ວັດທະນະທຳ ​ອາ​ເມ​ລິ​ກາ​ ປະຈຳ​ ຫວຽດນາມ.

ຊາວ ຫວຽດນາມ ຢູ່ ອາເມລິກາ ໄດ້ໜູນຊ່ວຍເກືອບ 3,5 ຕື້ດົ່ງເພື່ອເພີ່ມທະວີປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ

ຊາວ ຫວຽດນາມ ຢູ່ ອາເມລິກາ ໄດ້ໜູນຊ່ວຍເກືອບ 3,5 ຕື້ດົ່ງເພື່ອເພີ່ມທະວີປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ

ຍສໝ - ທ່ານ​ນາງ ດວານ​ທູ​ເລ (ຊາວ ຫວຽດນາມ ​ຢູ່​ ອາ​ເມ​ລິ​ກາ​) ​ໄດ້ອຸປະຖຳ​ແຂວງ ​ເທື່ອ​ທຽນ​ເຫວ້ ເກືອບ 3,5 ຕື້​ດົ່ງ ເພື່ອ​ຍົກ​ສູງກຳລັງຄວາມສາມາດກ່ຽວກັບການປ້ອງ​ກັນອຸບັດຕິເຫດຈົມ​ນ້ຳ ​ແລະ ​ຮັກສາ​ສຸຂະພາບ​ຂອງ​ເດັກນ້ອຍ​ໃນ​ແຂວງ.

ທ່ານໝໍສະເພາະຂະແໜງຕັບ ມີໂອກາດເພື່ອຮ່ວມມືກັບມະຫາວິທະຍາໄລ ອາເມລິກາ ຕື່ມອີກ

ທ່ານໝໍສະເພາະຂະແໜງຕັບ ມີໂອກາດເພື່ອຮ່ວມມືກັບມະຫາວິທະຍາໄລ ອາເມລິກາ ຕື່ມອີກ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ ​ທີ່ໄດ້ສົນທະນາໃນການພົບປະລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ມະຫາວິທະຍາ​ໄລ​ ແພດສາດ Johns Hopkins (ອາ​ເມ​ລິ​ກາ), ວັນທີ 18 ທັນວາ ຢູ່ ຮ່າໂນ້ຍ.

ມີໂອກາດຫຼາຍຢ່າງເພື່ອນຳຄົນງານຫວຽດນາມ ໄປເຮັດວຽກຢູ່ ອາເມລິກາ

ມີໂອກາດຫຼາຍຢ່າງເພື່ອນຳຄົນງານຫວຽດນາມ ໄປເຮັດວຽກຢູ່ ອາເມລິກາ

ຍສໝ - ນີ້​ແມ່ນ​ການ​ແບ່ງປັນ​ຂອງ​ທ່ານ​ສາດສະດາຈານ ຫງວຽນ​ດິ່ງ​ຟຸ, ປະທານ​ສະມາຄົມ​ນັກທຸລະກິດຊາວ ຫວຽດນາມ ຢູ່ ອາ​ເມ​ລິ​ກາ (VENUSA) ກັບ​ວາລະສານ ຍຸກສະໄໝ.