ຫວຽດນາມ - ອາເມລິກາ: ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ

19:03 | 09/03/2024

ຫວຽດນາມ - ອາເມລິກາ: ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ
ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ

ຕອນເຊົ້າວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ຈັດການພົບປະກັບຄະນະຜູ້ແທນພັກກອມມູນິດ ອາເມລິກາ ໂດຍທ່ານ Arturo Cambron ກຳມະການຄະນະກຳມະການທົ່ວປະເທດ ເປັນຫົວໜ້າຄະນະ.

ຫວຽດນາມ - ອາເມລິກາ: ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ

ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: TTXVN

ທີ່ການພົບປະ, ທ່ານ ຟານແອັງເຊີນ ປະທານ VUFO ໄດ້ຕີລາຄາສູງການພົວພັນ ຫວຽດນາມ - ອາເມລິກາ ໄດ້ມີບາດກ້າວພັດທະນາຢ່າງແຮງ. ເປັນໜ້າສົນໃຈນັ້ນແມ່ນ ເດືອນກັນຍາ ປີ 2023 ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະນາທິບໍດີ ອາເມລິກາ Joe Biden. ໃນນັ້ນ, ການພົບປະແລກປ່ຽນປະຊາຊົນແມ່ນໜຶ່ງໃນ 10 ເສົາຄໍ້າຂອງເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານ ຟານແອັງເຊີນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, VUFO ແລະບັນດາອົງການສະມາຊິກຄື ສະມາຄົມ ຫວຽດນາມ - ອາເມລິກາ ແລະຄະນະກຳມະການສັນຕິພາບຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ 2 ປະເທດ.

ສ່ວນທ່ານ Arturo Cambron ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະແມ່ນເພື່ອແນໃສ່ຊອກຮູ້ສະພາບການ, ຄົ້ນຄວ້າປະຫວັດສາດ, ວັດທະນະທຳ, ປະເທດຊາດ ແລະຊາວຫວຽດນາມ ແລະບົດຮຽນປະສົບການຕົວຈິງໃນການສ້າງລັດທິສັງຄົມຢູ່ຫວຽດນາມ. ຜ່ານການເຮັດວຽກ, ບັນດາຜູ້ແທນໃນຄະນະກໍ່ໄດ້ຍົກບາງຄຳຖາມກ່ຽວກັບບົດບາດຂອງ VUFO ໃນການໜູນຊ່ວຍບັນດາອົງການບໍ່ຂຶ້ນກັບລັດຖະບານ (NGO) ທີ່ພວມເຄື່ອນໄຫວຢູ່ຫວຽດນາມ; ແລກປ່ຽນກ່ຽວກັບສະຖານະການສາກົນ ແລະຂະບວນການກອມມູນິດ, ກໍາມະກອນ ແລະຂະບວນການສັນຕິພາບຂອງໂລກ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.