ອົງການ Dove Fund (ອາເມລິກາ) ຊ່ວຍເຫຼືອການດູແລດວງຕາໃຫ້ນັກຮຽນ 10.000 ກວ່າຄົນຢູ່ແຂວງເທືອທ່ຽນເຫວ້

16:09 | 14/08/2024

ຍສໝ -ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ໄດ້​ອອກ​ຂໍ້​ຕົກລົງ​ສະບັບ​ເລກທີ 2130/QD-UBND ລົງ​ວັນ​ທີ 8 ສິງຫາ 2024 ວ່າດ້ວຍການອະນຸມັດ​ການ​ຮັບ​ເງິນ​ຊ່ວຍ​ເຫຼືອ​ລ້າ ​ 485 ກວ່າລ້ານ​ດົ່ງ​ ຈາກອົງການ Dove Fund (ອາເມລິກາ) ​ເພື່ອ​​ຊ່ວຍເຫຼືອການດູແລດວງ​ຕາ​ໃຫ້ນັກຮຽນ 10.000 ກວ່າຄົນຢູ່ເທດສະບານເມືອງເຮືອງຈ່າ.

CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ
ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ບ້ວງການຊ່ວຍເຫຼືອໂດຍອົງການ Dove Fund (ອາເມລິກາ) ຊ່ວຍເຫຼືອ ຈະຊ່ວຍໃນການຍົກສູງຄວາມສາມາດໃຫ້ແກ່ພະນັກງານແພດຮາກຖານໃນຂົງເຂດການດູແລ ແລະ ກວດພົບພະຍາດກ່ຽວກັບຕາ ແລະ ຄວາມຜິດຜົກກະຕິຂອງການສະທ້ອນແສງໃຫ້ແກ່ນັກຮຽນຫຼາຍກວ່າ 10,000 ຄົນໃນໂຮງຮຽນປະຖົມ ແລະ ມັດທະຍົມ 24 ແຫ່ງໃນທົ່ວທອງຖິ່ນຂອງເທດສະບານເມືອງເຮືອງຈ່າ (ແຂວງເທືອທ່ຽນເຫ້ວ).

ກອງທຶນ Dove Fund (ອາເມລິກາ) ຊ່ວຍເຫຼືອການດູແລຕາໃຫ້ນັກຮຽນ 10.000 ກວ່າຄົນຢູ່ແຂວງເທືອທ່ຽນເຫວ້

ນັກຮຽນ 10.000 ກວ່າຄົນ ທີ່ມາຈາກໂຮງຮຽນປະຖົມ ແລະ ມັດທະຍົມ 24 ແຫ່ງຢູ່ເທດສະບານເຮືອງຈ່າ ໄດ້ຮັບການເບິ່ງແຍງ ແລະ ກວດພະຍາດຕາ ແລະ ຄວາມຜິດປົກກະຕິຂອງການສະທ້ອນແສງ - (ພາບ: Fanpage The Dove Fund).

ຄຽງຄູ່ກັນ​ນັ້ນ, ຍັງ​ໄດ້​ສະໜອງ​ແວ່ນ​ຕາ​ໃຫ້ນ້ອງ​ນັກຮຽນ 600 ນ້ອງ ​ທີ່​ມີ​ຄວາມຜິດປົກກະຕິຂອງການສະທ້ອນແສງຂອງສາຍຕາ ຢູ່ທ້ອງຖິ່ນ; ການແຈກຢາຍອຸປະກອນການແພດສໍາລັບການກວດຕາປະກອບມີ: ແວ່ນຂະຫຍາຍສຸບຫົວ, ກະດານທົດສອບສາຍຕາ ແບບ snellen, ແວ່ນປິດຕາເປັນຮູສໍາລັບການທົດສອບສາຍຕາ, ໄມ້ຊີ້ກະດານທົດສອບສາຍຕາ ແລະ ໄຟສາຍມາດຕະຖານການກວດຕາ Heine mini 3000.

ໂດຍຜ່ານ​ໂຄງການ​ນີ້​ແມ່ນແນໃສ່​ຍົກ​ລະດັບ​ຄວາມ​ສາມາດ​ຂອງ​ພະນັກງານ​ແພດ​ຮາກ​ຖານ​ໃນຂົງເຂດການດູແລສຸຂະພາບທາງດ້ານດວງຕາ ​ເພື່ອ​ໃຫ້​ຖັນແຖວການແພດ​ນີ້​ສາມາດ​ສະໜອງ​ການ​ບໍລິການ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ໄດ້​ດີກ​ວ່າ​ເກົ່າ, ​ໂດຍ​ສະ​ເພາະ​ແມ່ນ​ນັກຮຽນ​ມັດທະຍົມຕອນຕົ້ນ ​ແລະ ​​ຕອນ​ປາຍ ເທດສະບານ​ເມືອງ​ເຮືອງຈ່າ.

ອົງການ Dove Fund ເປັນອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ສ້າງຕັ້ງຂຶ້ນໃນສະຫະລັດອາເມລິກາ, ໄດ້ມີການຊ່ວຍເຫຼືອນັກຮຽນ ນັກສຶກສາ, ຜູ້ທຸກຍາກ, ຄົນພິການ. ຢູ່ຫວຽດນາມ, ອັງການ Dove ໄດ້ຊ່ວຍສ້າງໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ສູນຈຳໜ່າຍນ້ຳສະອາດ, ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ຫ້ອງສະໝຸດ, ໂຮງຮຽນສຳລັບຄົນຕາບອດ ແລະ ມອບທຶນການສຶກສາຫຼາຍທຶນໃຫ້ນັກຮຽນທຸກຍາກ,...

ນັບ​ແຕ່​ປີ 2000 ​ຮອດປະຈຸບັນ ອົງກາ Dove ​ໄດ້​ລະດົມ​ທຶນ​ກວ່າ 2,5 ລ້ານ USD, 100% ຈໍານວນ​ເງິນ​ບໍລິຈາກ ​ໄດ້​ໄປ​ຮອດບັນດາ​ໂຄງການ​ຂອງ​ມູນ​ນິທິ​ຢູ່ຫວຽດນາມ. ກອງທຶນຍັງໄດ້ກໍ່ສ້າງໂຮງຮຽນຫຼາຍກວ່າ 44 ແຫ່ງ, ຜັນຂະຫຍາຍໂຄງການປິ່ນປົວສຸກເສີນ ແລະ ສະໜອງໂຄງການການເງິນຈຸລະພາກໃຫ້ແກ່ແມ່ຍິງຜູ້ທຸກຍາກ, ໜູນຊ່ວຍຄ່າຮຽນໃຫ້ເດັກນ້ອຍ 500 ກວ່າຄົນ ແລະ ໄດ້ຊື້ຄອມພິວເຕີ, ຈັກຫຍິບອຸດສາຫະກໍາ ແລະ ອຸປະກອນໃຫ້ແກ່ໂຮງຮຽນທີ່ເຂົາເຈົ້າໄດ້ກໍ່ສ້າງ...

The DOVE Fund ອຸປະຖຳໂຄງການຫ້ອງນ້ຳ 27 ຫ້ອງໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ອ.ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.