ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ

14:55 | 28/03/2024

ຍສໝ - ວັນ​ທີ 25 ມີນາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ແລະ ທ່ານ​ລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Antony Blinken ​ໄດ້​ເປັນ​ປະທານ​​ການພົບປະສົນທະນາຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ​ຄັ້ງ​ທຳ​ອິດ.

ຫວຽດນາມ - ອາເມລິກາ: ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ຫວຽດນາມ - ອາເມລິກາ: ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ
ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ

ຕາມ​ຂໍ້​ມູນ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ, ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ຫວຽດນາມ ບຸຍ​ແທງ​ເຊີນ ​ແລະ ທ່ານ​ລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Antony Blinken ​ໄດ້​ທົບ​ທວນ​ຄືນ​ບັນດາກ້າວໜ້າ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ກວດກາ​ຄືນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ນັບ​ແຕ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານໄດ້ຮັບການສ້າງຕັ້ງແຕ່ເດືອນ ກັນຍາ 2023.

ການ​ພົວພັນ​ທາງ​ການ​ເມືອງການຕ່າງປະເທດນັບ​ມື້​ນັບໄດ້ຮັບການປັບປຸງ, ບັນດາການເຄື່ອນໄຫວພົບປະ ແລະ ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ​ພວມ​ດຳ​ເນີນ​ໄປ​ຢ່າງຟົດຟື້ນ​. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ​ ສືບ​ຕໍ່​ແມ່ນ​ກຳລັງຜັກດັນທີ່ສຳຄັນຂອງການ​ພົວ​ພັນ​ສອງຝ່າຍ. ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ການປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບ, ການ​ສຶກສາ - ບຳລຸງ​ສ້າງ, ສາທາລະນະ​ສຸກ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ... ມີບາດກ້າວ​ທີ່​ຕັ້ງໜ້າ, ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຍັງ​ຄົງ​ເປັນ​ຈຸດ​ພົ້ນເດັ່ນ, ຕົວຢ່າງແມ່ນ​ໂຄງການ​ລ້າງ​ທາດພິດ​ຢູ່​ສະໜາມ​ບິນ​ ບຽນ​ຮວ່າ. ຈຳນວນ​ນັກ​ສຶກສາ​ຕ່າງປະ​ເທດ​ຫວຽດນາມ ຢູ່ ​ອາ​ເມ​ລິ​ກາ ນັບມື້ນັບ​ເພີ່ມ​ຂຶ້ນ...

ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ

ທ່ານ​ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ແລະ ທ່ານ​ລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Antony Blinken

ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ຄື ການ​ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ພະລັງງານ, ວິທະຍາສາດ -​ ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ, ການ​ຖ່າຍທອດ​ເຕັກ​ໂນ​ໂລ​ຢີ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ຂະ​ແໜງອຸດສະຫະກຳເຄິ່ງຊັກນຳໄຟຟ້າ ໄດ້ຮັບຄວາມສົນ​ໃຈຈາກສອງຝ່າຍ.

ລັດຖະມົນຕີ 2 ທ່ານ​ກໍ່​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ ເພື່ອ​ເຮັດໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ​. ລັດຖະມົນຕີ​ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວກັບເສີມຂະຫຍາຍ​ກົນ​ໄກ​ສົນທະນາ​ຂັ້ນລັດຖະມົນຕີ​ການ​ຕ່າງປະ​ເທດ​ ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ການຜັນຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ. ປະຕິບັດ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ ມີ​ກົນ​ໄກ​ສົນທະນາ​ດ້ານ​ການ​ເມືອງ - ​ການປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບ, ການ​ສົນທະນາ​ດ້ານ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ, ການສົນທະນາ​ດ້ານ​ສິດທິ​ມະນຸດ; ເຫັນດີເປັນເອກະພາບ ຈະ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ຫັນການ​ພົວພັນສອງ​ປະ​ເທດ​ເປັນປົກກະຕິ ​ໃນ​ປີ 2025.

2 ຝ່າຍ​ກໍ່​ໄດ້​ປຶກສາ​ຫາລືກ່ຽວກັບບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ລັດຖະມົນຕີ ຫວຽດນາມ ບຸຍ​ແທງ​ເຊີນ ສະ​ເໜີ​ ອາ​ເມ​ລິ​ກາ ສືບ​ຕໍ່​ສວມບົດບາດທີ່​ຕັ້ງໜ້າ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່ ອາຊີ - ປາຊີ​ຟິກ ​ແລະ ມະ​ຫາ​ສະ​ຫມຸດ​ອິນ​ເດຍ ກໍ່​ຄື​ໃນ​ໂລກ.

ທ່ານ​ລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Antony Blinken ຢືນຢັນ​ວ່າ ອາ​ເມ​ລິ​ກາ ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ຢູ່​ພາກ​ພື້ນ ​ແລະ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ຄູ່ການພົວພັນຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ອາ​ຊຽນ - ອາ​ເມ​ລິ​ກາ, ພ້ອມກັນນັ້ນ ກໍ່ຢືນຢັນ​ວ່າ ອາ​ເມ​ລິ​ກາ ສະໜັບສະໜູນ​ການ​ຮ່ວມ​ມື​​ແມ່​ນ້ຳ​ຂອງ - ອາ​ເມ​ລິ​ກາ, ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ (PKO) ຂອງ​ສະຫະ​ປະຊາ​ຊາດ.

2 ຝ່າຍ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຫັນ​ດີ​ເປັນ​ເອກະພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ຄວາມເສລີພາບໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການແກ້ງແຍ້ງ​ໂດຍຜ່ານບັນດາມາດຕະການສັນຕິວິທີ, ສອດຄ່ອງກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ ມີ​ສົນທິສັນຍາສະຫະ​ປະຊາ​ຊາດກ່ຽວກັບກົດໝາຍທະເລ (UNCLOS) ​ປີ ​​1982, ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມຸ່ງ​ໄປ​ເຖິງ COC ຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.