ຫວຽດນາມ - ອາເມລິກາ ໃຫ້ບຸລິມະສິດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

22:51 | 10/09/2024

ຍສໝ - 2 ຝ່າຍໄດ້ເຫັນດີຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະຮັກສາບັນດາກົນໄກສົນທະນາ ແລະປຶກສາຫາລືທີ່ມີຢູ່ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມທັງກຳນົດບັນດາຂົງເຂດຮ່ວມມືໃຫ້ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ
ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ

ວັນທີ 9 ກັນຍາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄປຢ້ຽມຢາມອາເມລິກາ ຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ສຳນັກງານກະຊວງປ້ອງກັນປະເທດອາເມລິກາ ທີ່ນະຄອນຫຼວງວໍຊິງຕັນ ດີຊີ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະເຈລະຈາກັບທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ.

ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາວ່າ ບົນພື້ນຖານເຫັນດີເຫັນພ້ອມລະຫວ່າງລັດຖະມົນຕີ 2 ທ່ານໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການເມື່ອເດືອນ ກໍລະກົດ 2021, ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະບັນລຸໄດ້ໝາກຜົນແທດຈິງໃນບັນດາຂົງເຂດ: ແລກປ່ຽນຄະນະ, ສົນທະນາ - ປຶກສາຫາລື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA), ...

ຫວຽດນາມ - ອາເມລິກາ ໃຫ້ບຸລິມະສິດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: TTXVN

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະຮັກສາບັນດາກົນໄກສົນທະນາ ແລະປຶກສາຫາລືທີ່ມີຢູ່ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມທັງກຳນົດບັນດາຂົງເຂດຮ່ວມມືໃຫ້ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ. ລັດຖະມົນຕີ 2 ທ່ານ ເນັ້ນໜັກສືບຕໍ່ໃຫ້ບຸລິມະສິດແກ່ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ສອງຝ່າຍກໍ່ໄດ້ຊຸກຍູ້ ແລະເຮັດໃຫ້ການຮ່ວມມືໃນບັນດາຂົງເຂດ, ຄື: ຮັກສາສັນຕິພາບ ສປຊ, ບໍາລຸງກໍ່ສ້າງ, ການແພດທະຫານ, ການຊອກຫາ ແລະກູ້ໄພ, ການຊ່ວຍເຫຼືອມະນຸດສະທຳ/ກູ້ຊ່ວຍໄພພິບັດ, ການປຶກສາຫາລື ແລະໜູນຊ່ວຍເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+), ບົນພື້ນຖານເຄົາລົບບົດບາດໃຈກາງ ແລະຫຼັກການເຫັນດີເຫັນພ້ອມຂອງອາຊຽນ...

ສອງຝ່າຍເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດຈະສືບຕໍ່ພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມຂອງພາກພື້ນ ແລະໂລກ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງລະຫວ່າງ ຫວຽດນາມ-ອາເມລິກາ.

ສິ້ນສຸດການພົບເຈລະຈາ, ລັດຖະມົນຕີສອງທ່ານໄດ້ລົງນາມໃນບົດບັນທຶກອັບເດດຖະແຫຼງການວິໄສທັດຮ່ວມຫວຽດນາມ - ອາເມລິກາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ. ບົດບັນທຶກອັບເດດຖະແຫຼງການວິໄສທັດຮ່ວມ ຫວຽດນາມ - ອາເມລິກາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດແມ່ນຂີດໝາຍໃໝ່ໃນການພົວພັນດ້ານປ້ອງກັນຊາດສອງຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານພົນເອກ ຟານວັນຢາງ ແລະທ່ານລັດຖະມົນຕີ Lloyd Austin ກໍ່ໄດ້ມອບໃຫ້ກັນບັນດາວັດຖຸພັນໃນສົງຄາມ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ແລະທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ.

ຫວຽດນາມ - ອາເມລິກາ: “ປັບປຸງການພົວພັນດ້ານເສດຖະກິດສອງຝ່າຍ” ຫວຽດນາມ - ອາເມລິກາ: “ປັບປຸງການພົວພັນດ້ານເສດຖະກິດສອງຝ່າຍ”

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 8 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 5 ດ້ວຍ​ຫົວ​ຂໍ້ “ປັບ​ປຸງ​ການ​ພົວ​ພັນ​ເສດ​ຖະ​ກິດ 2 ຝ່າຍ”.

ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ

ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຮ່ວມມືເພື່ອຍົກສູງຄຸນນະພາບຊີວິດໃຫ້ແກ່ຄົນພິການຫວຽດນາມ ຢູ່ບັນດາແຂວງທີ່ຖືກສີດຫວ່ານທາດພິດສີສົ້ມ ແລະ ບັນດາເນື້ອໃນຮ່ວມມືດ້ານການປ້ອງກັນຊາດ ແມ່ນເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ ແລະ ການພັດທະນາຮ່ວມກັນໃນພາກພື້ນ ແລະ ໃນໂລກ…

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.