ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3

22:40 | 12/09/2024

ຍສໝ - ຂໍ້​ມູນ​ດັ່ງກ່າວ​ໄດ້​ລົງ​ພິມ​ໃນ​ວັນ​ທີ 11 ກັນຍາ​ ​ຢູ່​ເວັບ​ໄຊ​ຂອງ​ສະຖານທູດ ​ແລະ ສະຖານ​ກົງສຸນ​ໃຫຍ່​ ອາ​ເມ​ລິ​ກາ​ ປະຈຳ​ ຫວຽດນາມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3
ວັນ​ທີ 2 ກັນຍາ ​ແມ່ນ​ວັນ​ມໍລະດົກ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່ນະຄອນ ຊານຟານຊິດສໂກ

ຕາມ​ຂໍ້​ມູນ​ຈາກ​ສະຖານທູດ ​ແລະ ສະຖານ​ກົງສູນ​ໃຫຍ່​ ອາ​ເມ​ລິ​ກາ ແລ້ວ, ບ້ວງຊ່ວຍເຫຼືອມະນຸດສະທຳ​ສຸກ​ເສີນ 1 ລ້ານ​ USD ຈະໄດ້ສະໜອງ​ໃຫ້​ຜ່ານ​ອົງການ​ພັດທະນາ​ສາກົນ​ ອາ​ເມ​ລິ​ກາ (USAID).

ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3

ທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Marc Knapper. (ພາບ: VTC)

"ບ້ວງຊ່ວຍເຫຼືອນີ້ຈະຖືກແຈກຢາຍໃຫ້ບັນດາຄູ່ຮ່ວມມືຊ່ວຍເຫຼືອມະນຸດສະທຳ ເພື່ອສາມາດດຳເນີນການຊ່ວຍເຫຼືອດ້ານເງິນສົດໃຫ້ບັນດາເປົ້າໝາຍທີ່ຕ່າງກັນ, ສະໜອງທີ່ພັກອາໄສ, ນໍ້າສະອາດ, ສຸຂາພິບານ ກໍ່ຄືການໜູນຊ່ວຍອື່ນໆນອກຈາກສະບຽງອາຫານ ເພື່ອປະກອບສ່ວນເຂົ້າໃນບັນດາຄວາມ​ມານະພະຍາຍາມກູ້ຊີບຍາມໄພທຳມະຊາດ ໂດຍລັດຖະບານ ຫວຽດນາມ ຊິ້ນຳ ພວມໄດ້ຮັບການຜັນຂະຫຍາຍໃນທົ່ວໂລກຢ່າງຮີບດ່ວນ. ບ້ວງຊ່ວຍເຫຼືອ 1 ລ້ານ USD ນີ້ ​ແມ່ນອີງຕາມພື້ນຖານບັນດາການໜູນ​ຊ່ວຍອັນຍາວນານໃຫ້​ລັດຖະບານ​ ຫວຽດນາມ ​ແລະ ສະພາ​ກາ​ແດງ​ ຫວຽດນາມ ເພື່ອ​ຊ່ວຍ​ຍົກສູງຄວາມສາມາດຕ້ານກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ແລະ ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ໄພພິບັດ​ໃຫ້​ບັນດາ​ຊຸມ​ຊົນ​ໃນ​ທົ່ວ​ປະ​ເທດ", ຂໍ້ມູນແຈ້ງໃຫ້ຮູ້.

ພ້ອມ​ກັບ​ການ​ປະກາດ, ໜ້າ​ Facebook ທາງ​ການ​ຂອງ​ສະຖານທູດ ກໍ່​ໄດ້ຄັດສະເໜີຄຳ​ເວົ້າ​ຂອງ​ທ່ານ Marc Knapper, ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ວ່າ “ພວກ​ຂ້າພະ​ເຈົ້າ​ຂໍແບ່ງປັນຄວາມ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ​ເຖິງ​ບັນດາ​ຄອບຄົວ​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ​ແພງ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ພາຍຸ. ອາ​ເມ​ລິ​ກາ ​ແມ່ນຄູ່ຮ່ວມມືທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮັບ​ມື ແລະ ຟື້ນ​ຟູ​ພາຍຫຼັງ​ໄພ​ທຳ​ມະ​ຊາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ”.

ໜູນ​ຊ່ວຍ​ປະຊາຊົນ​ຢູ່ ດ້ຽນບຽນ, ເຊີນ​ລາ ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ຝົນຕົກນ້ຳຖ້ວມ.

ໜູນ​ຊ່ວຍ​ປະຊາຊົນ​ຢູ່ ດ້ຽນບຽນ, ເຊີນ​ລາ ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ຝົນຕົກນ້ຳຖ້ວມ.

ຍສໝ - ໂດຍຢ້ຽມຢາມ, ລະດົມບັນດາຄອບຄົວທີ່ມີຍາດພີ່ນ້ອງເສຍຊີວິດ, ຄອບຄົວທີ່ໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນພາຍຫຼັງຝົນຕົກນ້ຳຖ້ວມ; ໜູນ​ຊ່ວຍ​ດ້ານ​ການ​ເງິນ, ເຄື່ອງໃຊ້ທີ່ຈຳ​ເປັນ, ທີ່​ພັກ​ຊົ່ວຄາວ... ​ແມ່ນ​ການ​ກະທຳ​ທີ່​ແທດ​ຈິງ, ທັນ​ການ​ຂອງ​ລັດຖະບານ, ບັນດາ​ກະຊວງ, ຂະແໜງການ... ສຳລັບ​ປະຊາຊົນບັນດາ​ແຂວງ ດ້ຽນບຽນ, ເຊີນ​ລາ ທີ່ຖືກ​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກຝົນຕົກນ້ຳຖ້ວມ.

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງ ກວາງຫງ້າຍ ໄດ້ອອກຂໍ້ຕົກລົງເລກທີ 926 ອະນຸມັດການຮັບເງິນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD ຈາກໂຄງການ: ຊ່ວຍເຫຼືອການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ຕ້ານການຈົມນໍ້າຢ່າງມີປະສິດທິຜົນ ແລະ ຍືນຍົງ ໃຫ້ເດັກນ້ອຍ 1.800 ຄົນຢູ່ 02 ເມືອງຂອງເມືອງ ເງ້ຍແຮງ ...

ມີງດຶກ

ເຫດການ
302 Found

Found

The document has moved here.