ວາລະສານ ອາເມລິກາ: ນ້ຳຕົກ ບ້ານຢົກ ແມ່ນໜຶ່ງໃນ 21 ນ້ຳຕົກທີ່ສວຍງາມທີ່ສຸດໃນໂລກ

08:03 | 25/05/2024

ຍສໝ - ນ້ຳ​ຕົກ​ຕາດ​ ບ້ານຢົກ, ກາວ​ບັ່ງ ​ແມ່ນ​ກຸ່ມ​ນ້ຳ​ຕົກ​ຕາດ​ນ້ອຍ​ທີ່​ຕັ້ງ​ຢູ່​ລຽບ​ຕາມ​ຊາຍ​ແດນ​ ຫວຽດ​ນາມ - ຈີນ. ນ້ຳຕົກຕາດດັ່ງກ່າວໄດ້ຮັບການຄັດເລືອກຈາກວາລະສານທ່ອງທ່ຽວຂອງ ອາເມລິກາ Travel+Leisure ໃຫ້ເປັນໜຶ່ງໃນ 21 ນ້ຳຕົກຕາດທີ່ງາມທີ່ສຸດໃນໂລກ.

ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ. ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.
ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດໃຫຍ່ອັນດັບໜຶ່ງຂອງອາຊຽນ ໃນການດຶງດູດ FDI ໃນດ້ານເຕັກໂນໂລຢີ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດໃຫຍ່ອັນດັບໜຶ່ງຂອງອາຊຽນ ໃນການດຶງດູດ FDI ໃນດ້ານເຕັກໂນໂລຢີ

ວາລະສານ Travel+Leisure ພັນລະນາວ່າ: “ຄືເປັນສາກການສະແດງທີ່ໜ້າປະທັບໃຈຂອງກຳລັງແຮງນ້ຳ ແລະ ຄວາມສະຫງ່າງາມ, ນ້ຳຕົກຕາດໄຫຼຜ່ານອ່າງເກັບນ້ຳຢ່າງບໍ່ຢຸດ, ໄຫຼລົງຊັ້ນ ແລະ ໄຫຼຜ່ານໜ້າຜາຫີນເປັນຮູບເລັບມ້າ”.

ນ້ຳຕົກ ບ້ານຢົກ ​ຖືກຂະໜານນານ​ວ່າ​ເປັນໜຶ່ງໃນບັນດາ​ນ້ຳ​ຕົກ​ຕາດ​ທີ່​ສວຍ​ງາມ​ທີ່​ສຸດ​ຢູ່​ ຫວຽດ​ນາມ. ນີ້​ເປັນຫນຶ່ງ​ໃນ​ບັນດານ້ຳຕົກທໍາ​ມະ​ຊາດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​.

ວາລະສານ ອາເມລິກາ: ນ້ຳຕົກ ບ້ານຢົກ ແມ່ນໜຶ່ງໃນ 21 ນ້ຳຕົກທີ່ສວຍງາມທີ່ສຸດໃນໂລກ

ນ້ຳ​ຕົກ​ຕາດ ​ ບ້ານຢົກ ຕັ້ງ​ຢູ່​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ​ແຂວງ ກາວບັ່ງ. (ພາບ: ເຢື່ອງລວານ)

ຕາມ Travel+Leisure ໃຫ້ຮູ້ວ່າ: “ອ້ອມຮອບນ້ຳຕົກຕາດ ບ້ານຢົກ ເປັນທິວທັດທຳມະຊາດທີ່ສວຍງາມ, ມີບັນຍາກາດສົດຊື່ນເຢັນສະບາຍຂອງຫຍ້າຂຽວສົດ ແລະ ປ່າດົງດິບທີ່ຫຼາກຫຼາຍ. ເປັນເຂດທີ່ນັກທ່ອງທ່ຽວມັກຍ່າງເລາະຊົມປ່າ, ເຊື່ອມຕົວເຂົ້າກັບພູຜາປ່າດົງອັນກວ້າງໃຫຍ່ໄພສານ ແລະ ສະຫງ່າງາມ”.

ມາ​ທີ່ນີ້, ນັກ​ທ່ອງ​ທ່ຽວ​ສາ​ມາດ​ສຳ​ຜັດ​ກັບ​ຊີ​ວິດ ແລະ ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ​ເຂດ​ນ້ຳຕົກ​ ບ້ານຢົກ ​ຍັງ​ມີ​ບໍລິການ ​ແລະ ກິດຈະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຄື: ຂີ່​ເຮືອ​ຊົມ​ນ້ຳຕົກ, ທ່ອງ​ທ່ຽວ​ຖ້ຳ ​ເງືອມງ່າວ, ຖ້ຳ​ ປາກ​ບໍ, ວັດ​ເຝີດຕິກຈຸກເລີມ ບ້ານ​ຢົກ...

ວາລະສານ ອາເມລິກາ ໃຫ້ຮູ້ວ່າ: ນ້ຳຕົກຕາດແຫ່ງນີ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວເມື່ອເຂົາເຈົ້າໄດ້ເຫັນກຳລັງແຮງຂອງນ້ຳທີ່ໄຫຼຜ່ານຕາມຂອບຫີນ, ໄຫຼລົງຊື່ລົງຈາກຄວາມສູງເປັນຮ້ອຍແມັດ.

ນອກຈາກນ້ຳຕົກ ບ້ານຢົກ ແລ້ວ, ບັນຊີລາຍຊື່ 21 ນ້ຳຕົກທີ່ສວຍງາມທີ່ສຸດໃນໂລກຍັງລວມມີສະຖານທີ່ທີ່ມີຊື່ສຽງຄື: ນ້ຳຕົກ Victoria ຂອງ Zambia ແລະ Zimbabwe; ນ້ຳຕົກ Havasu ຂອງ Arizona ຢູ່ ອາເມລິກາ; ນໍ້າຕົກ Angel ຂອງ Venezuela; ນ້ຳຕົກ Dudhsagar ຂອງ ອິນເດຍ; ນ້ຳຕົກ Yosemite ໃນ ຄາລິຟໍເນຍ, ອາເມລິກາ; Seljalandsfoss ຂອງ ໄອສແລນ; ນ້ຳຕົກ Akaka ຂອງ ຮາວາຍ ຢູ່ ອາເມລິກາ; ນ້ຳຕົກ Iguazu ຂອງ Argentina ແລະ Brazil; ນ້ຳຕົກ Plitvice ຂອງ Croatia...

ມິງດຶກ

ເຫດການ
302 Found

Found

The document has moved here.