ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນດ່າໜັງ ຕ້ອນຮັບຄະນະນັກຮົບເກົ່າ ອາເມລິກາ

23:07 | 15/09/2024

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນ ດ່າໜັງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະນັກຮົບເກົ່າ ແລະ ຍາດຕິພີ່ນ້ອງ ທະຫານເຮືອສູ້ຮົບເທິງບົກ ອາເມລິກາ.

ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ
ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ທີ່​ການເຮັດວຽກ, ການ​ນຳ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ ນະຄອນ ດ່າ​ໜັງ ​ໄດ້ແຈ້ງຂ່າວ​ສະພາບ​ການ​ເສດຖະກິດ, ສັງຄົມ​ຂອງ​ນະຄອນ. ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ລະຫວ່າງ ​ປະຊາຊົນ​ນະຄອນ ດ່າ​ໜັງ ​ເວົ້າ​ສະ​ເພາະ, ປະຊາຊົນ ຫວຽດນາມ ​ເວົ້າລວມ ຕໍ່ກັບປະຊາຊົນ ອາ​ເມ​ລິ​ກາ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

Liên hiệp các tổ chức hữu nghị thành phố Đà Nẵng tiếp Đoàn Cựu chiến binh Mỹ. (Ảnh: danangtv.vn)  ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ ນະຄອນ ​ດ່າ​ໜັງ ​ໄດ້​ຕ້ອນຮັບ​ຄະນະ​ນັກຮົບ​ເກົ່າ ອາ​ເມ​ລິ​ກາ. (ພາບ: danangtv.vn)

ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ ນະຄອນ ​ດ່າ​ໜັງ ​ໄດ້​ຕ້ອນຮັບ​ຄະນະ​ນັກຮົບ​ເກົ່າ ອາ​ເມ​ລິ​ກາ. (ພາບ: danangtv.vn)

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ ນະຄອນ, ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ນະຄອນ ດ່າໜັງ ຕີ​ລາຄາ​ສູງ​​ການ​ເຄື່ອນ​ໄຫວ​ຂອງ ຄະນະ​ນັກຮົບ​ເກົ່າ ອາ​ເມ​ລິ​ກາ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​​ການປິ່ນປົວຮໍາບາດແຜສົງຄາມ, ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ ​ແລະ ຕໍ່ສູ້​ເພື່ອ​ທວງຄວາມ​ຍຸຕິ​ທຳ​ໃຫ້​ແກ່ບັນດາຜູ້ປະສົບເຄາະຮ້າຍ​ຈາກ​ທາດ​ພິດສີ​ສົ້ມ.

ຝ່າຍນະຄອນ ດ່າໜັງ ຫວັງວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະປະສານສົມທົບພ້ອມກັນຜັນຂະຫຍາຍການເຄື່ອນໄຫວມະນຸດສະທຳ ແລະ ການກຸສົນ ກໍ່ຄືບັນດາການເຄື່ອນໄຫວສາມັກຄີ, ມິດຕະພາບລະຫວ່າງບັນດາອົງການຈັດຕັ້ງປະຊາຊົນ ອາເມລິກາ ມາຍັງນະຄອນ ດ່າໜັງ.

​ພ້ອມ​ກັນນີ້, ສະມາຄົມ​ນັກຮົບ​ເກົ່າ​ ນະຄອນ ດ່າ​ໜັງ ​ກໍ່ໄດ້​ຈັດ​ຕັ້ງ​ການ​ແລກປ່ຽນ ​ແລະ ພົບ​ປະ​ລະຫວ່າງ​ຄະນະນັກຮົບ​ເກົ່າ ​ກັບ​ບັນດາ​ຍາດຕິ​ພີ່ນ້ອງ ທະຫານເຮືອສູ້ຮົບເທິງບົກ ອາ​ເມ​ລິ​ກາ ແລະ ອະດີດທະຫານບົກ, ຍາດພີ່ນ້ອງຄອບຄົວ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດພິດ​ສີ​ສົ້ມ​ຢູ່​ເຂດ​ນະຄອນ.

ທີ່​ການ​ພົບ​ປະ, ການ​ນຳ​ສະມາຄົມ​ນັກຮົບ​ເກົ່າ ​ນະຄອນ ດ່າ​ໜັງ ​ໄດ້​ປະກາດ​ໝາກຜົນຈຳນວນໜຶ່ງໃນ​ການ​ຊຳລະລ້າງທາດເບື່ອ ​ຢູ່​ສະໜາມ​ບິນ​ສາກົນ​ ດ່າໜັງ, ​ເບິ່ງ​ແຍງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດພິດ​​ສີ​ສົ້ມ, ​ຈັດການກັບລູກລະເບີດ​ຝັງ​ດິນ, ວັດຖຸລະເບີດ​ຫຼັງ​ສົງ​ຄາມ, ຄົ້ນຫາ​ອັດຖິຂອງ​ຜູ້​ເສຍ​ສະຫຼະ​ຊີ​ວິດເພື່ອຊາດ​ຢູ່ນະ​ຄອນ ​ດ່າ​ໜັງ ​ໃນ​ຫຼາຍ​ປີທີ່ຜ່ານມາ. ສະມາຄົມ​ນັກຮົບ​ເກົ່າ ​ນະຄອນ​ດ່າ​ໜັງ ກໍ່​ໄດ້ຕີ​ລາຄາ​ສູງ​ການ​ພົວພັນ​ແລກປ່ຽນ​ ລະຫວ່າງ ​ປະຊາຊົນ​ 2 ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ເບິ່ງແຍງ​ສຸຂະພາບ; ໜູນ​ຊ່ວຍ​ຊີວິດ​ການ​ເປັນ​ຢູ່ ​ແລະ ຜ່ານຜ່າຜົນຮ້າຍ​ຈາກ​ສົງຄາມ.

ຕາງໜ້າ​ຄະນະນັກຮົບ​ເກົ່າ ​ອາ​ເມ​ລິ​ກາ ​ໄດ້​ຂອບ​ໃຈການຕ້ອນຮັບຂອງສະມາຄົມ​ນັກຮົບ​ເກົ່າ​ນະຄອນ ​ດ່າ​ໜັງ. ຜ່ານ​ການ​ພົບ​ປະເຮັດວຽກ, ຄະນະ​​ໄດ້​ຮັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການບຸກບືນ​ປະກອບສ່ວນ, ການບືນຕົວຂຶ້ນຂອງ​ນັກຮົບ​ເກົ່າ, ຍາດພີ່ນ້ອງຄອບຄົວ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້ປະສົບເຄາະຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

ຕ້ອນຮັບຄະນະນັກຮົບ​ເກົ່າ ແລະ ຍາດຕິພີ່ນ້ອງທະຫານເຮືອສູ້ຮົບເທິງບົກ ອາເມລິກາ ໃນວັນທີ 3 ກັນຍາ ທ່ານ ຫງວຽນງັອກຮຸ່ງ ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບສະພາບການພັດທະນາ ເສດຖະກິດ - ສັງຄົມ, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ອາເມລິກາ ທາງຊ່ອງປະຊາຊົນ.

ຢູ່ທີ່ນີ້, ບັນດາຜູ້ແທນໃນຄະນະນັກຮົບເກົ່າ ຍາດຕິພີ່ນ້ອງທະຫານເຮືອສູ້ຮົບເທິງບົກ ອາເມລິກາ ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ຮໍາບາດແຜຈາກສົງຄາມ ແລະ ໄກ່ເກ່ຍໂດຍຜ່ານບັນດາກິດຈະກໍາຄື: ພົບປະ, ແລກປ່ຽນກັບນັກຮົບເກົ່າ ແລະ ຍາດຕິພີ່ນ້ອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ນະຄອນ ດ່າໜັງ, ຢ້ຽມຢາມສູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ຂຶ້ນກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ ນະຄອນ ດ່າໜັງ, ຢ້ຽມຢາມສະໜາມຮົບເກົ່າຢູ່ແຂວງ ກວ໋າງນາມ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.