ທ່ານ ເຈີ່ນຮິວຟຸກ ຮັກສາຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນດ່າໜັງ

17:08 | 11/08/2024

ຍສໝ - ໃນວັນທີ 6 ສິງຫາ ຢູ່ນະຄອນ ດ່າໜັງ, ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນດ່າໜັງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI, ອາຍຸການ 2024 – 2029.

ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ
ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ

ກອງ​ປະຊຸມໃຫຍ່​ໄດ້​ກຳນົດ​ວ່າ ໃນອາຍຸການ 2024 - 2029 ຈະ​ສືບ​ຕໍ່ເຄື່ອນໄຫວໂດຍມີເປົ້າໝາຍໃນການ​ກໍ່ສ້າງ, ປັບປຸງ ແລະ​ເພີ່ມ​ທະວີ​ການນໍ້າໃຈ​ມິດຕະພາບ, ການພົວພັນ​ຮ່ວມ​ມື ​ແລະຄວາມ​ເຂົ້າ​​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ນະຄອນດ່າ​ໜັງ ຕໍ່ກັບປະຊາຊົນ​ອາເມລິກາ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ກອງ​ປະຊຸມໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາຄົມ ສະໄໝທີ VI ​ໄລຍະ 2024 – 2029, ລວມມີ 17 ທ່ານ. ທ່ານຮອງສາດສະດາຈານ, ປອ ເຈີ່ນຮຸຍຟຸກ ອຳນວຍການມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດ່າໜັງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະມາຄົມ.

ທ່ານ ເຈີ່ນຮິວຟຸກ ຮັກສາການປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນ ດ່າໜັງ

ຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ - ອາເມລິກາ ນະຄອນດ່າໜັງ ສະໄໝທີ VI, ໄລຍະ 2024-2029 ໄດ້ຈັດຂຶ້ນແລ້ວ. (ພາບ: DAFO)

ທ່ານ ຫງວຽນ​ຫງັອກ​ບິ່ງ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ນະຄອນດ່າ​ໜັງ ສະເໜີ​ວ່າ: ​ໃນອະນາຄົດອັນໃກ້ນີ້ ສະມາຄົມ​ຕ້ອງ​ສືບ​ຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີ​ການ​ຈັດ​ຕັ້ງເຄື່ອນໄຫວ; ອີງໃສ່ການວາງແຜນ​ນະ​ໂຍບາຍ, ທິດ​ທາງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ການຄົ້ນຄວ້າ ​ແລະ ຈັດ​ຕັ້ງ​ເຄື່ອນ​ໄຫວການ​ຕ່າງປະ​ເທດ​​ປະຊາຊົນ​ກັບ ອາ​ເມ​ລິ​ກາ.

ເຕົ້າ​ໂຮມ ​ແລະ ຍາດ​ແຍ່ງ​ເອົາ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ຜູ້ທີ່ເຄີຍທີ່​ໄດ້​ດຳລົງ​ຊີວິດ, ສຶກສາຮ່ຳຮຽນ, ຄົ້ນຄວ້າ, ມີຄວາມເຂົ້າໃຈກ່ຽວກັບອາ​ເມ​ລິ​ກາ ​ເພື່ອເປີດກ້ວາງ, ​ເຊື່ອມ​ໂຍງ​ຄູ່​ຮ່ວມ​ມື ​ແລະ ​ເປັນ​ຂົວເຊື່ອມ​ຕໍ່​ກ່ຽວກັບການເຄື່ອນໄຫວແລກປ່ຽນ​ມິດຕະພາບ ​ລະຫວ່າງ​ປະຊາຊົນ​ນະຄອນດ່າ​ໜັງ ກັບ​ປະຊາຊົນ ອາ​ເມ​ລິ​ກາ. ດ້ວຍເຫດນີ້ຈິ່ງປະກອບສ່ວນປັບປຸງ, ພັດທະນາ ​ແລະ ເຮັດໃຫ້ການ​ພົວພັນ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ອາ​ເມ​ລິ​ກາ ​ເຊິ່ງນະຄອນດ່າໜັງ ໄດ້ ແລະ ກໍາລັງຮັກສາສາຍ​ພົວພັນໄວ້ ມີຄວາມເລິກເຊິ່ງກວ່າເກົ່າ; ​ເປັນ​ຂົວ​ເຊື່ອມຕໍ່​ໃຫ້​ແກ່ບັນດາການເຄື່ອນໄຫວ​ຮ່ວມ​ມື, ການ​ລົງທຶນ​ຂອງ ອາ​ເມ​ລິ​ກາ ຢູ່ດ່າໜັງ, ໂດຍສະເພາະແມ່ນ​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ການ​ຄ້າ ​ແລະ ການ​ສຶກສາ.

ຕາມ​ບົດ​ລາຍ​ງານ​ທີ່​ໄດ້​ນຳ​ສະ​ເໜີ​ຢູ່​ກອງ​ປະຊຸມ​ໃຫຍ່​ແລ້ວ, ​ໃນອາຍຸການ 2019 - 2024 ສະມາຄົມ​ມິດຕະພາບ​ ຫວຽດນາມ - ອາ​ເມ​ລິ​ກາ ນະຄອນດ່າໜັງ ໄດ້ຕັ້ງໜ້າປະສານສົມທົບ​​ກັບ​ບັນດາ​ອົງການທີ່ກ່ຽວຂ້ອງ ແລະ ບັນດາຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຄື: ລະດົມຂົນຂວາຍສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ​ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ California, Fullerton (ອາ​ເມ​ລິ​ກາ) ບໍລິຈາກປຶ້ມກະຕູນ​ພາ​ສາ​ອັງ​ກິດ 150 ຫົວ ແລະ ຈັດ​ຕັ້ງ​ບັນ​ດາໂຄງການມອບປຶ້ມຕໍາລາ ແລະ ສ້າງແຮງບັນດານໃຈໃນການຮຽນພາສາອັງກິດ​ໃຫ້ແກ່​ເດັກ​ນ້ອຍ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ ຟູ​ດົງ, ນະ​ຄອນດ່າ​ໜັງ; ລະດົມຂົນຂວາຍ​ອົງການ​ນັກຮົບ​ເກົ່າອາເມລິກາ ​ເພື່ອ​ສັນຕິພາບ(VFP - ອາ​ເມ​ລິ​ກາ) ສະໜັບສະໜູນງົບປະມານການ​ສ້ອມ​ແປງ​ເຮືອນ​ຂອງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດພິດ​ສີ​ສົ້ມທີ່ພົບ​ຄວາມ​ຫຍຸ້ງຍາກ​ຢູ່ຕາແສງ ​ຮົ່ວ​ມິນ, ​ເມືອງ ລຽນ​ຈ້ຽວ ດ້ວຍມູນຄ່າ​ເງິນ​ສະໜັບສະໜູນ 96,6 ລ້ານ​ດົ່ງ; ປະສານສົມທົບກັບມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລ ດ່າໜັງ ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງພົວພັນການທູດ ຫວຽດນາມ ແລະ ອາເມລິກາ.

ສະມາຄົມ​ກໍ່ຍັງ​ໄດ້​ລະດົມ​ຫ້ອງການ​ພາສາ​ອັງກິດ​ເຂດ (Region English Language Office - RELO) ​ແລະ ສະຖານ​ກົງສຸນ​ໃຫຍ່​ອາ​ເມ​ລິ​ກາ ປະຈຳ​ນະຄອນ​ໂຮ່ຈີ​ມິນ ອຸປະຖໍາ​ຊຸດຮຽນພາສາ​ອັງກິດເພື່ອການ​ສື່ສານ​ ລະດັບຂັ້ນຕົ້ນ ຕາມຮູບແບບອອນ​ໄລ​ໃຫ້​ແກ່ບັນດາ​ພະນັກງານ, ລັດຖະກອນ, ຊາວຜູ້ອອກແຮງງານ, ສະມາຊິກສະມາຄົມ​ຢູ່​ນະຄອນດ່າ​ໜັງ, ປະກອບສ່ວນຊ່ວຍເຫຼືອນັກຮຽນຍົກສູງຄວາມສາມາດໃນການນໍາໃຊ້ພາສາຕ່າງປະເທດ, ຮັບໃຊ້​ໃຫ້ແກ່​ການ​ເຮັດ​ວຽກເປັນຢ່າງດີທີ່ສຸດ​, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ໃນທ່າອ່ຽງການເຊື່ອມໂຍງສາກົນຂອງບັນດາອົງການ, ໜ່ວຍງານ ແລະ ອົງການຈັດຕັ້ງໃນບໍລິເວນນະຄອນ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.