ສະເໜີໃຫ້ອາເມລິກາ ຮັບຮູ້ສະພາບເສດຖະກິດການຕະຫຼາດຂອງຫວຽດນາມໂດຍໄວ

10:55 | 28/03/2024

ຍສໝ - ສະມາຊິກ​ສະພາ​ສູງ Kristen Gillibrand ຢືນຢັນ​ວ່າ: ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ຈາກ​ບັນດາ​ຂົງ​ເຂດ​ສຳຄັນ​ໄປ​ສູ່​ທິດ​ໃໝ່.

ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ
ມີໂອກາດຫຼາຍຢ່າງເພື່ອນຳຄົນງານຫວຽດນາມ ໄປເຮັດວຽກຢູ່ ອາເມລິກາ ມີໂອກາດຫຼາຍຢ່າງເພື່ອນຳຄົນງານຫວຽດນາມ ໄປເຮັດວຽກຢູ່ ອາເມລິກາ

ຕອນ​ບ່າຍ​ວັນ​ທີ 27 ມີນາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ເລວ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໂດຍ​ທ່ານ​ນາງ Kristen Gillibrand, ປະທານ​ອະນຸ​ກຳມະການ​ໄພ​ຂົ່ມ​ຂູ່​ທີ່​ເກີດ​ໃໝ່​ຂອງ​ຄະນະ​ກຳມະການ​ບໍລິການ​ປະກອບ​ອາວຸດ​ຂອງ​ສະພາ​ສູງ ອາ​ເມ​ລິ​ກາ.

ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ເລວ​ກວາງ ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ຊ່ວຍ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດທະນາ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ​ເລິກ​ເຊິ່ງ ​ແລະ ແທດ​ເໝາະ​ກັບ​ລະດັບ​ສູງ​ຂອງ​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃໝ່​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ຢ່າງ​ວ່ອງ​ໄວ, ຮັດ​ແຄບ​ຊ່ອງ​ຫວ່າງ​ກັບ​ບັນດາ​ປະ​ເທດ.

ສະເໜີໃຫ້ອາເມລິກາ ຮັບຮູ້ສະພາບເສດຖະກິດການຕະຫຼາດຂອງຫວຽດນາມໂດຍໄວ

ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ເລວ​ກວາງ ແລະ ສະມາຊິກ​ສະພາ​ສູງ Kristen Gillibrand

ນອກຈາກ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ເລວ​ກວາງ ຮຽກຮ້ອງ​ບັນດາ​ສະມາຊິກ​ລັດຖະສະພາ ອາ​ເມ​ລິ​ກາ ມີ​ສຽງ​ເວົ້າ​ຢ່າງ​ແຮງ ​ເພື່ອ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ຮັບ​ຮູ້​ສະພາບ​ເສດຖະກິດ​ຕະຫຼາດ​ຂອງ ຫວຽດນາມ ​ໂດຍ​ໄວ ​ແລະ ປົດ​ຫວຽດນາມ ອອກ​ຈາກ​ບັນຊີ​ບັນດາ​ກົນ​ໄກ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຢີສູງ.

2 ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ທາງ​ທະ​ເລ ​ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຝ່າຍ ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ສະມາຊິກ​ສະພາ​ສູງ Kristen Gillibrand ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ເມື່ອ​ມາ​ຢ້ຽມຢາມ​ຫວຽດນາມ, ຮູ້ສຶກ​ເຖິງ​ຄວາມ​ປອດ​ໄພ ​ແລະ ການ​ພັດທະນາ​ທີ່​ດີ​ເດັ່ນ​ຂອງ​ຫວຽດນາມ; ຂອບ​ໃຈ​ຫວຽດ​ນາມ ທີ່​ໄດ້​ໜູນ​ຊ່ວຍ​ອຸ​ປະ​ກອນ​ການ​ແພດ​ໃຫ້​ບັນ​ດາ​ກຳ​ລັງ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ໂລກ​ລະ​ບາດ Covid-19.

ສະມາຊິກ​ສະພາ​ສູງ​ໄດ້​ຕີ​ລາຄາ​ສູງ​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ - ອາ​ເມ​ລິ​ກາ ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ໂອກາດ​ທີ່​ທ່ານ​ປະທານາທິບໍດີ Joe Biden ຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ 9/2023, ​ແລະ ຖື​ວ່າ ການ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ດີ​ຢູ່ ອາ​ເມ​ລິ​ກາ, ສ້າງ​ພື້ນຖານ​ອັນ​ດີງາມ. ​ເພື່ອ​ອະນາຄົດ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ສະມາຊິກ​ສະພາ​ສູງ Kristen Gillibrand ຢືນຢັນ​ວ່າ: ອາ​ເມ​ລິ​ກາ​ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ຈາກ​ບັນດາ​ຂົງ​ເຂດ​ສຳຄັນ​ຄື: ​ເສດຖະກິດ, ​ເຕັກ​ໂນ​ໂລ​ຢີ, ພະລັງງານ, ກະສິກຳ... ​ເຖິງ​ບັນດາ​ຂົງ​ເຂດ​ໃໝ່​ຄື​ປັນຍາ​ປະດິດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.