ຍສໝ - ການເຈລະຈານະໂຍບາຍປ້ອງກັນຊາດແມ່ນພື້ນຖານສຳຄັນເພື່ອປະຕິບັດການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ເຂົ້າສູ່ລວງເລິກ.
ຍສໝ - ຕອນບ່າຍວັນທີ 14 ກໍລະກົດນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໋ຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງລະດັບສູງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ (HLPF) ຢູ່ນະຄອນ ນິວຢອກ, ອາເມລິກາ.
ຍສໝ - ຫວຽດນາມ ແລະ ອົດສະຕາລີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ກຸມພາ 1973, ພາຍຫຼັງ ທີ່ສົນທິສັນຍາ Paris ວ່າດ້ວຍການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ ໄດ້ຮັບການລົງນາມ 2 – 3 ວັນ. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນລະຫວ່າງສອງປະເທດມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການເມືອງ, ເສດຖະກິດ - ການຄ້າ.
ຍສໝ - ຂ້າພະເຈົ້າຊື່ ສົມຫວັງ ນິນທະວົງ, ເບີໂທລະສັບ: 008562099901208. ໃນເມື່ອກ່ອນ, ຂ້າພະເຈົ້າແມ່ນທີ່ປືກສາຝ່າຍເສດຖະກິດ ແລະ ການຄ້າ, ສະຖານທູດ ສປປ.ລາວ ປະຈຳ ສສ.ຫວຽດນາມ ອາຍຸການ 2016 – 2010, ອະດີດຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າລາວ.
ຍສໝ - ຕາມບົດລາຍງານລາຍງານວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ປີ 2023 ຂອງ VUFO ໂດຍທ່ານຮອງປະທານ ເລຂາທິການ VUFO ຟານແອັງເຊີນ ສະເໜີຢູ່ກອງປະຊຸມ, ປີ 2022 VUFO ໄດ້ປະຕິບັດໜ້າທີ່ໃນບັນດາຂົງເຂດ ແລະ ເປົ້າໝາຍວຽກງານ.
ຍສໝ- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA-44) ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຕອນບ່າຍວັນທີ 6 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານສະພາຕ່ຳ ຟີລິບປິນ Ferdinand Martin Romualdez.
ຍສໝ - ເພື່ອຍູ້ແຮງການຮ່ວມມື, ເກິ່ນເທີ ແລະ ນະຄອນໂຮ່ຈີມິນ ຕ້ອງເຊື່ອມຕໍ່ກັນ, ພັດທະນາສວນກ້າເບ້ຍນຳໃຊ້ເຕັກໂນໂລຢີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ
ຍສໝ - ວັນທີ 28 ກຸມພາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2022 ແລະ ວາງອອກການກຳນົດທິດການເຄື່ອນໄຫວ ປີ 2023.
ຍສໝ - ທ່ານ ປ.ອ Vannarith Chheang ໃຫ້ຮູ້ວ່າ ສິງກະໂປແມ່ນປະເທດເກາະນ້ອຍ, ໃນຂະນະນັ້ນ ຫວຽດນາມ ແມ່ນປະເທດ ລະດັບກາງ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ບໍ່ໄດ້ຖະແຫຼງວ່າແມ່ນ ປະເທດລະດັບກາງ, ແຕ່ດ້ວຍທີ່ຕັ້ງຍຸດທະສາດ, ພູມີສາດເສດຖະກິດຂອງຕົນ, ອາດຈັດເອົາ ຫວຽດນາມ ເຂົ້າເປັນປະເທດ ລະດັບກາງ ໂດຍໄດ້ຮັບຄວາມສົນໃຈຈາກຫຼາຍປະເທດມະຫາອຳນາດ.
ຍສໝ - ລັດຖະບານ ເຢຍລະມັນ ໃຫ້ຮູ້ວ່າ ການຮ່ວມມືກັບ ຫວຽດນາມ ແມ່ນຈຳເປັນເພື່ອສະໜອງສິນຄ້າສາທາລະະນະທີ່ມີລັກສະນະທົ່ວໂລກ ແລະ ແກ້ໄຂບັນດາບັນຫາທົ່ວໂລກໃນອະນາຄົດ, ຍົກຕົວຢ່າງຄືການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ຕາມທ່ານ ສາດສະດາຈານ ຫງວຽນມ້າຍ - ປະທານສະມາຄົມວິສາຫະກິດລົງທຶນຈາກຕ່າງປະເທດ ແລ້ວ, ສັນຍານທີ່ເປັນໜ້າປະເອີບໃຈໃນການດຶງດູດເງິນລົງທຶນຈາກຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ແກ່ຍາວແຕ່ປີ 2022 ໄປຍັງປີ 2023.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ເວົ້າວ່າ: ພວກຂ້າພະເຈົ້າໄດ້ເລືອກເອົາຫົວຂໍ້ນີ້ ໂດຍອີງໃສ່ບັນດາບຸລິມະສິດຂອງພັກ ແລະ ລັດ ຫວຽດນາມ ກຳນົດໃນປີ 2023 ແມ່ນປີບານພັບໃນການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ 5 ປີ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ
ຍສໝ - ທີ່ການຕ້ອນຮັບ, ທ່ານ Laurent Francois Yves - Marie Michael Jacques Sermet ໃຫ້ຮູ້ວ່າ: ຈຳນວນຜູ້ເວົ້າພາສາຝລັ່ງຢູ່ ຫວຽດນາມ ແລະ ອາຊີບ ບໍ່ຫຼາຍ ແລະ ພວມມີທ່າອ່ຽງຫຼຸດລົງ. AUF ມີຄວາມຫວັງຢາກເຮັດວຽກກັບບັນດາຄູ່ຮ່ວມມືເພື່ອເພີ່ມຈຳນວນຜູ້ເວົ້າພາສາຝລັ່ງ ຢູ່ອາຊີ, ອາບຟຼິກກາ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນຂອງອົງການກັບບັນດາປະເທດ ອາຊີ, ອາບຟຼິກກາ.
ຍສໝ - ປີ 2022, ດ້ວຍຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປະຊາຊົນ, ທົ່ວກອງທັບ, ສະພາບການເສດຖະກິດສັງຄົມມີການຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ມີຄວາມຮອບດ້ານພໍສົມຄວນ ໃນທຸກຂົງເຂດ, ໃນ 15 ເປົ້າໝາຍແຜນການຫຼັກ, ບັນລຸ ແລະ ລື່ນກາຍໄດ້ 13 ເປົ້າໝາຍ ແລະ ໜຶ່ງເປົ້າໝາຍເກືອບບັນລຸ ແລະ ມີໜຶ່ງເປົ້າໝາຍບໍ່ບັນລຸ.
ຍສໝ - ໃນນັ້ນສະແດງໃຫ້ເຫັນເປົ້າໝາຍພັດທະນາອຸດສາຫະກຳວັດທະນະທຳທີ່ມີທ່າໄດ້ປຽບຂອງທ້ອງຖິ່ນຕິດພັນກັບການພັດທະນາການທ່ອງທ່ຽວ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳຮູບປະທຳ ແລະ ນາມມະທຳຂອງແຂວງ ຕິດພັນກັບບັນດາການເຄື່ອນໄຫວທ່ອງທ່ຽວ.
ຍສໝ - ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ ຟານທ໊າຍບິ່ງ ຫົວໜ້າຄະນະກຳມະການເສດຖະກິດຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ໃຫ້ຮູ້ວ່າ ອາຍຸການນີ້ ຄະນະບໍລິຫານງານສະມາຄົມ ແລະ ບັນດາສາຂາຂຶ້ນກັບສະມາຄົມ ໄດ້ຕັ້ງໜ້າພ້ອມກັບບັນດາຄະນະ, ຂະແໜງການທ້ອງຖິ່ນໃນແຂວງ ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນກັບ ສ.ເກົາຫຼີ ແລະ ບັນລຸໄດ້ໝາກຜົນສຳຄັນທີ່ສຸດໃນບາງຂົງເຂດ.
ວັນທີ 17 ທັນວາ, ກອງປະຊຸມສຳມະນາວັດທະນະທຳ ປີ 2022 ໄດ້ດຳເນີນຢູ່ແຂວງບັກນິງ ດ້ວຍຫົວຂໍ້ “ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ”.
ພາຍຫຼັງໄດ້ຮັບການຈັດຕັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ມີການເຄື່ອນໄຫວດ້ວຍເປົ້າໝາຍ ແລະ ໜ້າທີ່ແມ່ນໂຄສະນາ, ຂົນຂວາຍ, ເຊື່ອມຕໍ່ການພົວພັນຊ່ວຍປະຊາຊົນແຂວງ ແທງຮວາ ແລະ ປະຊາຊົນຍີ່ປຸ່ນ ຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ, ແບບແຜນການດຳລົງຊີວິດດ້ານເສດຖະກິດ ສັງຄົມ, ວິທະຍາສາດ - ເຕັກນິກ ຂອງແຕ່ລະປະເທດ. ຜ່ານນັ້ນກໍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.
ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ ຕາມເວລາທ້ອງຖິ່ນ, ຢູ່ນຄອນ La Haye, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gérard Larcher ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທ່າງການ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຝລັ່ງ, ແມ່ນຂີດໝາຍສຳຄັນໃນການພົວພັນສອງປະເທດ.