ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກກຳປູເຈຍ, ວັນທີ 17 ທັນວາ, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ໂດຍສະຫາຍ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມທາງໂທລະດັບກັບເຈົ້າຄອງນະຄອນຫຼວງ ພະນົມເປັນ Khuong Sreng.
ເນື່ອງໃນໂອກາດຈັດຕັ້ງລາຍການໂອ້ລົມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ຄັ້ງທີ 1 ປີ 2022, ຕອນບ່າຍວັນທີ 3 ທັນວາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໂງມິງເຈົາ ໄດ້ໃຫ້ການຕ້ອນຮັບການນຳບັນດາທ້ອງຖິ່ນຂອງລາວ, ກຳປູເຈຍ ແລະ ສ.ເກົາຫຼີ.
ຍສໝ - ເຫດການດັ່ງກ່າວໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກຳປູເຈຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 43 (AIPA - 43), ດ້ວຍການເປັນສັກຂີພິຍານຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່. ການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ເໝາະສົມກັບວິໄສທັດຂອງປະທານສະພາແຫ່ງຊາດ 3 ປະເທດຫຼາຍໆລຸ້ນ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ກຳປູເຈຍ ຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ປະຕິບັດບັນດາຂໍ້ກຳນົດຂອງກົດໝາຍປະເທດປະຈຳຖິ່ນ.
ຍສໝ - ດ້ວຍຈິດໃຈ “ຢອດເລືອດ ກູ້ເອົາຊີວິດ”,ຫວ່າງແລ້ວນີ້, ສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ, ຫໍພັກນັກສຶກສາລາວ ແລະ ສູນວຽກງານສັງຄົມ ຊາວໜຸ່ມນະຄອນ ພ້ອມກັນຈັດຕັ້ງວັນບຸນບໍລິຈາກເລືອດ ປີ 2022.
ຍສໝ - ທີ່ການພົບປະກັບທ່ານປະທານສະພາສູງ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ປະເທດນີ້ ຈະສືບຕໍ່ໜູນຊ່ວຍຊາວເຊື້ອຊາດຫວຽດນາມ ທີ່ພວມດຳລົງຊວິດ, ທຳມາຫາກິນຢ່າງມີສະຖຽນລະພາບ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ລົງທຶນດຳເນີນທຸລະກິດ.
ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.
ໃນຂອບເຂດລາຍການ, ບັນດານັກສຶກສາລາວ, ກຳປູເຈຍ ແລະ ຄອບຄົວອຸປະຖຳໄດ້ພ້ອມກັນຖະຫວາຍທູບທຽນອາໄລຍຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຫໍບູຊາ ເບັ້ນເຢືອກ (ເມືອງກູຈີ), ເຂົ້າຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ ອູໂມງກູຈີ, ຊອກຮູ້ກ່ຽວກັບໄລຍະຕໍ່ສູ້ຕ້ານຈັກກະພັກ ອາເມລິກາ, ກູ້ຊາດຂອງຊາດຫວຽດນາມ...
ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ເວັບໄຊ Nikkei Aisan (ຍີ່ປຸ່ນ) ໄດ້ປະກາດຕາຕະລາງຈັດອັນດັບ 121 ປະເທດ/ພາກພື້ນ ກ່ຽວກັບດັດສະຊີຟື້ນຟູຫຼັງໂຄວິດ - 19. ໃນນັ້ນ ຫວຽດນາມ ແລະ ກຳປູເຈຍ ນຳໜ້າບັນດາປະເທດອາຊຽນ ກ່ຽວກັບທ່າຟື້ນຟູຫຼັງໂຄວິດ - 19 ແລະ ບັນລຸໄດ້ບາດກ້າວໃຫຍ່ເມື່ອຢືນໃນກຸ່ມ 10 ປະເທດແຖວໜ້າໂລກ ກ່ຽວກັບດັດສະນີຟື້ນຟູໂຄວິດ - 19 ເປັນເວລາ 4 ເດືອນລຽນຕິດ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ - 19”.
ວັນທີ 13 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ທີ່ພວມ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ກ່າວຄຳເຫັນໄຂການຝືກຊ້ອມຮ່ວມ, ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ເນັ້ນໜັກວ່າ ບັ້ນຝືກຊ້ອມຄັ້ງນີ້ ແມ່ນເຫດການສຳຄັນ ແລະ ມີຄວາມໝາຍຕໍ່ກອງທັບສາມປະເທດ, ບໍ່ພຽງແຕ່ຍົກສູງກຳລັງຄວາມສາມາດ ແລະ ພັດທະນາວິຊາການໃຫ້ແກ່ການຮັບມື ກັບໄພທຳມະຊາດ ໃນທຸກກໍລະນີເທົ່ານັ້ນ.
ກ່າວຄຳເຫັນທີພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຮູຍຕັງ ໄດ້ຫວນຄືນໄລຍະທາງ 77 ປີ ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຂອງປະຊາຊົນ ຫວຽດນາມ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ຈັດຕັ້ງພິທີໄຂງານວາງສະແດງ “ກຳລັງຕຳຫຼວດ ຫວຽດນາມ - ກຳປູເຈຍ - ລາວ - ຂີດໝາຍແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມື”.
ງານມະໂຫລານແມ່ນໂອກາດເພື່ອໃຫ້, ອະນຸຊົນສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮຽນຮູ້ເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສຶກສາອົບຮົບພວກນ້ອງນ້ອຍກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ.
ຍສໝ - ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ຢັ້ງຢືນວ່າ: ປະຊາຊົນກຳປູເຈຍ ຍາມໃດກໍ່ຈາລຶກການໜູນຊ່ວຍ ແລະ ເສຍສະຫຼະເລືອດເນື້ອອັນຍິ່ງໃຫຍ່ຂອງບັນດານັກຊ່ຽວຊານ ແລະ ນັກຮົບອາສາສະໝັກ ຫວຽດນາມ.
ຍສໝ-ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (1967 - 2022), ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫວິງຟຸກ (ສະຫະພັນ ຫວິງຟຸກ) ໄດ້ຈັດຕັ້ງການປະກວດ “ຊອກຮູ້ກ່ຽວກັບປະເທດ, ຊາວກຳປູເຈຍ ແລະ ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ”.
ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາແຫ່ງ ລາຊະອານາຈັກ ກຳປູເຈຍ, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.
ຕອນເຊົ້າວັນທີ 22 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີນໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ (24/6/1967 – 24/6/2022).