ການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ - ກຳ​ປູ​ເຈຍ

17:53 | 07/09/2023

ຍສໝ - ວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen ແລະ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສູງ ຫວຽດນາມ - ກຳປູເຈຍ - ລາວ.

ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ
ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ

ວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen ແລະ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສູງ ຫວຽດນາມ - ກຳປູເຈຍ - ລາວ. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ເພື່ອແນໃສ່ປັບປຸງ, ເພີ່ມທະວີການພົວພັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປທີ່ສັບສົນ ແລະ ທັງສາມພັກ, ສາມປະເທດ ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ - ກຳ​ປູ​ເຈຍ

ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ການພົບປະ(ພາບ: TTXVN)

ທີ່ການພົບປະ, ການນຳສາມປະເທດ ໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດໃຫຍ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດ ໃນຂົງເຂດຕ່າງໆໃນໄລຍະຈະມາເຖິງ.

ຕາມນັ້ນແລ້ວ, ບັນດາການນຳກໍ່ໄດ້ເນັ້ນໜັກວ່າໃນສະພາບການປັດຈຸບັນ, ສາມພັກ, ສາມ ປະເທດ ຕ້ອງເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ, ສືບຕໍ່ຖືການພົວພັນລະຫວ່າງສາມພັກແມ່ນຫຼັກແຫຼ່ງ, ກຳນົດທິດໃຫ້ແກ່ ການພົວພັນລວມສາມປະເທດ, ປັບປຸງເສົາຄ້ຳກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືໃນວຽກງານການຕ່າງປະເທດ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກນິກ, ການທ່ອງທ່ຽວ, ກະສິກຳ…

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.