ກຳປູ​ເຈຍ - ລາວ - ຫວຽດນາມຍົກສູງ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ຂໍ້​ສະ​ເໜີ​ແນະ​ຂອງ​ອົງການກວດສອບບັນຊີ​ລັດ

11:27 | 18/09/2023

ຍສໝ - ຜູ້ຕາງໜ້າອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ ໄດ້ແບ່ງປັນປະສົບການ, ສົນທະນາບັນດາມາດຕະການເພື່ອຍົກສູງປະສິດທິຜົນວຽກງານກວດສອບ.

ປະຕິບັດ​ທໍລະຫົດບັນດາມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານການຂຸດຄົ້ນສິນທະ​ເລ​ຢ່າງຜິດກົດໝາຍ ປະຕິບັດ​ທໍລະຫົດບັນດາມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານການຂຸດຄົ້ນສິນທະ​ເລ​ຢ່າງຜິດກົດໝາຍ
ຫວຽດນາມ ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ ກຳປູ​ເຈຍ ຫວຽດນາມ ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ ກຳປູ​ເຈຍ
ກຳປູ​ເຈຍ - ລາວ - ຫວຽດນາມຍົກສູງ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ຂໍ້​ສະ​ເໜີ​ແນະ​ຂອງ​ອົງການກວດສອບບັນຊີ​ລັດ
ກອງປະຊຸມຜູ້ນຳອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (ພາບ: dangcongsan.vn)

ຕັ້ງແຕ່ວັນທີ 27-31 ສິງຫາ, ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຜູ້ນຳສາມອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 ດ້ວຍຫົວຂໍ້ “ຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ”. ທີ່ກອງປະຊຸມ, ຜູ້ຕາງໜ້າອົງການກວດສອບແຫ່ງລັດຂອງ 3 ປະເທດ ໄດ້ຍົກອອກບັນດາຂໍ້ສະເໜີ, ວິທີການແກ້ໄຂ ແນໃສ່ປະກອບສ່ວນເພີ່ມທະວີປະສິດຕິຜົນຂອງວຽກງານຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ ແລະ ສ້າງຮູບແບບການພັດທະນາທີ່ເຂັ້ມແຂງຂອງບັນດາອົງການກວດສອບແຫ່ງລັດ. ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາບັນຫາພື້ນຖານເຊັ່ນ: ພື້ນຖານດ້ານນິຕິກຳກໍ່ຄືທຳນຽມຂອງສາກົນກ່ຽວພັນຕໍ່ວຽກງານການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ; ການປະຕິບັດຕົວຈິງ ແລະ ບັນດາບົດຮຽນທີ່ຖອດຖອນມາໄດ້ຂອງແຕ່ລະປະເທດໃນວຽກງານຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ; ບັນດາສິ່ງທ້າທາຍທີ່ມີຕໍ່ກັບບັນດາອົງການກວດສອບສູງສຸດ ແລະ ວິທີການຍົກສູງຄຸນນະພາບຂອງວຽກງານຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ. ແຕ່ລະຝ່າຍກໍ່ໄດ້ເປັນເອກະພາບກັນກ່ຽວກັບຫົວຂໍ້ໃນກອງປະຊຸມຄັ້ງທີ 11 ເຊິ່ງຈະຖືກຈັດຂື້ນທີ່ ກຳປູເຈຍ ໃນປີ 2025.

ດີງເລື້ອງ

ເຫດການ
302 Found

Found

The document has moved here.