ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງສະຖາບັນບັນດິດ ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

09:09 | 21/09/2023

ເພີ່ມທະວີການ​ຮ່ວມ​ມື​ ລະ​ຫວ່າງ​ ບັນດາສະ​ຖາ​ບັນ​​ດິດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ແມ່​ຍິງ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ​ ເຊື່ອມ​ໂຍງ, ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາສີ​ຂຽວ ແລະ ຍືນ​ຍົງ ແມ່​ຍິງ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ​ ເຊື່ອມ​ໂຍງ, ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາສີ​ຂຽວ ແລະ ຍືນ​ຍົງ
60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ

ກ່າວ​ຄຳ​ເຫັນ​ໃນພິທີ​ຕ້ອນຮັບ ທ່ານ ຟານວັນ​ມ້າຍ ​ໃຫ້​ຮູ້​ວ່າ: ນະຄອນ​ໂຮ່ຈິ​ມິນ ​ແມ່ນ​ໃຈກາງ​ເສດຖະກິດ​ຂອງ​ພາກ​ໃຕ້ ​ແລະ ທົ່ວ​ປະ​ເທດ; ເປັນ​ສູນ​ກາງ​ການ​ຄ້າ​ສາ​ກົນ​. ໂຄງ​ປະ​ກອບ​ທາງດ້ານ​ເສດ​ຖະ​ກິດ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ​ 65​% ແມ່ນການ​ບໍ​ລິ​ການ​, ອຸດ​ສາ​ຫະ​ກໍາ​ການ​ກໍ່​ສ້າງ 20%. ປະຈຸ​ບັນນີ້ ນະຄອນ​ໂຮ່ຈິ​ມິນ ໄດ້ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ມຸ່ງ​ໄປ​ເຖິງ​ຂະແໜງການ​ບໍລິການ​ທີ່​ມີ​ມູນຄ່າ​ສູງກວ່າ. ການ​ຫັນ​ເປັນ​ສີຂຽວ ​ແລະ ​ການ​ພັດທະນາ​ເສດຖະກິດ​ສີຂຽວ ກໍ່​ແມ່ນ​ການກຳນົດທິດໃໝ່ຂອງ​ນະຄອນ​ໃນ​ຕໍ່ໜ້າ...

ນະຄອນ ໂຮ່ຈີມິນ ຫວັງຢາກຈະສຶກສາບົດຮຽນ ແລະ ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ແລະ ກໍາປູເຈຍ ເພື່ອຊຸກຍູ້ການພັດທະນາປະຊາຄົມໃຫ້ມີຄວາມເຂັ້ມແຂງກວ່າອີກໃນໄລຍະຈະມາເຖິງນີ້.

Chủ tịch UBND TPHCM Phan Văn Mãi và Tiến sĩ Sonethanou Thammavong, Chủ tịch Viện Khoa học Kinh tế và Xã hội quốc gia Lào. Ảnh: Cao Thắng/ Báo Sài Gòn giải phóng.

ທ່ານ ຟານວັນມ້າຍ ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ (ທາງຊ້າຍ) ​ແລະ ທ່ານ ປອ ສອນທະນູ ທຳມະວົງ ຫົວໜ້າສະ​ຖາ​ບັນ​ວິທະຍາສາດ​ເສດຖະກິດ ​ແລະ ສັງຄົມ​ແຫ່ງ​ຊາດ​ລາວ. ພາບ: ກາວແທ່ງ/ໜັງສືພິມ ປົດປ່ອຍໄຊງ່ອນ.

ທ່ານ ຟານວັນ​ມ້າຍ ​ໃຫ້​ຮູ້​ວ່າ: ບັນດາຜົນ​ງານການ​ຄົ້ນ​ຄ້ວາຕົວຈິງ ຈາກບັນດາສະຖາບັນບັນດິດ ​ທັງ 3 ປະ​ເທດ ​ຫວຽດນາມ , ລາວ, ກຳປູ​ເຈຍ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ກ່ຽວກັບກັບກຳນົດທິດ​ ​ແລະ ພື້ນຖານ​ການ​ພັດທະນາ​ທີ່​ຖືກຕ້ອງ. ສະນັ້ນ, ນະຄອນ ໂຮ່ຈີມິນ ຫວັງວ່າ ສະຖາບັນຂອງ 3 ປະເທດ ຈະສືບຕໍ່ຍູ້ແຮງການຮ່ວມມືໃນໄລຍະຈະມາເຖິງ; ແລະກຽມພ້ອມທີ່ຕ້ອນຮັບບັນດາຄະນະຄົ້ນຄ້ວາ, ຕອບສະຫນອງທຸກຄວາມຕ້ອງການເພື່ອການຄົ້ນຄວ້າບັນລຸໝາກຜົນທີ່ດີທີ່ສຸດ.

ໂດຍຕີ​ລາຄາ​ສູງ​ຕໍ່ກັບການ​ພັດທະນາຂອງ​ນະຄອນ ​ໂຮ່ຈີ​ມິນ, ທ່ານ ​ປອ ສອນ​ທະ​ນູ ທຳ​ມະ​ວົງ ​ແລະ ທ່ານ ບັນດິດ Sok Touch ​ໃຫ້​ຮູ້​ວ່າ: ການ​ເລືອກ​ເອົານະຄອນ ​ໂຮ່ຈີ​ມິນ ເພື່ອຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ​ສັງຄົມ​ ລະຫວ່າງ 3 ປະ​ເທດ ຈະ​ຊ່ວຍ​ໃຫ້​ແຕ່ລະຝ່າຍທີ່​ເຂົ້າ​ຮ່ວມ ​ໄດ້​ມີບົດຮຽນປະສົບ​ການ​ອັນ​ລ້ຳ​ຄ່າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ຄ້າໃນຍຸກດິຈິຕອນທົ່ວໂລກ. ໃນປີໜ້າ, ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດ ແລະ ປາດຖະໜາຈະເຊີນຄະນະຜູ້ແທນນະຄອນ ໂຮ່ຈີມິນ ເຂົ້າຮ່ວມ ເພື່ອສາມາດໄດ້ຮຽນຮູ້ປະສົບການພັດທະນາຈາກນະຄອນ ໂຮ່ຈີມິນ.

ກອງ​ປະ​ຊຸມ​ສຳມະນາສາ​ກົນກ່ຽວກັບ​​ວິ​ທະ​ຍາ​ສາດ​ສັງ​ຄົມ ປະຈໍາປີ ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນປົກກະຕິຂອງ 3 ສະ​ຖາ​ບັນບັນດິດ​ຄື: ສະ​ຖາ​ບັນບັນດິດ ​ວິ​ທະ​ຍາ​ສາດ​ສັງ​ຄົມ ​ຫວຽດ​ນາມ, ສະ​ຖາ​ບັນວິທະຍາສາດ​ເສດ​ຖະ​ກິດ ​ແລະ ​ສັງ​ຄົມ​ແຫ່ງ​ຊາດ​ລາວ ແລະ​ສະ​ຖາ​ບັນບັນດິດ ​ລາດ​ຊະ​ອານາຈັກ ​ກຳ​ປູ​ເຈຍ. ສຳລັບປີນີ້ກອງປະຊຸມ ໄດ້ດຳເນີນໄປເປັນເວລາ 2 ວັນ (ວັນທີ 20 - 21 ກັນຍາ) ຢູ່ນະຄອນ ໂຮ່ຈີມິນ ດ້ວຍເນື້ອໃນປຶກສາຫາລືຕົ້ນຕໍກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ 3 ປະເທດ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຕ່ລະຝ່າຍ​ ​ໄດ້​ຮ່ຳຮຽນ​ເອົາ​ບັນດາ​ປະສົບ​ການ​ຂອງກັນ ແລະ ກັນ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ ​ຫວຽດນາມ - ລາວ - ກຳປູ​ເຈຍ.

ອານຸໄຊ ສະຫວັດ

302 Found

Found

The document has moved here.