ການນຳຫວຽດນາມ ຊົມເຊີຍ ກຳປູເຈຍ ໄດ້ດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສຳເລັດຜົນ

17:33 | 27/07/2023

ຍສໝ - ເນື່ອງ​ໃນ​ໂອກາດບັ້ນ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ຊຸດ​ທີ 7 ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ວັນ​ທີ 23 ກໍລະກົດ 2023, ວັນ​ທີ 25 ກໍລະກົດ​ນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້​ສົ່ງ​ຈົດໝາຍຊົມເຊີຍ​ເຖິງ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP), ນາຍົກລັດຖະມົນຕີກຳປູເຈຍ ທ່ານ Samdech Techo Hun Sen.

ນາຍົກລັດຖະມົນຕີຫວຽດນາມ ທ່ານ ຟ້າມມິງຈິ້ງ ໄດ້​ໂທ​ລະ​ສັບ​ສະ​ແດງ​ຄວາມ​ຊົມ​ເຊີຍ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ຫວືອງ​ດິ່ງ​ເຫ້ວ ໄດ້​ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳປູເຈຍ Samdech Heng Samrin.

ການນຳຫວຽດນາມ ຊົມເຊີຍ ກຳປູເຈຍ ໄດ້ດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສຳເລັດຜົນ
ປະທານ​ CPP, ທ່ານ​ນາຍົກລັດຖະມົນຕີ Hun Sen ​ແລະ ພັນ​ລະ​ຍາ ກັບ​ນິ້ວ​ຊີ້​ທີ່ໄດ້ຈ້ຳ​ດ້ວຍ​ໝຶກ, ​ເປັນ​ຂີດ​ໝາຍ​ການ​ສຳ​ເລັດ​ສິດ​ ແລະ​ ພັນທະເລືອກຕັ້ງຂອງຕົນເອງ​. ພາບ: ກວາງແອງ/ນັກຂ່າວTTXVN ປະຈຳ ກຳປູເຈຍ

ດ້ວຍ​ນ້ຳໃຈຄວາມ​ຮັກ​ແພງຕິດພັນກັນ​ສະໜິດສະໜົມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ​ແລະ ບັນດາ​ການ​ນຳ​ພັກ, ການນຳ ປະເທດຫວຽດນາມ ໄດ້າະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ ກຳປູເຈຍ ທີ່ໄດ້ດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສຳເລັດຜົນ, ພິ​ເສດ​ແມ່ນມາດຕາສ່ວນຜູ້​ມີ​ສິດ​ເລືອກ​ຕັ້ງ​​​ທີ່ອອກໄປໃຊ້ສິດ​ເລືອກຕັ້ງ​ສູງ, ການ​ເລືອກ​ຕັ້ງດຳເນີນໄປຢ່າງ​ປອດ​ໄພ, ​ເສລີ ​ແລະ ຍຸຕິ​ທຳ, ສະ​ແດງໃຫ້ເຫັນ​ຄວາມເຊື່ອໝັ້ນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກຳປູ​ເຈຍ ​ໃນ​ການ​ພັດທະນາ​ປະ​ເທດຊາດ​ໃນ​ອະນາຄົດ.

ແຕ່ກ່ອນນັ້ນ, ໃນວັນທີ 25 ກໍລະກົດ, ທີ່ການຕອບສຳພາດຂອງນັກຂ່າວກ່ຽວກັບທັດສະນະຂອງຫວຽດນາມກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຊຸດທີ 7 ນັ້ນ, ທ່ານນາງ ຝ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງຂອງກຳປູເຈຍ ແລະ ສະມາຊິກອາຊຽນ, ຫວຽດນາມ ຍາມໃດກໍປາດຖະໜາໃຫ້ກຳປູເຈຍມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງຈະເລີນຮຸ່ງເຮືອງ; ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ນັບມື້ນັບພັດທະນາຢ່າງດີງາມ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ບົນຈິດໃຈນັ້ນ, ຫວຽດນາມ ໄດ້ຊົມເຊີຍ ກຳປູເຈຍ ທີ່ໄດ້ດຳເນີນການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 7 ໃນວັນທີ 23 ກໍລະກົດ 2023 ຢ່າງສຳເລັດຜົນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.