ສ້າງ​ກົນ​ໄກ​ກອງ​ປະ​ຊຸມ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

17:16 | 23/11/2022

ຍ​ສໝ - ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ໃນ​ຂອບ​ເຂດ​ກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 43 (AIPA - 43), ດ້ວຍ​ການເປັນສັກຂີພິຍານ​ຂອງ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງປະຊຸມ​ສະ​ມັດ​ຊາ​ໃຫຍ່. ການ​ສ້າງ​ກົນ​ໄກ​ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ເໝາະ​ສົມ​ກັບ​ວິ​ໄສ​ທັ​ດ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດຫຼາຍໆ​ລຸ້ນ.

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ຮຸງ​ກາ​ຣີ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ຮຸງ​ກາ​ຣີ
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ຂອງ AIPA 43 (ພາບ: TTXVN))
ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ຂອງ AIPA 43

ຕອນ​ບ່າຍ​ວັນ​ທີ 20 ພະ​ຈິກ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Samdech Heng Samrin ແລະ ທ່​ານ​ປະ​ທານ​ສະ​ພາ​ແຫງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ເຊັນ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ກຳ​ປູ​ເຈຍ, ລາວ, ຫວຽດ​ນາມ, ເປັນ​ຄັ້ງ​ທຳ​ອິດ​ສ້າງ​ກົນ​ໄກ​ກອງ​ປະ​ຊຸມ​ຂັ້​ນ​ສູງ​ສະ​ພາ​ແຫ່ງ​ຊາດ​ສາມ​ປະ​ເທດ ກຳ​ປູ​ເຈຍ, ລາວ, ຫວຽນາມ (CLV).

ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ໃນ​ຂອບ​ເຂດ​ກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 43 (AIPA - 43), ດ້ວຍ​ການເປັນສັກຂີພິຍານ​ຂອງ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງປະຊຸມ​ສະ​ມັດ​ຊາ​ໃຫຍ່. ການ​ສ້າງ​ກົນ​ໄກ​ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ເໝາະ​ສົມ​ກັບ​ວິ​ໄສ​ທັ​ດ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດຫຼາຍໆ​ລຸ້ນ.

ປະທານ​ສະພາ​ແຫ່ງ​ຊາດ 3 ປະ​ເທດ ກຳປູ​ເຈຍ, ລາວ, ຫວຽດນາມ ​ໄດ້​ເຫັນ​ດີ​ຍົກ​ລະດັບ​ກົນ​ໄກ​ກອງ​ປະຊຸມ​ປະຈຸ​ບັນ​ລະຫວ່າງ​ຄະນະ​ກຳມະການ​ສະພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ​ຂຶ້ນ​ເປັນ “ກອງ​ປະຊຸມ​ສຸດ​ຍອດ​ສະພາ​ແຫ່ງ​ຊາດ 3 ປະ​ເທດ ກຳປູ​ເຈຍ - ລາວ. - ຫວຽດນາມ” ຈັດ​ຂຶ້ນ​ທຸກໆ 2 ປີ, ​ໂດຍ​ປະທານ​ສະພາ​ແຫ່ງ​ຊາດ 3 ທ່ານ​ເປັນ​ປະ​ທານ​ຮ່ວມ​ຕາມ​ລຳດັບ ​ແລະ ​​ຕາມຕາຕະລາງຕົວອັກສອນ. ສະພາ​ແຫ່ງ​ຊາດ​ຂອງ​ສາມ​ປະ​ເທດ, ດ້ວຍ​ບົດບາດ ​ແລະ ໜ້າ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ສະພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ​ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.