ຊຸກ​ຍູ້​ການ​ຖື​ສັນ​ຊາດ​ຂະ​ແມ​ໃຫ້​ແກ່​ຊາວ​ເຊື້ອ​ຊາດຫວຽດ​ນາມ ຢູ່ ກຳ​ປູ​ເຈຍ

18:05 | 06/03/2023

ຍ​ສ​ໝ - ຊຸກ​ຍູ້​ການ​ຖື​ສັນ​ຊາດ​ຂະ​ແມ​ໃຫ້​ແກ່​ຊາວ​ເຊື້ອ​ຊາດ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ນັ້​ນ​ແມ່ນ​ການ​ສະ​ເໜີ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ Samdech Krolahom Sar Kheng.

ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ
ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8 ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8
ຊຸກ​ຍູ້​ການ​ຖື​ສັນ​ຊາດ​ຂະ​ແມ​ໃຫ້​ແກ່​ຊາວ​ເຊື້ອ​ຊາດຫວຽດ​ນາມ ຢູ່ ກຳ​ປູ​ເຈຍ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ Samdech Krolahom Sar Kheng (ພາບ: nhandan.vn)

ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ເມື່ອ​ໄດ້​ຮູ້​ວ່າ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ Samdech Krolahom Sar Kheng ແລະ ຄະ​ນະ​ ​ຫາ​ກໍ່​ມີ​ການໂອ້ລົມ​ເຈ​ລະ​ຈາ​ທີ່ປະ​ສົບ​ຜົນ​ສຳ​ເລັດ​ກັບ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຕຳຫຼ​ວດ​ຫວຽດ​ນາມ ໂຕ​ເລິມ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຫັນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ກົມ​ການ​ເມືອງ​ສອງ​ພັກ ທີ່​ໄດ້​ດຳ​ເນີນ​ວັນ​ທີ 18 ກຸມ​ພາ 2023 ໃຫ້​ເປັນ​ອັນລະ​ອຽດ.

ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນເຕັດ Chol Chnam Thmay ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ທີ່​ສຸດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝຸ​ຈ້ອງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ແລະ ສ່ວນ​ຕົວຂອງທ່ານ ​ໄປ​ຍັງ​ ​ກະ​ສັດກຳ​ປູ​ເຈຍ Norodom Sihamoni, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Samdech Techo Hun Sen , ປະ​ທານ​ສະ​ພາ​ແຫ່ງ​ຊາດ Samdech Heng Samrin ແລະ ກາ​ນ​ນຳ​ຂັ້ນ​ສູງ ກຳ​ປູ​ເຈຍ.

​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ເຊິ່ງ​ກຳ​ປູ​ເຈຍ ບັນ​ລຸ​ໄດ້​ໃນຫຼາຍ​ປີ​ຜ່ານ​ມາ, ໃກ້​ທີ່​ສຸດ​ແມ່ນ​ໃນ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໂຄວິດ - 19, ຄວບ​ຄຸມ​ໄພ​ເງິນ​ເຟີ້, ການ​ເຕີບ​ໂຕ​ເສດ​ຖະ​ກິດ, ຮັບ​ປະ​ກັນ​ບົດ​ບາດ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ອາ​ຊຽນ 2022 ແລະ ເປັນ​ຕົ້ນ​ແມ່ນ​ຈັດ​ຕັ້ງ​ສຳ​ເລັດ​ການ​ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕາ​ແສງ ຊຸດ​ທີ V ເມື່ອ​ເດືອນ​ມິ​ຖຸ​ນາ ປີ 2022.

​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອບ​ໃຈ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ Samdech Krolahom Sar Kheng ແລະ ບັນ​ດາ​ການ​ນຳ​ກຳ​ປູ​ເຈຍ ທີ່​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່, ຊີ້​ນຳ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ຂອງ ກຳ​ປູ​ເຈຍ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ທີ່ເຮັດ​ວຽກ, ດຳ​ລົງ​ຊີ​ວິດ​ຢ່າງ​ເປັນ​ປົກ​ກະ​ຕິ​ຢູ່ ກຳ​ປູ​ເຈຍ, ແກ້​ໄຂ​ເອ​ກະ​ສານ​ນິ​ຕິ​ກຳ​ໃຫ້​ແກ່​ຊາວ​ເຊື້ອ​ຊາດຫວຽດນາມ ຢູ່​ກຳ​ປູ​ເຈຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານຮອງນາຍົກລັດຖະມົນຕີ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ Samdech Krolahom Sar Kheng ແລະ ການ​ນຳ​ກຳ​ປູ​ເຈຍ ສືບ​ຕໍ່​ເອົາ​ໃຈ​ໃສ່, ຊີ້​ນຳ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ ກຳ​ປູ​ເຈຍ ມີ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ເຊື້ອ​ຊາດ​ຫວຽດນາມ. ໃນ​ນັ້ນ​ມີ​ການ​ຊຸກ​ຍູ້​ການ​ຖື​ສັນ​ຊາດ​ຂະ​ແມ​ໃຫ້​ແກ່​ຊາວ​ເຊື້ອ​ຊາດ​ຫວຽດນາມ ຕາມ​ແຜນ​ນະ​ໂຍ​ບາຍທີ່​ໄດ້​ຮັບ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບລະ​ຫວ່າງການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ກ່​ວາ​ອີກ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ເຊື້ອ​ຊາດຫວຽດນາມ, ເປັນ​ຕົ້ນ​ແມ່ນ​ເດັກທີ່​ກຳ​ເນີດ ແລະ ເຕີບ​ໃຫຍ່​ຢູ່ ກຳ​ປູ​ເຈຍ ໄດ້​ຮຽນ​ພາ​ສາ, ວັດ​ທະ​ນະ​ທຳ​ຂະ​ແມ​ເພື່ອ​ມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກກະຕິ, ເຊື່ອມ​ໂຍງ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັງ​ຄົມ ກຳ​ປູ​ເຈຍ.

ສືບ​ຕໍ່​ແກ້​ໄຂ​ເອ​ກະ​ສານບໍລິຫານ​ຕ່າງໆ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ບັນ​ດາ​ເງື່ອນ​ໄຂ​ຢ່າງ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ. ພ້ອມ​ກັນນັ້ນ, ກຳ​ປູ​ເຈຍ​ ກໍມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຊາວ​ເຊື້ອ​ຊາດຫວຽດນາມ ທີ່​ອົບ​ພະ​ຍົບ, ສ້າງ​ຖີ່ນ​ຖານ​ໃໝ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດຫວຽດ​ນາມ ຫັນປ່ຽນ​ອາ​ຊີບ​ຜ່ານ​ການ​ຮັບ​ສະ​ໝັກ​ເຂົ້າ​ບັນ​ດາໂຄງ​ການ​ລົງ​ທຶນ​ຢູ່ ກຳ​ປູ​ເຈຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ກະ​ຊວງ​ພາຍ​ໃນກຳ​ປູ​ເຈຍ ແລະ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຕໍ່​ສູ້​ບັນ​ດາ​ຄະ​ດີ​ລວມ​ຕໍ່​ອາດ​ຊະ​ຍາ​ກຳ​ປະເພດ​ຕ່າງໆ, ເປັນ​ຕົ້ນ​ແມ່ນ​ອາດ​ຈະ​ຍາ​ກຳ​ຂ້າມ​ຊາດ​ຄື: ອາດ​ຊະ​ຍາ​ກຳ​ກົດ​ໝາຍ​ອາ​ຍາ, ຢາ​ເສບ​ຕິດ, ​ຄ້າ​​ມະ​ນຸດ, ຕໍ່​ສູ້​ກັບ​ບັນ​ດາ​ຂະ​ບວນ​ການຫຼອກຫຼວງ, ຈັດ​ຕັ້ງ​ການຫຼິ້ນ​ພະ​ນັນໃນ​ບໍ​ລິ​ເວນ​ກຳ​ປູ​ເຈຍ ເພື່ອ​ເຄື່ອນ​ໄຫວ, ສົມ​ທົບ​ກັນ​ແກ້​ໄຂ, ນຳ​ຊາວ​ຫວຽດ​ນາມ ທີ່ພວ​ມ​ຖືກ​ກັກ​ຕົວ, ບັງ​ຄັບ​ອອກ​ແຮງ​ງານ​ໃນ​ບັນ​ດາ​ສະຖານທີ່ຫຼິ້ນ​ພະ​ນັນ​ພິດ​ກົດ​ໝາຍ​ຢູ່ກຳ​ປູ​ເຈຍ ກັບ​ຄືນ​ປະ​ເທດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ Samdech Krolahom Sar Kheng ​ເຊື່ອ​ໝັ້ນວ່າ​ ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ຄວາມ​ສາ​ມັກ​ຄີ ແລະ ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ສອງ​ປະ​ເທດ​ຈະ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ​ຍາວ​ຍານ, ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.