ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ຫວຽດ​ນາມ - ກຳ​ປູ​ເຈຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ​ໝັ້ນແກ່ນ

17:11 | 31/01/2023

ຍ​ສ​ໝ - ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ຫວຽດ​ນາມ - ກຳ​ປູ​ເຈຍ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ໃກ້​ຊິດ​ສະ​ໜິດ​ແໜ້ນ ແລະ ໝັ້ນ​ແກ່ນ​ກ່​ວາ​ອີກ. ປະ​ຊ​າ​ຊົນ ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ກ່​ວາ​ອີກ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ.

ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ຫວຽດ​ນາມ - ກຳ​ປູ​ເຈຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ​ໝັ້ນແກ່ນ
ທ່ານ​ນາງ ຫງວຽນ​ທິ​ແທັງ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ທ່ານ​ນາງ Men Sam An ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພົວ​ພັນ​ສະ​ພາ​ແຫ່ງ​ຊາດ

ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ນັບມື້ນັບໄດ້ຮັບການປັບປຸງ ແລະໝັ້ນ​ແກ່ນ

ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ຫວຽດ​ນາມ - ກຳ​ປູ​ເຈຍ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ໃກ້​ຊິດ​ສະ​ໜິດ​ແໜ້ນ ແລະ ໝັ້ນ​ແກ່ນ​ກ່​ວາ​ອີກ. ປະ​ຊ​າ​ຊົນ ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ກ່​ວາ​ອີກ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ.

ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປະຈຳຊາດ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ລະ​ດູ​ບານ​ໃໝ່​ປີ​ແມວ 2023, ທ່ານ Men Sam An ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພົວ​ພັນ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ສູງ ແລະ ອົງ​ການກວດ​ກາ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ຫະ​ພັນ​ສັງ​ຄົມ​ພົນ​ລະ​ເມືອງ​ເພື່ອ​ຄວາມ​ໝັ້ນ​ຄົງ​ຂອງມວນມ​ະ​ນຸດ, ສາ​ມັກ​ຄີ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ກຳ​ປຸ​ເຈຍ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ເລ​ຂາ​​ຄະ​ນະພັກ, ປະ​ທານ​ສະ​ຫະ​ພັນ​​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິ​ດ​ຕະ​ພາບ​ ຫວຽດ​ນາມ ນາງ ຫງວຽນ​ເຟືອງ​ງາ ແລະ ທ່ານ​ນາງ ຫງວຽນ​ທິ​ແທັງ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ປະທານກຳມາທິການວຽກງານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ.

​ໃນ​ຈົດ​ໝາຍອວຍ​ພອນ, ທ່ານ​ນາງ Men Sam An ​ຂຽນ​ວ່າ: ເນື່ອງໃນ​ໂອ​ກາດ​ນີ້, ຂ້າ​ພະ​ເຈົ້າ​ພາ​ວະ​ນາ​ຂໍ​ໃຫ້ສິ່ງ​​ສັກ​ສິດທັງຫຼາຍ ຈົ່ງອຸ​ປະ​ຖຳ​ຄ້ຳ​ຊູ ​ທ່ານ​ນາງ ​ໃຫ້​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ມີແຕ່​ສິ່ງ​ທີ່​ດີ, ມີ​ອາ​ຍຸ​ໝັ້ນຂວັນຍືນ ເພື່ອ​ບໍ​ລິ​ຫານວຽກ​ງານ​ໃຫ້​ນັບ​ມື້​ນັບ​ມີ​ຄວາມ​ກ້າວ​ໜ້າ ແລະ ບັນ​ລຸ​ໄດ້​ຜົນ​ງານ​ໃໝ່​ໃຫ້​ແກ່​ຊາດ, ປະ​ເທດ​ຊາດ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ.

ທ່ານ​ນາງ Men Sam An ເຊື່ອ​ໝັ້ນ​ວ່າ, ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ກຳ​ປູ​ເຈຍ - ຫວຽດ​ນາມ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ໃກ້​ຊິດ​ສະ​ໜິດ​ແໜ້ນ ແລະ ໝັ້ນ​ແກ່ນ​ກ່​ວາ​ອີກ.

ກໍ່​ໃນ​ໂອ​ກາດ​ບຸນ​ເຕັດ​ຫວຽດ​ນາ​ມ, ທ່ານ​ ສຈ.ປອ. ບໍ​ວຽງ​ຄຳ ວົງ​ດາ​ລາ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກໂນໂລຊີ ແລະ ການສື່ສານ, ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວນ​ພອນ​ໄປ​ຍັງ​ທ່ານ​ ເຈິ່ນ​ວັນ​ຕຸຍ, ອະ​ດີດ​ກຳ​ມະ​ການ​ສູນ​ກາງ​ພັກ, ອະ​ດີດ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ອະ​ດີດ​ປະທາານກຳມາທິການວຽກ​ງານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ອະ​ດີດ​ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ.

ໃນ​ຈົດ​ໝາຍອວຍ​ພອນ, ທ່ານ ບໍ​ວຽງ​ຄຳ ວົງ​ດາ​ລາ ໄດ້​ຕີ​ລາ​ຄ​ສູງ ບັນ​ດາ​ໝາກ​ຜົນ​ອັນ​​ໃຫຍ່ຫຼວງ ​ເຊິ່ງປະ​ຊາ​ຊົນ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາປະ​ເທດ​ຊາດ. ສິ່ງ​ນີ້ໄດ້​ຊ່ວຍ​ໃຫ້ ຫວຽດ​ນາມ ​ມີ​ທີ່​ຕັ້ງ​ຢ່າງ​ໝັ້ນ​ແກ່ນທາງ​ການ​ເມືອງ, ເສດ​ຖະ​ກິດ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ນັບ​ມື້​ນັບ​ມີ​ການ​ພັດ​ທະ​ນາ​ຢ່າງຕັ້ງ​ໜ້າ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຂອງ​ເສດ​ຖະ​ກິດ​ໂລກ ກໍ່​ຄື​ຜົນ​ສະ​ທ້ອນ​ຈາກ​ພະ​ຍາດ​ໂຄວິດ - 19.

ຫວຽດ​ນາມ ກໍ່​ນັບ​ມື້​ນັບ​ມີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກັບ​ປະ​ຊາ​ຄົມ​ສາ​ກົນ. ພິ​ເສດ, ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະຫຼາດ​ສ່ອງ​ໄສ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ​ ໃນ​ການ​ນຳ​ພາ​ປະ​ເທດ​ຊາດ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ທີ່​ວັດ​ທະ​ນາ​ຖາ​ວອນ. ທ່ານ​ເວົ້າ​ວ່າ:

​ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໄສ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາ​ມ, ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ​ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ກ່​ວາ​ອີກ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ເຮັດ​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີປະ​ຊາ​ທິ​ປະ​ໄຕ, ມີ​ຄວາມ​ສະ​ເໝີ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ໃນ​ກາງ​ສະຕະວັດທີ 21 ຕາ​ມ​ເປົ້າ​ໝາຍ​ທີ່​ວາງ​ອອກ.

ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ໄດ້​ອວຍ​ພອນ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຄົມ​ມິດ​ຕະ​ພາບສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິງ​ໃຫຍ່, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານຂອງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ລາວ - ຫວຽດ​ນາມ ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາ​ລະ​ນານ.

ແລະ​ກໍ່​ໃນ​ວັນ​ທີ 24 ມັງ​ກອນ, ໃນ​ໂອ​ກາດ​ບຸນ​ເຕັດປະຊາດ ຫວຽດ​ນາມ, ພະ​ນັກ​ງານ, ພາ​ລະ​ກອນ ແລະ ຄອບ​ຄົວ​ສະ​ຖານ​ທູດ ລາວ ແລະ ກຳ​ປູ​ເຈຍ ຢູ່​ນະ​ຄອນຫຼວງ ມາ​ນີ​ລາ, ຟີ​ລິບ​ປິນ ໄດ້​ອວຍ​ພອນ ແລະ ເຂົ້າ​ຮ່ວມ​ບຸນ​ເຕັດ​ພ້ອມ​ກັບ​ສະ​ຖານ​ທູດ ຫວຽດ​ນາມ.

ໂດຍ​ຕາງ​ໜ້າ​ສະ​ຖານ​ທູດ ລາວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສອນ​ໄຊ ວັນ​ນະໄຊ ໄດ້​ມອບ​ຊໍ່​ດອກ​ໄມ້ ໃຫ້​ແກ່​ສະ​ຖານ​ທູດ ຫວຽດນາມ ພ້ອມ​ກັບ​ຄຳ​ອວຍ​ພອນ​ອັນປະເສີດ​ໃນ​ຕົ້ນ​ລະ​ດູ​ບານ​ໃໝ່, ອວຍ​ພອນ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ໝັ້ນ​ແກ່ນ​ຂອງ​ສະ​ຖານ​ທູດ​ສອງ​ປະ​ເທດ ກໍ່​ຄ​ື​ນ້ຳໃຈ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາ​ວ ​ຍືນ​ຍົງ​ທະ​ນົງ​ແກ​ນ​ຊົ່ວ​ກາ​ລະ​ນານ.

ຂໍ​ຂອບ​ໃຈ​ຕໍ່​ບັນ​ດາ​ນ້ຳ​ໃຈທີ່ຈິງໃຈ​ຂອງ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສອນ​ໄຊ ວັນ​ນະ​ໄຊ ແລະ Phan Peuv, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮ​ວ່າງ​ຮຸຍ​ຈຸງ ຢັ້ງ​ຢືນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່​ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ, ຫວຽດ​ນາມ - ກຳ​ປູ​ເຈຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.