ທາງລົດໄຟສາກົນຢ່າງສຳຄັນການເຊື່ອມຕໍ່ຫວຽດນາມກັບຈີນ, ຂ້າມອາຊີ - ເອີຣົບ

ທາງລົດໄຟສາກົນຢ່າງສຳຄັນການເຊື່ອມຕໍ່ຫວຽດນາມກັບຈີນ, ຂ້າມອາຊີ - ເອີຣົບ

ຍສໝ - ໂດຍຄາດວ່າໃນອີກ 10 ປີຂ້າງໜ້າ, ທາງລົດໄຟຫວຽດນາມ ຈະເຊື່ອມຕໍ່ທາງລົດໄຟສາກົນ ທີ່ຜ່ານ 5 ເສັ້ນທາງຫຼັກ, ເຊິ່ງສ່ວນໃຫຍ່ຈະເຊື່ອມຕໍ່ກັບຈີນ ກ່ອນ​ທີ່ຈະໄປສູ່ອາຊີກາງ, ຕາເວັນອອກກາງ, ແລະເອີຣົບ.

ຜັນຂະຫຍາຍວຽກງານ ປົກປ້ອງພົນລະເມືອງຫວຽດນາມ

ຜັນຂະຫຍາຍວຽກງານ ປົກປ້ອງພົນລະເມືອງຫວຽດນາມ

ຍສໝ - ໃນວັນທີ 15 ສິງຫາ, ກ່ຽວກັບສະພາບພົນລະເມືອງຫວຽດນາມ ຢູ່ອາບການິດສະຖານ, ກະຊວງການຕ່າງປະເທດ ໄດ້ຊີ້ນຳໃຫ້ສະຖານທູດ ສ້າງແຜນການ ແລະ ກຽມພ້ອມມີມາດຕະການປົກປ້ອງພົນລະເມືອງໃນກໍລະນີຈຳເປັນ.

ການສົ່ງອອກສິນໃນນຳ້ປະເພດຫອຍສອງກາບຂອງຫວຽດນາມ ໄປຍັງອີຢູ ເພີ່ມຂຶ້ນສູງ

ການສົ່ງອອກສິນໃນນຳ້ປະເພດຫອຍສອງກາບຂອງຫວຽດນາມ ໄປຍັງອີຢູ ເພີ່ມຂຶ້ນສູງ

ຍສໝ - ອີງຕາມຂໍ້ມູນຈາກສະມາຄົມປຸງແຕ່ງ ແລະ ສົ່ງອອກສິນ​ໃນ​ນ​ຳ​້ (VASEP), ການສົ່ງອອກສິນ​ໃນ​ນຳ​້​ປະ​ເພ​ດ​​ຫອຍສອງ​ກາບ (ຫອຍ​ເປື​ອກ​ຄູ່) ຂອງຫວຽດນາມ ໄປ​ຍັງອີຢູໃນ 6 ເດືອນຕົ້ນປີນີ້ ໄດ້ບັນລຸເກືອບ 37 ລ້ານໂດລາ, ເພີ່ມຂຶ້ນ 35 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມເປັນຈິດໜຶ່ງໃຈດຽວຂອງຫວຽດນາມໃນການຕ້ານກັບໂລກລະບາດ

ພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມເປັນຈິດໜຶ່ງໃຈດຽວຂອງຫວຽດນາມໃນການຕ້ານກັບໂລກລະບາດ

ຍສໝ - ປະທານພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມມານະພະຍາຍາມຂອງພັກ, ລັດຖະບານ ແລະປະຊາຊົນຫວຽດນາມໃນການຮັບມືກັບໂລກລະບາດ Covid-19; ຄວາມເປັນເອກະພາບ, ຄວາມເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະການສະໜັບສະໜູນຕໍ່ ມາດຕະການຂອງລັດຖະບານ, ທັງໝົດແມ່ນເພື່ອຄວາມປອດໄພ ແລະຊີວິດການເປັນຢູ່ຂອງປະຊາຊົນ.

ລັດເຊຍຕ້ອນຮັບກຳປັ່ນສູ້ຮົບ 2 ລຳ ຂອງຫວຽດນາມເຂົ້າຮ່ວມ Army Games 2021

ລັດເຊຍຕ້ອນຮັບກຳປັ່ນສູ້ຮົບ 2 ລຳ ຂອງຫວຽດນາມເຂົ້າຮ່ວມ Army Games 2021

ຍສໝ - ກຳປັ່ນສູ້ຮົບ 2 ລຳ 015 ເຈິ່ນຮືງດ້າວ ແລະ 016 ກວາງຈູງ ຂອງກອງທັບເຮືອຫວຽດນາມ ໄດ້ເຂົ້າທຽບທ່າຢູ່ທີ່ນະຄອນ Vladivostok (ໃນເຂດຕາເວັນອອກໄກຂອງຣັດເຊຍ) ເພື່ອກຽມເຂົ້າຮ່ວມ Army Games 2021.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນວຽກງານສື່ມວນຊົນ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນວຽກງານສື່ມວນຊົນ

ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ປາດຖະໜາວ່າ ບັນດາອົງການສື່ມວນຊົນຂອງ ລາວ ແລະ ຫວຽດນາມ ຈະສືບຕໍ່ຍູ້ແຮງການໂຄສະນາ, ເຜີຍແຜ່ກ່ຽວກັບສາຍພົວພັນລະຫວ່າງສອງປະເທດ; ສືບຕໍ່ໃຫ້​ການຮ່ວມມື ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳ ລາວ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກໍຢັ້ງ​ຢືນ​ວ່າຈະ​ສົມ​ທົບ​ຢ່າງ​ຕັ້ງ​ໜ້າ ແລະ ໜູນຊ່ວຍສູງສຸດໃຫ້ແກ່ບັນດາອົງການສື່ມວນຊົນ ລາວ ເພື່ອນັບມື້ນັບພັດທະນາ.

WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ

WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ

ຍ​ສ​ໝ - WeWork Growth Campus ນອນ​ໃນ​ຂໍ້​ລິ​ເລີ່ມ​ຊຸກ​ຍູ້​ລະ​ບົບຊີ​ວະ​ພາບ​ເລີ່ມ​ຕົ້ນ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ​ເວົ້າ​ສະ​ເພາະ, ພາກ​ພື້​ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເວົ້​າ​ລວມ ແລະ ແມ່ນ​ສະ​ຖານ​ທີ່​ເຊື່ອມ​ຕໍ່​ບັນ​ດາ​ປະ​ຊາ​ຄົມ​ Startup ນຳ​ກັນ​ຜ່ານ​ຮູບ​ແບບ​ທາງ​ໄກ ກໍ່​ຄື​ຢູ່​ບັນ​ດາ​ບໍ​ລິ​ເວນ​ທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ.

ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro

ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro

ຍສໝ - ທີ່ພິທີ, ທ່ານ ເຈີ່ນແຄງໂ​ຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍ​ຫຍໍ້ຂອງຜູ້ນໍາກູບາ Fidel Castro.

ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19

ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19

ຍສໝ - ສະວິດເຊີແລນ ໄດ້ຊ່ວຍເຫຼືອຫວຽດນາມ ດ້ວຍເຄື່ອງຊ່ວຍຫາຍໃຈ 30 ອັນ, ຊຸດວິເຄາະ 500,000 ຊຸດ ແລະ ຜ້າ​ອັດປາກຕ້ານເຊື້ອ 280,000 ແຜ່ນເພື່ອໃຊ້ໃນການຜ່າຕັດ.

ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ

ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ

ຍສໝ - ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ເຊື່ອໝັ້ນວ່າ ການພົວ​ພັນ​ຕ່າງ​ປະ​ເທດປະຊາຊົນຈະມີການ​ປ່ຽນ​ແປງ​ໃໝ່ຫຼາຍ​ຢ່າງທີ່ມີຫົວຄິດປະດິດສ້າງ, ​ສົ່ງ​ເສີມ​ມູ​ນ​ເຊື້ອອັນດີງາມ ຂອງການພົວພັນທີ່ຊື່ສັດບໍ​ລິ​ສຸດລະຫວ່າງຫວຽດນາມ - ອິນເດຍ, ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນຂອງສອງປະເທດຕື່ມອີກ.

ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ  ອີ​ຢູ ເພີ່ມຂຶ້ນ 35%

ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ ອີ​ຢູ ເພີ່ມຂຶ້ນ 35%

ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳ ຫວຽດນາມແລ້ວ ການສົ່ງອອກຫອຍໄປຍັງ EU ໄດ້ເຕີບໂຕດີຍ້ອນວ່ານີ້ແມ່ນບັນດາຜະລິດຕະພັນປຸງແຕ່ງມີຄວາມສະດວກໃນການບໍລິໂພກໃນຍາມເກີດໂລກລະບາດ ແລະ ລາຄາກໍ່ເໝາະສົມ.

ຫວຽດນາມ - ລາວ ນຳຄູ່ດ່ານຊາຍແດນສາກົນ ນາມຢາງ ແລະ ດັກຕາອ໋ອກ ເຂົ້າເຄື່ອນໄຫວ

ຫວຽດນາມ - ລາວ ນຳຄູ່ດ່ານຊາຍແດນສາກົນ ນາມຢາງ ແລະ ດັກຕາອ໋ອກ ເຂົ້າເຄື່ອນໄຫວ

ຍສໝ - ໃນວັນທີ 14 ສິງຫາ, ຢູ່ເຂດເສດຖະກິດດ່ານຊາຍແດນ ນາມຢາງ, ຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ນາມຢາງ (ກວ໋າງນາມ) ແລະ ດັກຕາອ໋ອກ (ເຊກອງ, ລາວ).

ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ

ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ

ຍສໝ - ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ກວາງຕຸ້ງ ຫາກໍ່ປະສານສົມທົບກັບ ສະມາຄົມການຄ້າສີນ​ໃນນ້ຳຂອງນະຄອນ​ ກວາງ​ໂຈ ເພື່ອຈັດການໂອ້​ລົ​ມ​ແລກ​ປ່ຽນ​ກ່ຽວ​ກັບ​ກ​ານເຊື່ອມຕໍ່ການຄ້າ ແລະ ຊຸກ​ຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດແຂວງກວາງຕຸ້ງ.

ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ

ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ

ຍສໝ - ບັນດານັກຊ່ຽວຊານເຊັກໂກ ໄດ້ຕີລາຄາສູງຄຳປາໄສ ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ທີ່ການສ​ຳ​ມະ​ນາເປີດຂັ້ນສູງທາງອອນໄລ​ທີ່​ຜ່ານ​ມາ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງທາງທະເລ”.

ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ

ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ

ຍສໝ - ໃນວັນທີ 10 ສິງຫາ 2021, ອີງຕາມການຈັດແຜນຂອງກະຊວງການຕ່າງປະເທດ ແລະ ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມ ປະຈຳມຽນມາ ໄດ້ຈັດຖ້ຽວບິນສະເພາະຂອງສາຍການບິນ Bamboo Airways ເຊິ່ງໄດ້​ໂດຍ​ສານພົນລະເມືອງ​ທີ່ຖືກຕິດຄ້າງ 182 ຄົນ ກັບຄືນປະ​ເທດ ​ເນື່ອງ​ຈາກພະຍາດ COVID-19. ໃນມື້ດຽວກັນ, ພົນລະເມືອງຫວຽດນາມ 154 ຄົນຈາກປະເທດບຣູໄນ ກໍ່ໄດ້ກັບຄືນ​ປະ​ເທດຢ່າງປອດໄພ ດ້ວຍຖ້ຽວບິນໂດຍສານ​ເໝົາ​ລຳຂອງ LILAMA.

ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ.

ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ.

ຍສໝ - ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ (ຈີນ) ຫາກໍ່ມອບເງິນຈຳນວນຫຼາຍກວ່າ 239 ລ້ານດົ່ງ (ຜ່ານຮູບ​ການໂອນເງິນ) ເພື່ອສະໜັບສະໜູນການປ້ອງກັນການລະບາດ ຂອງພະຍາດໂຄວິດ -19 ຢູ່ຫວຽດນາມ.

ປະເທດຝຣັ່ງ ມອບວັກຊີນປ້ອງກັນໂຄວິດ -19 ຈຳນວນ 670.000 ໂດສ ໃຫ້ແກ່ຫວຽດນາມ

ປະເທດຝຣັ່ງ ມອບວັກຊີນປ້ອງກັນໂຄວິດ -19 ຈຳນວນ 670.000 ໂດສ ໃຫ້ແກ່ຫວຽດນາມ

ຍສໝ - ໂດຍປະກາດໃນ Twitter ວັນທີ 12 ສິງຫາ, ທ່ານປະທານາທິບໍດີປະເທດຝຣັ່ງ Emmanuel Macron ກ່າວວ່າ ປະເທດຝຣັ່ງຈະແບ່ງປັນວັກຊີນ COVID-19 ຈຳນວນ 670.000 ໂດສ ເພື່ອຊ່ວຍຫວຽດນາມ ຕໍ່ສູ້ກັບການລະບາດຂອງພະຍາດ.

“Vietnam Stories”  ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ

“Vietnam Stories” ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ

ຍ​ສ​ໝ - ສະ​ພາ​ນະ​ຄອນ Plzeň ຫາ​ກໍ່​ສົມ​ທົບ​ກັບ​ໜ່ວຍ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Plzeň ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ແນະ​ນຳ​ໄປສູ່​ມະ​ຫາ​ຊົນ​ໃນ​ແງ່​ມູ​ມທີ່​ແທດ​ຈິງ ແລະ ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ ເຊັກ​ໂກ ຜ່ານ​ຮູບ​ພາບ 50 ຮູບ ຂອງ​ນັກ​ຖ່າຍ​ຮູບ​ອາ​ວຸ​ໂສ​ຊາວ​ເຊັກ​ໂກ Jindřich Štreit.

ທຸກສິ່ງທຸກຢ່າງເພື່ອເປົ້າໝາຍລວມ​ແມ່ນສ້າງສາປະເທດຫວຽດນາມ

ທຸກສິ່ງທຸກຢ່າງເພື່ອເປົ້າໝາຍລວມ​ແມ່ນສ້າງສາປະເທດຫວຽດນາມ

ຍ​ສໝ - ວັນທີ 11 ສິງຫາ ປີ 2021, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ອາຍຸການ 2021 - 2026. ໃນບົດກ່າວປາໄສຢູ່ກອງປະຊຸມແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກ: ການສົມທົບກັນຢ່າງແຫນ້ນແຟ້ນຂອງທັງລະບົບການເມືອງ, ຄວາມສາມັກຄີ ເປັນເອກະພາບສູງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ດ້ວຍຈິດໃຈເປັນຈິດຫນຶ່ງໃຈດຽວກັນເພື່ອຜັນຂະຫຍາຍບັນດາຫນ້າທີ່ຂອງປະເທດ, ຂອງຊາດ.