ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro

10:58 | 18/08/2021

ຍສໝ - ທີ່ພິທີ, ທ່ານ ເຈີ່ນແຄງໂ​ຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍ​ຫຍໍ້ຂອງຜູ້ນໍາກູບາ Fidel Castro.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ
ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ
ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro
ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro. ພາບ:TTXVN

ວັນທີ 13 ສິງຫາ 2021, ສະຫະພັນບັນດາອົງການມິດຕະພາບແຂວງກວາງຈິໄດ້ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ກູບາແຂວງ ຈັດພິທີຖະຫວາຍດອກໄມ້ຢູ່ສວນສາທາລະນະ Fidel ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro (13 ສິງຫາ 1926 - 13 ສິງຫາ 2021).

ທ່ານຮອງເລຂາຄະນະປະ​ຈຳພັກແຂວງ - ປະທານສະພາປະຊາຊົນແຂວງ ຫງວຽນດັງກວາງ; ​ທ່ານຮອງເລຂາຄະນະພັກແຂວງ - ປະທານຄະນະກຳມະການປະຊາຊົນແຂວງ ຫວໍວັນຮ​ືງ ແລະ ຜູ້ຕາງໜ້າຄະນະປະຈໍາ ຄະນະພັກແຂວງ ກວາງຈີ້, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳ ມະການແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍປະຊາຊົນ, ການນໍາບັນດາພະແນກ, ຂະແໜງການທ້ອງຖິ່ນ​ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທີ່ພິທີ, ທ່ານ ເຈີ່ນແຄງໂ​ຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍ​ຫຍໍ້ຂອງຜູ້ນໍາກູບາ Fidel Castro.

ເນື້ອໃນບົດ​ກ່າວ​ປາ​ໄສມີບາງຕອນຂຽນວ່າ :“ ເພື່ອຫວຽດນາມ, ກູບາພ້ອມແລ້ວທີ່ຈະອຸ​ທິດເລືອດເນື້ອຂອງຕົນເອງ”. ນັ້ນແມ່ນຄຳເວົ້າທີ່​ເປັ​ນອ​ະມ​ະ​ຕະຂອງປະທານ Fidel Castro ໃນລະຫວ່າງການຢ້ຽມຢາມຄັ້ງປະຫວັດສາດ ຢູ່ທີ່ ກາວດຽມ 241 ເຕິນເລີມ, ກວາງຈີ້ (ຫຼືເອີ້ນກັນວ່າຖານທີ່ໝັ້ນ Carol) - ເຊິ່ງຄັ້ງໜຶ່ງ ເຄີຍເປັນຖານທີ່ໝັ້ນຂອງສະຫະລັດທີ່ຫາກໍ່ໄດ້ຮັບການປົດປ່ອຍໂດຍຝ່າຍຫວຽດນາມ.

ການປະກົດຕົວຂອງປະມຸກລັດຕ່າງປະເທດຜູ້ທຳອິດ ແລະຄົນດຽວຢູ່ແຂວງກວາງຈິໃນເວລານັ້ນໄດ້ກາຍເປັນສັນຍາລັກຂອງຄວາມສາມັກຄີອັນດີງາມລະຫວ່າງຫວຽດນາມ ແລະກູບາ. ໃນດວງໃຈຂອງຊາວຫວຽດນາມແຕ່ລະຄົນ, ກູບາ ແລະຜູ້ນຳ Fidel Castro ໄດ້ກາຍເປັນສັນຍາລັກຂອງວິລະຊົນປະຕິວັດ, ຈິດໃຈລຸກຮືຂຶ້ນຕໍ່ສູ້ຢ່າງ ທະນົງອົງອາດ ແລະຄາດຫວັງຕໍ່ຄວາມເສລີພາບ ແລະຄວາມຜາສຸກ.

ຮູບພາບຂອງ Fidel Castro ທີ່ທ່າທີສະຫງ່າອົງອາດຢູ່ທີ່ຈຸດສູງສຸດ 241 ເຕິນເລີມ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ໂລກ, ເປັນເຫດການທີ່ມີຄວາມສໍາຄັນທາງດ້ານການເມືອງພິເສດໃນການພົວພັນມິດຕະພາບລະຫວ່າງສອງປະເທດ ແລະສ້າງສຽງ​ກ້ອງໃນຫາງສຽງສາກົນ.

ຢູ່ຕໍ່ໜ້າອະນຸສາວະລີ Fidel Castro, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້ ແລະອາໄລຫາຜູ້ນຳທີ່ຍິ່ງໃຫຍ່ຂອງກູບາ, ເພື່ອນທີ່ດີຂອງຫວຽດນາມ.

ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດທີ່ສັບສົນ, ທ່ານນາງ Indira Lopez Arguelles, ກົງສຸນໃຫຍ່ຂອງປະເທດກູບາປະຈໍາຫວຽດນາມ ບໍ່ສາມາດເຂົ້າຮ່ວມເຫດການນີ້ໄດ້, ແຕ່ທ່ານນາງກໍ່ໄດ້ສົ່ງຂໍ້ຄວາມສະ​ແດງຄວາມຄິດຂອງເພິ່ນກ່ຽວກັບຜູ້ນໍາທີ່ຍິ່ງໃຫຍ່ຂອງປະເທດຊາດ ແລະຄວາມຮັກແພງຂອງຫວຽດນາມ ທີ່ມີຕໍ່ Fidel Castro.

ໄຊພອນ

ເຫດການ
302 Found

Found

The document has moved here.