ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ.

11:52 | 16/08/2021

ຍສໝ - ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ (ຈີນ) ຫາກໍ່ມອບເງິນຈຳນວນຫຼາຍກວ່າ 239 ລ້ານດົ່ງ (ຜ່ານຮູບ​ການໂອນເງິນ) ເພື່ອສະໜັບສະໜູນການປ້ອງກັນການລະບາດ ຂອງພະຍາດໂຄວິດ -19 ຢູ່ຫວຽດນາມ.

ຮ່ວມແຮງຮ່ວມໃຈກັບນັກສຶກສາລາວ ແລະກໍາປູເຈຍເພື່ອຜ່ານ​ຜ່າການແຜ່ລະບາດຂອງພະຍາດ COVID-19 ຮ່ວມແຮງຮ່ວມໃຈກັບນັກສຶກສາລາວ ແລະກໍາປູເຈຍເພື່ອຜ່ານ​ຜ່າການແຜ່ລະບາດຂອງພະຍາດ COVID-19
COVID-19: ນຳສົ່ງພົນລະເມືອງຫວຽດນາມ 368 ຄົນ ຈາກມາກາວ (ປະເທດຈີນ) ກັບຄືນປະເທດ COVID-19: ນຳສົ່ງພົນລະເມືອງຫວຽດນາມ 368 ຄົນ ຈາກມາກາວ (ປະເທດຈີນ) ກັບຄືນປະເທດ

ທ່ານນາງ ຮອງປະທານສະມາຄົມ ເຈື່ອງຖິຫງອກແອັ້ງ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈ ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ (ຈີນ). ໃນຈົດໝາຍ, ທ່ານນາງ ຮອງປະທານສະມາຄົມ ໄດ້ຂຽນວ່າ: “ຄະນະປະຈຳ ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໄດ້ຮັບຮູ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ເຖິງການກະທຳ​ທີ່​ມີ​ຄວ​າມ​ໝາຍ​ອັນ​ດ​ີ​ງ​າມ ແລະ ຄວາມຮັກແພງອັນລ້ຳຄ່າ ຂອງສະມາຄົມຊາວຫວຽດນາມອາໄສຢູ່ມາກາວ (ປະເທດຈີນ) ສຳລັບການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ - 19 ໃນທົ່ວປະເທດ.

ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ.
ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ.

ທ່ານປະທານສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ເຢືອງຈູງດຶກ ກ່າວວ່າ: ຕໍ່ສະພາບການສັບສົນຂອງການແຜ່ລະບາດຂອງພະຍາດໂຄວິດ - 19 ຢູ່ບ້ານເກີດຂອງຕົນ, ຄະນະບໍລິຫານງານສະມາຄົມ, ຄະນະການກຸສົນ, ຜູ້ຕາງໜ້າບັນດາແຂວງ, ສະມາຊິກທັງໝົດ ກໍ່ຄື ​ຜູ້ໃຈສັດທາໃນຊຸມຊົນຊາວຫວຽດນາມທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ໃນມາກາວ ໄດ້ຮ່ວມກັນບໍລິຈາກ, ປະ​ກ​ອບ​ສ່ວນເພື່ອຊ່ວຍປະເທດ ໃນການຕ້ານກັບການລະບາດຂອງພະຍາດໂຄວິດ -19 ເປັນຄັ້ງທີສອງ.

“ເຖິງວ່າຊີວິດການ​ເປັນ​ຢູ່ຂອງພໍ່​ແມ່ພີ່ນ້ອງຢູ່ມາກາວ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຜົນກະທົບຈາກພະຍາດລະບາດກໍ່​ຕາມ, ແຕ່​ຕໍ່ໜ້າສະພາບການ ທີ່ບ້ານເກີດເມືອງນອນປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ, ຊາວຫວຽດນາມອາໄສຢູ່ມາກາວ ແຕ່​ລະຄົນ ​ລ້ວ​ນ​ແຕ່ປາດຖະໜາຢາກປະກອບສ່ວນນ້ຳໃຈເລັກ​ນ້ອຍສ່ວນໜຶ່ງຂອງຕົນ ເພື່ອຊ່ວຍປະເທດເອົາຊະນະໂລກລະບາດ", ທ່ານປະທານສະມາຄົມກ່າວ.

ກ່ອນໜ້ານັ້ນ, ໃນເດືອນມິຖຸນາ 2021, ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ (ປະເທດຈີນ) ກໍ່ໄດ້​ມອບຈຳນວນເງິນ 131.700.000 ດົ່ງ ໃຫ້ແກ່ຄະນະກຳມະການສູນກາງແນວໂຮມແຫ່ງຊາດ ຫວຽດ​ນາມ ໃນການປ້ອງກັນການລະບາດຂອງພະຍາດໂຄວິດ - 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.