ປະເທດຝຣັ່ງ ມອບວັກຊີນປ້ອງກັນໂຄວິດ -19 ຈຳນວນ 670.000 ໂດສ ໃຫ້ແກ່ຫວຽດນາມ

11:50 | 16/08/2021

ຍສໝ - ໂດຍປະກາດໃນ Twitter ວັນທີ 12 ສິງຫາ, ທ່ານປະທານາທິບໍດີປະເທດຝຣັ່ງ Emmanuel Macron ກ່າວວ່າ ປະເທດຝຣັ່ງຈະແບ່ງປັນວັກຊີນ COVID-19 ຈຳນວນ 670.000 ໂດສ ເພື່ອຊ່ວຍຫວຽດນາມ ຕໍ່ສູ້ກັບການລະບາດຂອງພະຍາດ.

ຈຸດພົ້ນເດັ່ນຂອງ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ ຈຸດພົ້ນເດັ່ນຂອງ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ
ອວຍພອນປີໃຫມ່ດ້ວຍພາສາຫວຽດນາມ, ປະທານາທິບໍດີຝຣັ່ງ Emmanuel Macron ເຮັດໃຫ້ເກີດຄວາມຊື່ນຊົມຍິນດີ ໃນສັງຄົມອິນເຕີແນດ ອວຍພອນປີໃຫມ່ດ້ວຍພາສາຫວຽດນາມ, ປະທານາທິບໍດີຝຣັ່ງ Emmanuel Macron ເຮັດໃຫ້ເກີດຄວາມຊື່ນຊົມຍິນດີ ໃນສັງຄົມອິນເຕີແນດ

ກ່ອນໜ້ານັ້ນ, ໃນອາ​ທິດກາງເດືອນມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີຝຣັ່ງ Jean Castex ແລະ ທັງສອງຝ່າຍໄດ​້​ເຫັນ​ດີ​ເປັ​ນ​ເອ​ກ​ພາບແລກປ່ຽນປະສົບການ ໃນການຕໍ່ສູ້ກັບການລະບາດຂອງພະຍາດ COVID-19 ແລະ ໜູນຊ່ວຍການສະໜອງ ວັກຊີນປ້ອງກັນຕ້ານພະຍາດ COVID-19.

ທ່ານນາຍົກລັດຖະມົນຕີຝຣັ່ງ Castex ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ​ໂດຍເນັ້ນໜັກວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ ໃນນະໂຍບາຍຂອງປະເທດຝຣັ່ງ ທີ່ມຸ່ງ​ໄປ​ສູ່ພາກພື້ນ.

ປະເທດຝຣັ່ງ ມອບວັກຊີນປ້ອງກັນໂຄວິດ -19 ຈຳນວນ 670.000 ໂດສ ໃຫ້ແກ່ຫວຽດນາມ
ທ່ານປະທານາທິບໍດີປະເທດຝຣັ່ງ Emmanuel Macron.

ໃນສະພາບອັນອື່ນ, ໃນວັນທີ 23 ກໍລະກົດ 2021, ລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບູຍແທັງເຊີນ ໄດ້ມີການສົນທະນາທາງໂທລະສັບ ກັບລັດຖະມົນຕີກະຊວງເອີຣົບ ແລະ ການຕ່າງປະເທດ ຝຣັ່ງ Jean Yves Le Drian. ທ່ານລັດຖະມົນຕີ Le Drian ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ​ໃນຊຸມປີຜ່ານມາ, ທັງຮັບມືກັບໂລກລະບາດ COVID-19, ທັງພັດທະນາເສດຖະກິດ-ສັງຄົມ ແລະ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ປະເທດຝຣັ່ງ ນຳເຂົ້າວັກຊີນເພື່ອສັກຢາກັນພະຍາດໃຫ້ປະຊາຄົມ ຊາວຝຣັ່ງ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານລັດຖະມົນຕີ Le Drian ຢືນຢັນວ່າ ດ້ວຍບົດບາດຂອງຕົນ, ຝຣັ່ງຈະຊຸກ​ຍູ້ການສະໜອງວັກຊີນໃຫ້ຫວຽດນາມ ໃນປະລິມານຫຼາຍທີ່ສຸດໂດຍໄວເທົ່າທີ່ຈະໄວໄດ້ ໂດຍຜ່ານກົນໄກ COVAX.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.