ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19

15:49 | 17/08/2021

ຍສໝ - ສະວິດເຊີແລນ ໄດ້ຊ່ວຍເຫຼືອຫວຽດນາມ ດ້ວຍເຄື່ອງຊ່ວຍຫາຍໃຈ 30 ອັນ, ຊຸດວິເຄາະ 500,000 ຊຸດ ແລະ ຜ້າ​ອັດປາກຕ້ານເຊື້ອ 280,000 ແຜ່ນເພື່ອໃຊ້ໃນການຜ່າຕັດ.

ສະຖານທູດຫວຽດນາມ ເພີ່ມທະວີການຮ່ວມມືກັບມະຫາວິທະຍາໄລ FHNW ປະເທດສະວິດເຊີແລນ ສະຖານທູດຫວຽດນາມ ເພີ່ມທະວີການຮ່ວມມືກັບມະຫາວິທະຍາໄລ FHNW ປະເທດສະວິດເຊີແລນ
ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງ ສະວິດເຊີແລນ ແລະ ຫວຽດນາມ ຢູ່ນະຄອນ ເກີ່ນເທີ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງ ສະວິດເຊີແລນ ແລະ ຫວຽດນາມ ຢູ່ນະຄອນ ເກີ່ນເທີ

ໃນຕອນເຊົ້າວັນທີ 13 ສິງຫາ, ອຸປະກອນການແພດ​ດັ່ງ​ກ່າວ ໄດ້ມາຮອດສະໜາມບິນສາກົນ ເຕິນເຊີນເຍິດ ໂດຍ ທ່ານກົງສຸນໃຫຍ່ສະວິດເຊີແລນປະຈຳຫວຽດນາມ Martin Maier ມອບໂດຍກົງໃຫ້ ທ່ານຮອງສາດສະດາຈານ-ດຣ. ຫງວຽນເຈື່ອງເຊີນ - ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ.

ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19
ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19.

ອຸປະກອນການແພດທັງໝົດ ທີ່ມີນໍ້າໜັກ 13 ໂຕນ ໄດ້ຂົນສົ່ງໂດຍສາຍການບິນສະວິດສະວິດເຊີແລນ Eldelweiss ຈາກເມືອງ Zurich ໄປຫານະຄອນໂຮ່ຈີມິນ. ນີ້ແມ່ນຂອງຂວັນຈາກລັດຖະບານສະວິດເຊີແລນ ເພື່ອສະໜັບສະໜູນຫວຽດນາມຢ່າງຮີບດ່ວນ ໃນຄວາມພະຍາຍາມປ້ອງກັນຕ້ານການລະບາດຂອງພະຍາດໂຄວິດ -19, ດ້ວຍມູນຄ່າທັງໝົດ 5,5 ລ້ານໂດລາສະຫະລັດ (ເທົ່າກັບ 126 ຕື້ດົ່ງ).

ປະເທດສະວິດເຊີແລນ ພວມຢືນຄຽງຂ້າງກັບຫວຽດນາມ ແລະ ບັນດາປະເທດອາຊີ ໃນການຕໍ່ສູ້ຮ່ວມກັນ ເພື່ອຕ້ານພະຍາດໂຄວິດ -19. ກ່ອນໜ້ານີ້ ສະວິດເຊີແລນ ກໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານການແພດແກ່ອິນໂດເນເຊຍ, ມົງໂກນ, ໄທ, ອິນເດຍ, ສີລັງກາ ແລະ ເນປານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.