ການສົ່ງອອກສິນໃນນຳ້ປະເພດຫອຍສອງກາບຂອງຫວຽດນາມ ໄປຍັງອີຢູ ເພີ່ມຂຶ້ນສູງ

20:14 | 19/08/2021

ຍສໝ - ອີງຕາມຂໍ້ມູນຈາກສະມາຄົມປຸງແຕ່ງ ແລະ ສົ່ງອອກສິນ​ໃນ​ນ​ຳ​້ (VASEP), ການສົ່ງອອກສິນ​ໃນ​ນຳ​້​ປະ​ເພ​ດ​​ຫອຍສອງ​ກາບ (ຫອຍ​ເປື​ອກ​ຄູ່) ຂອງຫວຽດນາມ ໄປ​ຍັງອີຢູໃນ 6 ເດືອນຕົ້ນປີນີ້ ໄດ້ບັນລຸເກືອບ 37 ລ້ານໂດລາ, ເພີ່ມຂຶ້ນ 35 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ  ອີ​ຢູ ເພີ່ມຂຶ້ນ 35% ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ ອີ​ຢູ ເພີ່ມຂຶ້ນ 35%
ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ

ໃນໄຕມາດທໍາອິດ, ການສົ່ງອອກລາຍການນີ້ ໄປຍັງສະຫະພາບເອີຣົບ ເພີ່ມຂຶ້ນພຽງແຕ່ 11%, ແຕ່ໃນໄຕມາດທີສອງ, ​ວົງ​ເງິນໄດ້ເພີ່ມຂຶ້ນ 56% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.

ໃນໂຄງປະກອບການຜະລິດຕະພັນ, ຫອຍກີ້ ໄດ້ກ​ວມເອົາອັດຕາສ່ວນສູງສຸດ, ລວມທັງຜະລິດຕະພັນ ເຊັ່ນ: ຫອຍກີ້ສີນ້​ຳຕານ, ຫອຍກີ້ສີຂາວ, ແລະ ຫອຍລາຍໃນຮູບແບບຕົ້ມ, ໜື້ງ. ຜະລິດຕະພັນຫອຍກີ້ ໜື້ງ ແລະ ຕົ້ມໄດ້ສົ່ງອອກໄປ ເອີຣົບ ຫຼາຍທີ່ສຸດ.

ການສົ່ງອອກສິນໃນນຳ້ປະເພດຫອຍສອງກາບຂອງຫວຽດນາມ ໄປຍັງອີຢູ ເພີ່ມຂຶ້ນສູງ
ການສົ່ງອອກສິນໃນນຳ້ປະເພດຫອຍສອງກາບຂອງຫວຽດນາມ ໄປຍັງອີຢູ ເພີ່ມຂຶ້ນສູງ

ອີງຕາມ VASEP ແລ້ວ, ການສົ່ງອອກສິນ​ໃນ​ນຳ​້​ປະ​ເພ​ດ​​ຫອຍສອງ​ກາບໄປຍັງອີຢູ ໄດ້ເຕີບໂຕດີສົມຄວນ ເພາະວ່າເປັນຜະລິດຕະພັນທີ່ມີພ້ອມແລ້ວ, ​ມ​ີ​ຄວ​ສ​າ​ມສະດວກໃນຊ່ວງລະບາດຂອງ​ພະ​ຍາດ ແລະ ລາຄາກໍ່ສົມເຫດສົມຜົນ. ການປຸງແຕ່ງ ແລະ ສົ່ງອອກ​ສິ​ນ​ຄ້າຂອງຫວຽດນາມ ​ປະ​ເພ​ດນີ້ ​ພັດບໍ່ຈໍາເປັນຕ້ອງອາໄສແຫຼ່ງນໍາເຂົ້າຫຼາຍ.

ອີຕາລີ, ສະເປນ ແລະ ປອກຕຸຍການ ເປັນສາມຕະຫຼາດໃຫຍ່ທີ່ສຸດຂອງສະຫະພາບເອີຣົບ ໃນການນຳເຂົ້າສິນ​ໃນ​ນຳ​້​ປະ​ເພ​ດ​​ຫອຍສອງ​ກາບຈາກຫວຽດນາມ, ກວມ 21%, 17% ແລະ 12% ຕາມລຳດັບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.