ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ

12:02 | 16/08/2021

ຍສໝ - ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ກວາງຕຸ້ງ ຫາກໍ່ປະສານສົມທົບກັບ ສະມາຄົມການຄ້າສີນ​ໃນນ້ຳຂອງນະຄອນ​ ກວາງ​ໂຈ ເພື່ອຈັດການໂອ້​ລົ​ມ​ແລກ​ປ່ຽນ​ກ່ຽວ​ກັບ​ກ​ານເຊື່ອມຕໍ່ການຄ້າ ແລະ ຊຸກ​ຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດແຂວງກວາງຕຸ້ງ.

ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ
ລາວປ່ຽນຕະຫຼາດນຳເຂົ້າ, ກາລະໂອກາດໃຫ້ແກ່ສິນທະເລ ຫວຽດນາມ ລາວປ່ຽນຕະຫຼາດນຳເຂົ້າ, ກາລະໂອກາດໃຫ້ແກ່ສິນທະເລ ຫວຽດນາມ

ທີ່ການໂອ້​ລົ​ມ​ແລກ​ປ່ຽນ​, ຜູ້ຕາງໜ້າກົງສູນໃຫຍ່ຫວຽດນາມ ປະຈຳ ​ Guǎngzhōu ໄດ້ແນະນຳໂດຍ​ສັງ​ເຂບການຮ່ວມມືດ້ານເສດຖະກິດ-ການຄ້າຫວຽດນາມ-ຈີນເວົ້າລວມ ແລະ ບັນດາແຂວງ, ນະຄອນຂອງຫວຽດນາມ ແລະ ແຂວງ ກວາງ​ໂຈ ເວົ້າສະເພາະໃນຊຸມປີຜ່ານມາ, ພິເສດແມ່ນເນັ້ນໜັກເຖິງບັນດາຄວາມ​ສະ​ດວກໃນດ້ານການຄ້າລະຫວ່າງສອງຝ່າຍ ແລະ ທ່າໄດ້ປຽບຂອງ​ສິນທະເລຫວຽດນາມ;

ແຈ້ງຂໍ້ມູນກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກສິນທະເລຂອງຫວຽດນາມ ອອກໄປສູ່ໂລກ ແລະ ໄປຍັງ ກວາງ​ໂຈ; ບັນດາຂໍ້ກຳນົດ ແລະ ຄວາມຮຽກຮ້ອງກ່ຽວກັບການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນທະເລຂອງຫວຽດນາມ ແລະ ຈີນ; ຈຸດປະສົງ, ວິທີແກ້ໄຂ ແລະ ວິທີການເຊື່ອມຕໍ່ການສົ່ງອອກສິນທະເລຂອງຫວຽດນາມ ໄປຍັງແຂວງ ກວາງຕຸ້ງ, ພ້ອມທັງຮັບຟັງຄວາມຄິດເຫັນ ແລະ ຂໍ້ສະເໜີແນະຂອງວິສາຫະກິດສິນທະເລຢູ່ເມືອງ ກວາງ​ໂຈ.

ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ
ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ Guǎngdōng (ກວາງຕຸ້ງ)

ຜູ້ຕາງໜ້າຂອງ 15 ວິສາຫະກິດຢູ່ ກວາງ​ໂຈ ໄດ້ຢືນຢັນວ່າ ທ້ອງຕະຫຼາດຢູ່ແຂວງ ກວາງ​ໂຈ ມີຄວາມຕ້ອງການສິນທະເລຢ່າງຫຼວງຫຼາຍ, ຕີລາຄາສູງຕໍ່ຄຸນະພາບຂອງ​ສິນທະເລຫວຽດນາມ, ລະບຸຄວາມຕ້ອງການນໍາເຂົ້າ, ຄວາມ​ຮຽກ​ຮ້ອງ​ລະ​ອຽດກ່ຽວກັບມາດຕະຖານ ແລະ ຄຸນນະພາບຂອງຜະລິດຕະພັນ​ສິນທະເລຫວຽດນາມ.

ບັນດາວິສາຫະກິດກໍ່ສະແດງຄວາມເປັນຫ່ວງວ່າ ການສະໜອງ, ລາຄາ ແລະ ການຂົນສົ່ງຜະລິດຕະພັນ​ສິນທະເລຂອງຫວຽດນາມ ຈະຖືກຈຳກັດເນື່ອງຈາກສະ​ພາບການຜັນແປຢ່າງສັບສົນ ຂອງພະຍາດໂຄວິດ -19 ແລະ ປາດຖະໜາຢາກເຊື່ອມຕໍ່ໂດຍກົງ ກັບວິສາຫະກິດ​ສິນທະເລຂອງຫວຽດນາມ. ​ພ້ອມ​ທັງ​ຍົກ​ບາງຂໍ້​ສະ​ເໜີ​ແນະ​ເພື່ອ​ໃຫ້ບັນດາກະຊວງ, ຂະແໜງການ​ທີ່​ກ່ຽວ​ຂ້ອງສ້າງເງື່ອນໄຂສະດວກໃຫ້ແກ່ການດຳເນີນທຸລະກິດສິນທະເລກັບຫວຽດນາມ.

ພາຍຫຼັງການໂອ້ລົມແລກ​ປ່ຽນ​, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ ກວາງ​ໂຈ ໄດ້ຈັດກອງປະຊຸມການຄ້າອອນໄລ ເພື່ອເຊື່ອມຕໍ່ວິສາຫະກິດສິ​ນທະເລຫວຽດນາມ-ກວາງ​ໂຈ.

ຜູ້ຕາງໜ້າຫ້ອງການການຄ້າ, ​ກົມສົ່ງເສີມການຄ້າ ແລະ ສະມາຄົມ​ການ​ຄ້າ​ສິນ ກວາງ​ໂຈ ໃຫ້ຄຳໝັ້ນສັນຍາຈະ​ຮ່ວມ​ເດີນ​ທາງ, ​ສົມ​ທົບ​ກັນ ແລະ ໜູນຊ່ວຍ​ຕາມຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດທັງສອງຝ່າຍ​ໃຫ້​ໄດ້ຫຼາຍ​ທີ່​ສຸດ.

ບັນດາວິສາຫະກິດຫວຽດນາມ ຢືນຢັນວ່າ ​ຈະສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງວິສາຫະກິດຈີນ ກ່ຽວກັບດ້ານປະລິມານ ແລະ ຄຸນນະພາບຂອງຜະລິດຕະພັນ... ພາຍຫຼັງກອງປະຊຸມການຄ້າ, ວິສາຫະກິດຈໍານວນໜຶ່ງຂອງສອງຝ່າຍ ກໍ່ເລືອກໄດ້ຄູ່ຮ່ວມມືເພື່ອສືບຕໍ່ແລກປ່ຽນກ່ຽວກັບການສົ່ງອອກສິນທະເລຂອງຫວຽດນາມ ໄປຍັງຕະຫຼາດຂອງແຂວງ ກວາງຕຸ້ງ ຢ່າງເລິກເຊິ່ງກ່ວາອີກ.

ຄຳຮຸ່ງ

302 Found

Found

The document has moved here.