ພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມເປັນຈິດໜຶ່ງໃຈດຽວຂອງຫວຽດນາມໃນການຕ້ານກັບໂລກລະບາດ

15:53 | 19/08/2021

ຍສໝ - ປະທານພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມມານະພະຍາຍາມຂອງພັກ, ລັດຖະບານ ແລະປະຊາຊົນຫວຽດນາມໃນການຮັບມືກັບໂລກລະບາດ Covid-19; ຄວາມເປັນເອກະພາບ, ຄວາມເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະການສະໜັບສະໜູນຕໍ່ ມາດຕະການຂອງລັດຖະບານ, ທັງໝົດແມ່ນເພື່ອຄວາມປອດໄພ ແລະຊີວິດການເປັນຢູ່ຂອງປະຊາຊົນ.

ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ. ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ.
ຄຳລະດົມກຳລັງໃຈຂອງພວກຫຼານນ້ອຍຝາກເຖິງກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ ຄຳລະດົມກຳລັງໃຈຂອງພວກຫຼານນ້ອຍຝາກເຖິງກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ
ພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມເປັນຈິດໜຶ່ງໃຈດຽວຂອງຫວຽດນາມໃນການຕ້ານກັບໂລກລະບາດ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ພົບປະ ແລະມອບຈົດໝາຍຂອບໃຈຂອງທ່ານປະທານປະເທດຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ເຖິງສະຫາຍ Shii Kazuo, ປະທານຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດຍີ່ປຸ່ນ. ພາບ: baoquocte.vn

ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະ​ຈຳໂຕກຽວ ແລ້ວ, ວັນທີ 17 ສິງຫາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ພົບປະ ແລະມອບຈົດໝາຍຂອບໃຈຂອງທ່ານປະທານປະເທດຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ເຖິງສະຫາຍ Shii Kazuo, ປະທານຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດຍີ່ປຸ່ນ.

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ຢັ້ງຢືນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຮງ ແລະ ຮອບດ້ານດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ສອງປະເທດມີການແບ່ງປັນ, ເຫັນອົກເຫັນໃຈ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຕັ້ງໜ້າຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດຢ່າງແທ້ຈິງ. ພັກກອມມູນິດ ຫວຽດນາມ ຍາມໃດກໍຖືສາຍພົວພັນຮ່ວມມື, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອກັບ ພັກກອມມູນິດ ຍີ່ປຸ່ນ ເປັນສຳຄັນ. ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສາຍພົວພັນສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານ Shii Kazuo ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ບັນດາການນຳຂອງພັກ, ລັດ, ລັດຖະບານຫວຽດນາມ ທີ່ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງພັກ ແລະສອງປະເທດ; ພ້ອມກັນນັ້ນ ກໍ່ຕີລາຄາສູງຄວາມພະຍາຍາມຂອງພັກ, ລັດຖະບານ ແລະປະຊາຊົນຫວຽດນາມໃນການຮັບມືກັບການລະບາດຂອງພະຍາດໂຄວິດ -19; ຄວາມສາມັກຄີເປັນເອກະພາບ, ຄວາມເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະການສະໜັບສະໜູນຕໍ່ມາດຕະການຂອງລັດຖະບານ, ທັງໝົດແມ່ນເພື່ອຄວາມປອດໄພ ແລະຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານປະທານ Shii Kazuo ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ; ພ້ອມກັນນັ້ນກໍ່ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງຫວຽດນາມໃນບັນດາຄວາມມານະພະຍາຍາມຂອງສາກົນກ່ຽວກັບການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ. ປະທານ Shii Kazuo ຫວັງວ່າ ເມື່ອຄວບຄຸມການລະບາດຂອງພະຍາດໄດ້​ແລ້ວ, ສອງພັກຈະຈັດຕັ້ງການຢ້ຽມຢາມຂອງຜູ້ນໍາຂັ້ນສູງຄືນໃໝ່ໂດຍໄວ ແລະ ບັນດາກິດຈະກໍາແລກ​ພົບ​ປະ, ແລກປ່ຽນທິດສະດີລະຫວ່າງສອງພັກ.

ໄຊພອນ

ເຫດການ
302 Found

Found

The document has moved here.